
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ໃນວັນທີ 10 ເມສາ 2020 ທີ່ສູນປະຕິບັດຄະນະສະເພາະກິດ ຄວບຄຸມພະຍາດ COVID-19 ວ່າ:
ມາຮອດເວລາ 6:00 ໂມງເຊົ້າ ຂອງວັນທີ 10 ເມສາ 2020 ທົ່ວໂລກມີລາຍງານກໍລະນີທັງໝົດ 209 (ປະເທດ/ເຂດ) ກໍລະນີຢັ້ງຢືນຜູ້ຕິດເຊື້ອພະຍາດ COVID-19 ມີ 1.598.912 (ໃໝ່ 80.889) ເສຍຊິວິດ 95.483 (ໃໝ່ 7.026) ປີ່ນປົວຫາຍດີ 355.401 ຄົນ ອັດຕາຄວາມຮ້າຍແຮງເພີ້ມຂື້ນເປັນ 5,97% (ມື້ວານນີ້ 5,85%) ການເຝົ້າລະວັງ COVID-19 ປະຈຳດ່ານ ຮອດ 5 ໂມງແລງຂອງວັນທີ 9 ເມສາ 2020 ຕາມຈຸດຜ່ານດ່ານ ມີຈຳນວນຜູ້ເດີນທາງເຂົ້າມາທັງໝົດ 1.626 ຄົນຜູ້ເດີນທາງຜ່ານ ໃນນັ້ນ ຜ່ານດ່ານລາວ-ໄທ 713 ຄົນ ຜ່ານດ່ານລາວ-ຈີນ 319 ຄົນ ຜ່ານດ່ານລາວ-ຫວຽດ 594 ຄົນ ເຊີ່ງສ່ວນຫຼາຍແມ່ນພະນັກງານຂັບລົດບັນທຸກຂົນສິນຄ້າ ຜູ້ເດີນທາງໃນທຸກດ່ານແມ່ນໄດ້ກວດວັດອຸນຫະພູຮ່າງກາຍ ແລະ ບໍ່ມີຄົນເປັນໄຂ້.

ສຳລັບການເຝົ້າລະວັງ ແລະ ວິເຄາະ ມາຮອດວັນທີ 9 ເມສາ 2020 ໄດ້ມີກໍລະນີສົງໄສເກັບຕົວຢ່າງມາກວດທັງໝົດ 82 ຄົນ ໃນນີ້ມີຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ 32 ຄົນ ແລະ ກໍລະນີສົງໄສໃໝ່ 50 ຄົນ ເຊິ່ງໃນຈຳນວນ 82 ຄົນທີ່ມາກວດນັ້ນ ມີນະຄອນຫຼວງວຽງຈັນ 76 ຄົນ ແລະ ຕ່າງແຂວງ 6 ຄົນ (ຫຼວງພະບາງ 4 ຄົນ ອັດຕະປື 1 ຄົນ ແລະ ສາລະວັນ 1 ຄົນ) ເຊິ່ງຜົນກວດທັງໝົດແມ່ນບໍ່ພົບເຊື້ອ.
ນັບແຕ່ເດືອນມັງກອນ ຮອດວັນທີ 9 ເມສາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 1.035 ຄົນ ກວດພົບເຊື້ອທັງໝົດ 16 ຄົນ ເຊິ່ງຈຳນວນ 13 ຄົນແມ່ນນອນປິ່ນປົວ-ຕິດຕາມຢູ່ໂຮງໝໍມິດຕະພາບ ແລະ ອີກ 3 ຄົນແມ່ນນອນປິ່ນປົວຢູ່ໂຮງໝໍຫຼວງພະບາງ. ສະເພາະຈຳນວນຜູ້ສຳຜັດໃກ້ຊິດທັງໝົດທີ່ໄດ້ຕິດຕາມແຕ່ວັນທີ 23 ມີນາ-9 ເມສາ 2020 ມີທັງໝົດ 303 ຄົນ ໃນນີ້ໝົດກຳນົດຕິດຕາມທັງໝົດ 218 ຄົນ ຍັງສືບຕໍ່ຕິດຕາມທັງໝົດ 85 ຄົນ ເຊິ່ງລວມມີ ນະຄອນຫຼວງວຽງຈັນ 41 ຄົນ ແຂວງໄຊສົມບູນ 39 ຄົນ ແຂວງຫຼວງພະບາງ 02 ຄົນ ແຂວງຄຳມ່ວນ 02 ຄົນ ແຂວງວຽງຈັນ 1 ຄົນ ສຳລັບການຕິດຕາມສະຖານທີ່ຈຳກັດບໍລິເວນ ແລະ ຜູ້ຈຳກັດບໍລິເວນຢູ່ເຮືອນໃນທົ່ວປະເທດ ສະຖານທີ່ຈຳກັດບໍລິເວນ ໃນຂອບເຂດທົ່ວປະເທດມີ 1.661 ແຫ່ງ ຈຳນວນຄົນທີ່ຕິດຕາມຢູ່ສູນຈຳກັດບໍລິເວນມີ 60.237 ຄົນ ແລະ ຈຳນວນທີ່ຈຳກັດບໍລິເວນຢູ່ເຮືອນຂອງຕົນເອງມີ 21.557.
ແນວໃດກໍຕາມ ຂໍຮຽກຮ້ອງໃຫ້ປະຊາຊົນ ຈົ່ງເພີ່ມທະວີເອົາໃຈໃສ່ຈັດຕັ້ງປະຕິບັດຄຳສັ່ງເລກທີ 06 ຂອງນາຍົກລັດຖະມົນຕີໃຫ້ເຂັ້ມງວດ ໂດຍສະເພາະການປະຕິບັດ 3 ຫຼັກການກັນພະຍາດໂຄວິດ ຄື: ລ້າງມືດ້ວຍສະບູ ຫຼື ເຈວ/ເຫຼົ້າລ້າງມື ລ້າງເລື້ອຍໆ ແລະ ລ້າງຖືກວິທີ ຢູ່ຫ່າງກັນ 2 ແມັດຂຶ້ນໄປ ບໍ່ວ່າຢູ່ເຮືອນ ຢູ່ສະຖານທີ່ອື່ນເຊັ່ນ ຕະຫຼາດ ຮ້ານຄ້າ ບໍ່ອອກໄປບ່ອນສາທາລະນະ ຖ້າບໍ່ຈຳເປັນ ຍິ່ງຈຳກັດຕົນເອງຢູ່ເຮືອນໄດ້ດີເທົ່າໃດ ກໍຍິ່ງຊ່ວຍຫຼຸດຄວາມສ່ຽງການຕິດ ຫຼື ກະຈາຍເຊື້ອໄດ້ດີເທົ່ານັ້ນ ແຕ່ຖ້າຕ້ອງອອກໄປຂ້າງນອກ ກໍ່ຕ້ອງປະຕິບັດຕາມລະບຽບການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ.