ຫຼາຍຫົວໜ່ວຍທຸລະກິດ ປະກອບສ່ວນໃຫ້ລັດຖະບານລາວຕ້ານພະຍາດ COVID-19​

    ວັນທີ 10 ເມສາ 2020 ທີ່ສໍານັກງານນາຍົກລັດຖະມົນຕີ ໄດ້ມີຄອບຄົວການນໍາ ສະມາຄົມ ແລະ ຫົວໜ່ວຍທຸລະກິດ ປະກອບສ່ວນມອບອຸປະກອນການແພດ ແລະ ເງິນສົດໃຫ້ກັບລັດຖະບານລາວນໍາໃຊ້ເຂົ້າໃນການສະກັດກັ້ນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດເຊື້ອພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19) ຕາງໜ້າຮັບຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ. 

    ສະມາຄົມ ແລະ ຫົວໜ່ວຍທຸລະກິດທີ່ມອບຄັ້ງນີ້ ປະກອບມີ 

    ຄອບຄົວການນໍາ ແລະ ນັກທຸລະກິດຍິງໜຸ່ມ ມອບອຸປະກອນການແພດ ແລະ ເງິນສົດຈໍານວນໜຶ່ງ ມູນຄ່າ 214.000.000 ກີບ ຕາງໜ້າມອບຂອງທ່ານ ນາງອາລຸນນີ ກົມມະສິດ ພັນລະຍາລັດຖະມົນຕີກະຊວງການຕ່າງປະເທດ 

    ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ ມອບເງິນສົດ 100 ລ້ານກີບ ຕາງໜ້າມອບຂອງທ່ານ ວັດດານາ ສຸຄະບັນດິດ ຜູ້ອໍານວຍການໃຫຍ່ບໍລິສັດ ສຸວັນນີ ໂຮມເຊັນເຕີ ມະຫາຊົນ 

    ບໍລິສັດສະກາຍໂທລະຄົມ ມອບເງິນສົດ 100 ລ້ານກີບ ຕາງໜ້າມອບຂອງທ່ານ ສຸບັນ ພັນທະວີ ອໍານວຍການໃຫຍ່ບໍລິສັດສະກາຍໂທລະຄົມ 

    ສະມາຄົມນັກທຸລະກິດຫວຽດນາມ ຮ່ວມມື ແລະ ການລົງທຶນຢູ່ລາວ ສົມທົບກັບສະມາຄົມໃຫຍ່ຊາວຫວຽດນາມຢູ່ລາວ ມອບເງິນ 113.900.000 ກີບ ຕາງໜ້າມອບຂອງທ່ານ ວິໄຊ ນະວຽງຈັນ ປະທານສະມາຄົມໃຫຍ່ຊາວຫວຽດນາມຢູ່ລາວ 

ແລະ ສໍານັກງານປົກປ້ອງເງິນຝາກ ມອບເງິນສົດ 50 ລ້ານກີບ ຕາງໜ້າມອບຂອງທ່ານ ຄໍາໄຊ ພົມມະວີ ຮອງຄະນະສໍານັກງານປົກປ້ອງເງິນຝາກ.

error: Content is protected !!