ກະຊວງການຕ່າງປະເທດສິງກະໂປ ສືບຕໍ່ໃຫ້ທຶນເຝິກອົບຮົມ ຫົວຂໍ້ “ການວາງແຜນຕົວເມືອງ ແລະ ການພັດທະນາແບບຍືນຍົງ” ໃຫ້ພະນັກງານລັດຖະກອນລາວ 14 ຄົນ ແຕ່ວັນທີ 1-5 ມີນາ 2021 ຢູ່ສູນຮ່ວມມືລາວ-ສິງກະໂປ ຜ່ານວິດີໂອທາງໄກ ໂດຍມີທ່ານນາງ ອາເລກຊິດ ຈົວ ວິທະຍາກອນຈາກວິທະຍາໄລສັບພະວິຊາງີອານ ປະເທດສິງກະໂປ ແລະ ວິທະຍາກອນຮັບເຊີນຈາກສູນຕົວເມືອງທັນສະໄໝ ອົງການພັດທະນາຕົວເມືອງຄືນໃໝ່ຂອງສິງກະໂປ ສູບານາ ຊູຣອງ ແລະ ສະຖາບັນອື່ນໆ ເປັນຜູ້ຖ່າຍທອດຄວາມຮູ້ໃຫ້.

ຊຸດເຝິກອົບຮົມຄັ້ງນີ້ ໄດ້ຮັບທຶນສະໜັບສະໜູນຈາກໂຄງການຂອບການເຊື່ອມໂຍງອາຊຽນ (IAI) ຈຸດ ປະສົງເພື່ອໃຫ້ນັກສຳມະນາກອນເຂົ້າໃຈຮອບດ້ານກ່ຽວກັບນະໂຍບາຍຂອງສິງກະໂປ ຍຸດທະສາດ ແລະ ຂອບເຂດວຽກງານໃນການພັດທະນາຕົວເມືອງແບບຍືນຍົງ ແລະ ການວາງແຜນການເຊື່ອມໂຍງ.

ທ່ານ ທິນນະກອນ ພິມມະວົງ ສໍາມະນາກອນຈາກກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະແດງຄວາມຂອບໃຈລັດຖະບານສິງກະໂປ ທີ່ໄດ້ຈັດຊຸດເຝິກອົບຮົມດັ່ງກ່າວນີ້ຂຶ້ນ ວິທະຍາກອນຮັບເຊີນ ແລະ ຄູເຝິກໄດ້ແບ່ງປັນປະສົບການ ລວມທັງລະບົບການວາງແຜນຕົວເມືອງ ແຜນທັດສະນະ ແລະ ແຜນປະຕິບັດງານຕ່າງໆ ເຊິ່ງເປັນຜົນປະໂຫຍດຫຼາຍສຳລັບວຽກງານທີ່ຕົນກຳລັງຮັບຜິດຊອບຢູ່ ນອກນີ້ ຍັງມີຄວາມເຂົ້າໃຈຜົນປະໂຫຍດທີ່ສຳຄັນເກີດຈາກຂອບເຂດວຽກງານ ລວມທັງແຜນແມ່ບົດໄລຍະຍາວຂອງສິງກະໂປ ແລະ ຂະບວນການປະຕິບັດແຜນດັ່ງກ່າວ ຕື່ມອີກ.

# ຂ່າວ & ພາບ : ສະບາໄພ