ງານສົ່ງເສີມຜູ້ປະກອບການຍິງຍຸກໃໝ່ ຈັດຂຶ້ນວັນທີ 11-12 ມີນາ 2021 ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ເປັນປະທານຂອງທ່ານ ນາງ ວາລີ ເວດຊະພົງ ຮອງປະທານ ສຄອຊ ຜູ້ຊີ້ນໍາໜ່ວຍແມ່ຍິງ ສຄອຊ ມີທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານທີ່ປຶກສາກິຕິມະສັກ ສຄອຊ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດປະເທດອົດສະຕຣາລີ ປະຈຳ ລາວ ທ່ານ ຄໍລິນ ກຣອສບີ ຕາງໜ້າສະຖານທູດສະຫະລັດອາເມຣິກາ ປະຈຳ ລາວ ແລະ ທ່ານ ໄທເຄິນ ລອນນິ້ງ ຫົວໜ້າອົງການພັດທະນາສາກົນສະຫະລັດອາເມຣິກາ (USAID) ຕະຫຼອດຮອດຜູ້ສະໜັບສະໜູນ ຄູ່ຮ່ວມພັດທະນາ ຄະນະບໍລິຫານ ແລະ ບໍລິສັດ ສະມາຊິກ ສຄອຊ ຜູ້ຕາງໜ້າຈາກສາມອົງການຈັດຕັ້ງພາກລັດ ນັກສຶກສາ ຂະແໜງທຸລະກິດຕ່າງໆ ແລະ ນັກທຸລະກິດເຂົ້າຮ່ວມ.

ການຈັດງານຄັ້ງນີ້ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 111 ປີ ທັງເປັນການເພີ່ມທະວີຄວາມສາມັກຄີ ແລະ ສ້າງສາຍສໍາພັນລະຫວ່າງໜ່ວຍແມ່ຍິງ ສຄອຊ ກັບໜ່ວຍແມ່ຍິງບັນດາອົງການອ້ອມຂ້າງທັງພາກລັດ ແລະ ພາກທຸລະກິດ ພ້ອມທັງເປັນການເຜີຍແຜ່ ເສີມສ້າງຄວາມຮູ້ຄວາມສາມາດໃຫ້ຜູ້ປະກອບການຍິງຍຸກໃໝ່ ເຊິ່ງພາຍໃນງານ ໄດ້ມີການຈັດສໍາມະນາ ໂດຍສະເພາະຄວາມສໍາຄັນຂອງການມີໜ່ວຍງານແມ່ຍິງໃນອົງກອນທຸລະກິດ ການເຊື່ອມສານບົດບາດຍິງ-ຊາຍ ແລະ ສິ່ງທ້າທາຍຂອງແມ່ຍິງຕໍ່ວຽກງານນໍາພາໃນຍຸກໃໝ່ ໂອກາດຂອງທຸລະກິດໃນວິກິດໂຄວິດ-19 ການດໍາເນີນທຸລະກິດໃນຍຸກດີຈິຕອນ ການຮັກສາສຸຂະພາບ ແລະ ຄວາມປອດໄພ ນອກນັ້ນ ພາຍໃນງານຍັງມີການວາງສະແດງ ແລະ ຂາຍສິນຄ້າເປັນຕົ້ນ ຜະລິດຕະພັນຈາກຜູ້ປະກອບການຍິງ ແລະ ຫົວໜ່ວຍທຸລະກິດຕ່າງໆ 50 ຮ້ານເຂົ້າຮ່ວມ.


# ຂ່າວ & ພາບ : ຂັນທະວີ