ການແຂ່ງຂັນກີລາເປຕັງ ປະເພດທີມປະສົມຍິງ-ຊາຍ ຊີງຂັນຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກີລາ ຈັດຂຶ້ນໃນວັນທີ 5 ມີນາ 2021 ຢູ່ເດີ່ນກີລາເປຕັງບຶງຂະຫຍອງ (ເຂດບຶງຂະຫຍອງ) ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910-8 ມີນາ 2021) ແລະ ຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນ.

ການແຂ່ງຂັນດັ່ງກ່າວ ມີທັງໝົດ 8 ທີມເຂົ້າຮ່ວມ ຄື: ທີມຄະນະກົມສາມັນສຶກສາ ທີມພະແນກບໍລິຫານ ທີມພະແນກປະຖົມສຶກສາ ທີມພະແນກມັດທະຍົມສຶກສາຕອນຕົ້ນ ທີມພະແນກມັດທະຍົມສຶກສາຕອນປາຍ ທີມພະແນກກວດກາ ຕິດຕາມ ແລະ ປະເມີນຜົນ ທີມພະແນກພາສາຕ່າງປະເທດ ແລະ ທີມຫ້ອງການຄຸ້ມຄອງໂຄງການ ເຊິ່ງຮູບແບບການແຂ່ງຂັນແມ່ນຈັບສະຫຼາກປະກົບຄູ່ ແຂ່ງຂັນເສຍຄັດອອກ ຄຽງຄູ່ກັນນັ້ນ ຍັງມີການແຂ່ງຂັນກີລາເປຕັງມິດຕະພາບ ລະຫວ່າງທີມຄະນະນຳກົມສາມັນສຶກສາ ແລະ ທີມແຂກຖືກເຊີນຈາກບັນດາກົມ ສະຖາບັນ ແລະ ສູນຕ່າງໆອີກດ້ວຍ.

ຜ່ານການແຂ່ງຂັນ ກໍສາມາດຄັດເລືອກໄດ້ຄູ່ຊີງຊະນະເລີດ ເປັນການພົບກັນລະຫວ່າງທີມພະແນກກວດກາ ຕິດຕາມ ແລະ ປະເມີນຜົນ ແລະ ທີມພະແນກບໍລິຫານ ຜົນການແຂ່ງຂັນ ປາກົດວ່າ ກາຍເປັນທີມພະແນກກວດກາ ຕິດຕາມ ແລະ ປະເມີນຜົນ ໄລ່ເອົາຊະນະທີມພະແນກບໍລິຫານໄປໄດ້ 9-7 ຄະແນນ ຄວ້າແຊັມໄປຄອງໄດ້ສຳເລັດ ພ້ອມຮັບຂັນລາງວັນຊະນະເລີດ 1 ໜ່ວຍ.

ການແຂ່ງຂັນຄັ້ງນີ້ ນອກຈາກສ້າງຂະບວນການສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910-8 ມີນາ 2021) ແລະ ຕ້ອນຮັບວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 66 ປີ (22 ມີນາ 1955-22 ມີນາ 2021) ໃຫ້ມີບັນຍາກາດຟົດຟື້ນ ແລະ ເບີກບານມ່ວນຊື່ນແລ້ວ ຍັງເປັນການຮັດແໜ້ນຄວາມສາມັກຄີຮັກແພງລະຫວ່າງຄະນະນຳກົມ ແລະ ພະນັກງານພາຍໃນກົມ ໃຫ້ມີຄວາມສະໜິດສະໜົມ ແລະ ໃກ້ຊິດຕິດແທດກັນຫຼາຍຂຶ້ນ ທັງເປັນການສ້າງໂອກາດໃຫ້ພະນັກງານໄດ້ຫຼິ້ນກີລາເພື່ອໃຫ້ມີສຸຂະພາບແຂງແຮງ ແລະ ມີພະລານາໄມສົມບູນ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບການມອບໝາຍຢ່າງມີຜົນສຳເລັດໃນອະນາຄົດ.
ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານນາງ ສີສຸກ ວົງວິຈິດ ຫົວໜ້າກົມສາມັນສຶກສາ ມີຄະນະກົມ ພະນັກງານອາວຸໂສບຳນານ ແຂກຖືກເຊີນຈາກພາກສ່ວນຕ່າງໆ ພ້ອມດ້ວຍບັນດາຫົວໜ້າ-ຮອງຫົວໜ້າພະແນກ ພະນັກງານວິຊາການ ແລະ ພາກສ່ວນກ່ຽວຂ້ອງຢ່າງພ້ອມພຽງ.
# ຂ່າວ & ພາບ : ສີພອນ ຈັນທະດາລາ