Instagram Lite ຈະເປີດນຳໃຊ້ຢູ່ຫຼາຍກວ່າ 170 ປະເທດ

    Instagram Lite ເປັນ Instagram ທີ່ມາໃນຮູບແບບທີ່ໃໝ່ ແລະ ເບົາກວ່າ ສຳລັບຜູ້ໃຊ້ໂທລະສັບມືຖືລະບົບ Android ທີ່ໃຊ້ດາຕ້າໜ້ອຍລົງ ແລະ ໃຊ້ໄດ້ດີທຸກສະພາບເຄືອຂ່າຍ Instagram Lite ມີຂະໜາດນ້ອຍກວ່າ 2MB ເຮັດໃຫ້ການຕິດຕັ້ງໄດ້ໄວ ແລະ ສາມາດໂຫຼດໄດ້ໄວ ຖືກອອກແບບມາເພື່ອນຳສະເໜີຟິວເຈີຫຼັກຄ້າຍຄືກັນກັບ Instagram ແຕ່ເຮັດໃຫ້ແອັບໄວຂຶ້ນ ແລະ ເຊື່ອຖືໄດ້ສຳລັບຜູ້ໃຊ້ ໂດຍບໍ່ຈຳເປັນຕ້ອງຈຳແນກປະເພດອຸປະກອນ ແພຼັດຟອມ ແລະ ເຄືອຂ່າຍການເຊື່ອມຕໍ່.

    ການພັດທະນາແອັບ ໄດ້ຮັບການຮ່ວມມືຈາກຫຼາຍພາກສ່ວນ ເຊັ່ນ: ທີມວິສະວະກຳ ທີມຜະລິດຕະພັນ ທີມອອກແບບ ແລະ ທີມຄົ້ນຄ້ວາຈາກຫ້ອງການ Facebook Tel Aviv ແລະ ຫ້ອງການ New York ເຊິ່ງເປັນ 2 ສູນກາງວິສະວະກຳຍຸດທະສາດທີ່ໃຫຍ່ທີ່ສຸດຂອງ Facebook ທົ່ວໂລກ.

    ທ່ານ Tzach Hadar ຜູ້ອຳນວຍການຝ່າຍບໍລິຫານ ຜະລິດຕະພັນ ອິນເຕີເຟດ Lite  ແລະ ຫົວໜ້າເວັບໄຊດ້ານເຕັກໂນໂລຊີ Tel Aviv ກ່າວວ່າ: Instagram Lite ແມ່ນສ້າງຕໍ່ຈາກຜົນງານທີ່ພວກເຮົາໄດ້ເຮັດໃຫ້ Facebook Lite ທີ່ Tel Aviv ພວກເຮົາໄດ້ຖອດຖອນບົດຮຽນຫຼາຍຢ່າງທີ່ໄດ້ຮຽນຮູ້ ແລະ ເຕັກໂນໂລຊີທີ່ຖືກພັດທະນາໃນຂະນະທີ່ພວກເຮົາສ້າງ Facebook Lite ແລະ ນຳໃຊ້ມັນເຂົ້າໃນ Instagram Lite ກັບ Instagram Lite ຜູ້ໃຊ້ທົ່ວໂລກຈະໄດ້ຮັບປະສົບການ Instagram ທີ່ມີຄຸນນະພາບສູງ ບໍ່ວ່າພວກເຂົາຈະໃຊ້ອຸປະກອນ ຫຼື ເຄືອຂ່າຍໃດ.

    ຕະຫຼາດທີ່ກຳລັງເຕີບໂຕ ຈະກວມເອົາຫຼາຍກວ່າ 90% ຂອງຜູ້ຊື້ມືຖືໃໝ່ທົ່ວໂລກ ແຕ່ໃນຫຼາຍປະເທດເຫຼົ່ານີ້ ສັນຍານການເຊື່ອມຕໍ່ອາດບໍ່ສະຖຽນ ແລະ ຄວາມໄວຂອງເຄືອຂ່າຍອາດຈະຍັງຊ້າ ເຮັດໃຫ້ປະສົບການເຂົ້າໃຊ້ Instagram ແບບຄຸນນະພາບສູງ ຫຍຸ້ງຍາກ Instagram Lite ຖືກສ້າງຂຶ້ນເພື່ອແກ້ໄຂບັນຫາທາຍເຫຼົ່ານີ້ ແລະ ໃນຫຼາຍຂົງເຂດຂອງປະເທດລາວ ປະຊາຊົນຍັງປະສົບກັບການເຊື່ອມຕໍ່ທີ່ມີສັນຍານຕໍ່າ Instagram Lite ຈະເປີດໃຫ້ນຳໃຊ້ໃນຫຼາຍກວ່າ 170 ປະເທດ ສະເພາະຢູ່ ສປປ ລາວ Instagram Lite ຈະມີໃຫ້ດາວໂຫຼດໃນ Android Playstore.

# ຂ່າວ & ພາບ : ສະບາໄພ ສອນທະວີ

error: Content is protected !!