ປີຜ່ານມາ ກະຊວງຍຸຕິທຳຈັດຕັ້ງປະຕິບັດຄຳຕັດສິນຂອງສານສຳເລັດ 1.692 ເລື່ອງ

    ທ່ານ ໄພວີ ສີບົວລີພາ ຮອງລັດຖະມົນຕີກະຊວງຍຸຕິທຳ ໄດ້ຜ່ານບົດສະຫຼຸບການປະຕິບັດວຽກງານໄລຍະຜ່ານມາ ແລະ ທິດທາງແຜນການປີ 2021 ໃນກອງປະຊຸມວຽກງານຍຸຕິທຳປະຈຳປີ 2020 ຈັດຂຶ້ນລະຫວ່າງວັນທີ 10-11 ມີນາ 2021 ທີ່ກະຊວງຍຸຕິທຳ ເຊິ່ງທ່ານກ່າວບາງຕອນວ່າ:

    ກະຊວງຍຸຕິທຳ ໄດ້ຕັ້ງໜ້າຍົກສູງຄຸນນະພາບເປັນເສນາທິການໃຫ້ແກ່ລັດຖະບານ ກ່ຽວກັບວຽກງານການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ໂດຍໄດ້ສຸມໃສ່ຄົ້ນຄວ້າບັນດາກົດໝາຍທີ່ກະຊວງຮັບຜິດຊອບ ເປັນຕົ້ນ ກົດໝາຍວ່າດ້ວຍການສ້າງນິຕິກຳ ການປະຕິບັດຄຳຕັດສິນຂອງສານ ແລະ ອື່ນໆ ໄປຄຽງຄູ່ກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍຖືສຳຄັນວຽກງານປະຕິບັດຄຳຕັດສິນຂອງສານເປັນວຽກງານຈຸດສຸມ ແລະ ເປັນຄວາມຮັບຜິດຂອງຄະນະພັກກະຊວງ ປີຜ່ານມາ ທົ່ວປະເທດມີຄຳຕັດສິນຂອງສານ 41.484 ເລື່ອງ ໃນນີ້ ຄຳຕັດສິນປີ 2019 ມີ 33.970 ເລື່ອງ ຄຳຕັດສິນເຂົ້າໃໝ່ໃນປີ 2020 ມີ 7.514 ເລື່ອງ ສາມາດຈັດຕັ້ງປະຕິບັດສຳເລັດ 1.692 ເລື່ອງ ເທົ່າກັບ 7,4% ຂອງຈຳນວນຄຳຕັດສິນຂອງສານທັງໝົດ ແລະ ເທົ່າກັບ 22,51% ຂອງຈຳນວນຄຳຕັດສິນຂອງສານທີ່ເຂົ້າໃໝ່ ສົ່ງໃຫ້ໄອຍະການປະຊາຊົນຕາມຄຳສັ່ງທວງຂອງສຳນວນຄະດີ 155 ເລື່ອງ ສົ່ງອົງການປະຕິບັດອື່ນ 1.880 ເລື່ອງ ປັດຈຸບັນຈຳນວນຄຳຕັດສິນຂອງສານທົ່ວປະເທດມີ 37.757 ເລື່ອງ ແລະ ໄດ້ຮັບຂໍ້ຂັດແຍ່ງ 75 ຂໍ້ຂັດແຍ່ງ ແກ້ໄຂສຳເລັດ 36 ຂໍ້ຂັດແຍ່ງ ສົ່ງອອກ 15 ຂໍ້ຂັດແຍ່ງ ຍ້ອນບໍ່ຖືກຕ້ອງຕາມເງື່ອນໄຂ ແລະ ຄູ່ກໍລະນີບໍ່ໃຫ້ການຮ່ວມມື ກຳລັງດຳເນີນການແກ້ໄຂ 24 ຂໍ້ຂັດແຍ່ງ ນອກຈາກນີ້ ກໍໄດ້ສ້າງດຳລັດວ່າດ້ວຍຫ້ອງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ຖືສຳຄັນ ແລະ ຍົກສູງຄຸນນະພາບການສ້າງບຸຄະລາກອນກົດໝາຍລະດັບຕ່າງໆ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!