ພິທີເຝິກອົບຮົມ ແນະນໍາການຂຽນໂຄງການລົງທຶນຂອງລັດ ໃຫ້ແກ່ບັນດາຫ້ອງການ ແລະ ບ້ານອ້ອມຂ້າງ ທົ່ວເມືອງຈັນທະບູລີ ຈັດຂຶ້ນວັນທີ 10 ມີນາ 2021 ຢູ່ປົກຄອງເມືອງຈັນທະບູລີ ໂດຍການເປັນປະທານຂອງທ່ານ ເພັດສະໄໝ ນັດຜາສຸກ ຮັກສາການເຈົ້າເມືອງຈັນທະບູລີ ມີນັກວິທະນາກອນທີ່ມາຈາກພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ພ້ອມດ້ວຍນັກສໍາມະນາກອນທີ່ມາຈາກບັນດາຫ້ອງການ ແລະ ບ້ານອ້ອມຂ້າງເມືອງເຂົ້າຮ່ວມ.


ໂອກາດນີ້ ທ່ານ ເພັດສະໄໝ ນັດຜາສຸກ ກ່າວວ່າ: ຄືດັ່ງທີ່ບັນດາທ່ານຮູ້ນໍາກັນແລ້ວວ່າ ວຽກງານການຄຸ້ມຄອງການລົງທຶນຂອງລັດ ເປັນວຽກງານທີ່ມີຄວາມສໍາຄັນຕໍ່ກັບວຽກງານການພັດທະນາເສດຖະກິດ-ສັງຄົມ ກໍຄືວຽກງານພັດທະນາຊັບພະຍາກອນມະນຸດ ເຊິ່ງການແນະນໍາການຂຽນໂຄງການລົງທຶນຂອງລັດຄັ້ງນີ້ ຈະໄດ້ດໍາເນີນໄປເປັນເວລາ 3 ວັນ (10-12 ມີນາ 2021) ໃນໄລຍະເວລາດັ່ງກ່າວນີ້ ບັນດາຜູ້ເຂົ້າຮ່ວມເຝິກອົບຮົມຈະໄດ້ຮັບຟັງ ແລະ ຮຽນຮູ້ເຖິງທຸກຂັ້ນຕອນຂອງການຄຸ້ມຄອງການລົງທຶນຂອງລັດ ຈະໄດ້ຮັບຟັງ ແລະ ຮຽນຮູ້ກ່ຽວກັບກົດໝາຍການລົງທຶນຂອງລັດ ຂັ້ນຕອນການຂໍງົບປະມານປະຈໍາປີ ການຂຽນໂຄງການ ໝາຍຄວາມວ່າພວກເຮົາໄດ້ເລີ່ມຈາກຂະບວນການຮັບຮູ້ ຮຽນຮູ້ ເຂົ້າໃຈ ແລະ ກ້າວໄປສູ່ການປະຕິບັດຕົວຈິງ ດັ່ງນັ້ນ ການເຝິກອົບຮົມຄັ້ງນີ້ ຈຶ່ງມີຜົນປະໂຫຍດຫຼາຍ ຕໍ່ບັນດາຫ້ອງການ ແລະ ບ້ານຂອງເມືອງຈັນທະບູລີ.

ດັ່ງນັ້ນ ຈຶ່ງຮຽກຮ້ອງມາຍັງບັນດາທ່ານນັກສໍາມະນາກອນ ຈົ່ງພ້ອມກັນເອົາໃຈໃສ່ຮັບຟັງ ແລະ ຮຽນຮູ້ນໍາທີມງານຄູເຝິກ ເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນ.
# ຂ່າວ & ພາບ : ສີພອນ ຈັນທະດາລາ