ພິທີມອບ-ຮັບອາຄານຮຽນຫຼັງໃໝ່ ຂອງໂຮງຮຽນປະຖົມສຶກສາສົມບູນສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນເມື່ອວັນທີ 5 ມີນາ 2021 ຢູ່ໂຮງຮຽນດັ່ງກ່າວ ໃຫ້ກຽດມອບຂອງທ່ານ ໄຊສົງຄາມ ວໍລະຈິດ ປະທານບໍລິສັດ SV Group ຈຳກັດ ແລະ ຕາງໜ້າຮັບໂດຍທ່ານ ເພັດສະໄໝ ນັດຜາສຸກ ຮັກສາການເຈົ້າເມືອງຈັນທະບູລີ ມີທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານນາງ ຄຳເມິງ ວໍລະຈິດ ພັນລະຍາຂອງການນຳຂັ້ນສູງ ພ້ອມດ້ວຍຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງຈັນທະບູລີ ແຂກທີ່ຖືກເຊີນ ຕະຫຼອດຮອດພະນັກງານຄູ-ອາຈານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໂອກາດນີ້ ທ່ານ ໄຊສົງຄາມ ວໍລະຈິດ ໄດ້ຜ່ານບົດລາຍງານສະພາບການກໍ່ສ້າງໂຮງຮຽນປະຖົມສົມບູນສີບຸນເຮືອງ ວ່າ: ໂຄງການກໍ່ສ້າງອາຄານຮຽນຫຼັງດັ່ງກ່າວ ແມ່ນໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 3 ມີນາ 2019 ເປັນຕົ້ນມາ ເປັນອາຄານ 2 ຊັ້ນ ມີ 8 ຫ້ອງຮຽນ ຂະໜາດຄວາມກວ້າງ 9 ແມັດ ຄວາມຍາວ 36 ແມັດ ຫຼັງຄາມຸງດ້ວຍກະເບື້ອງ ປູພື້ນກາໂລ ກໍ່ສ້າງອາຄານຫ້ອງການ ແລະ ຫ້ອງສະໝຸດ ເປັນອາຄານຊັ້ນດຽວ ມີ 2 ຫ້ອງ ແບ່ງເປັນຫ້ອງການຄູ ຫ້ອງສະໝຸດ ແລະ ມີຫ້ອງນໍ້າ ມີຄວາມກວ້າງ 8 ແມັດ ຄວາມຍາວ 20 ແມັດ ມຸງດ້ວຍກະເບື້ອງ ປູພື້ນດ້ວຍກາໂລ ກໍ່ສ້າງກຳແພງໃໝ່ດ້ານຫຼັງ ແລະ ດ້ານຂ້າງໂຮງຮຽນ ມີຄວາມສູງ 2 ແມັດ ເຮັດດ້ວຍໂຄງສ້າງເສົາເບຕົງ ແລະ ກໍ່ໂບກ ມີປະຕູສຸກເສີນ 1 ປ່ອງ (ກໍລະນີເກີດສຸກເສີນ) ກໍ່ສ້າງປະຕູໂຂງ ແລະ ຮົ້ວດ້ານໜ້າ ໂຄງສ້າງເບຕົງເທກັບທີ່ ໃສ່ເຫຼັກຕານ່າງ ປະຕູໂຂງເຮັດໂດຍໂຄງສ້າງເບຕົງ ມຸງກະເບື້ອງ ປະກອບປ້າຍໂຮງຮຽນຕາມແບບກະຊວງສຶກສາທິການ ແລະ ກີລາ (ສສກ) ໂດຍແມ່ນຫ້ອງການ ສສກ ເມືອງຮັບຮອງຢ່າງຖືກຕ້ອງ.

ສ່ວນວຽກກໍ່ສ້າງຄອງລະບາຍນ້ຳຈາກເດີ່ນໂຮງຮຽນ ມີທັງແບບປິດດ້ວຍຕານ່າງເຫຼັກ ແລະ ແບບເປີດຂ້າງກຳແພງ ສາມາດຮອງຮັບລະບາຍນໍ້າໄດ້ຕາມການຄິດໄລ່ເບື້ອງຕົ້ນ ວຽກສ້ອມແປງກຳແພງເກົ່າດ້ານຂ້າງ ທິດເໜືອຂອງໂຮງຮຽນແມ່ນໄດ້ມີການປ່ຽນເອົາດິນຈີ່ເກົ່າອອກ ແລ້ວປ່ຽນໃໝ່ ພ້ອມທັງໂບກທາສີ ວຽກກໍ່ສ້າງລະບົບນ້ຳບາດານເພື່ອຫົດຫຍ້າ ແລະ ຕິດຕັ້ງລະບົບນໍ້າປະປາ ໄດ້ແລ່ນກົງເຕີໃໝ່ ທໍ່ນໍ້າໃໝ່ ຕິດຕັ້ງລະບົບແທ່ງເກັບນ້ຳ ແລະ ກໍ່ສ້າງອ່າງລ້າງມື ຍົກລະດັບປ້ອງກັນນໍ້າຖ້ວມ ຈັດໃຫ້ມີເດີ່ນກີລາ ແລະ ຮ່ວງບານບ້ວງ ໄດ້ຖົມດິນປູກຝັງ ປັບລະດັບ ແລະ ຄັດເລືອກຫຍ້າທີ່ຄາດວ່າມີຄວາມທົນທານສູງ ເພື່ອຄວາມສວຍງາມ ສີຂຽວ ເທພື້ນທາງຍ່າງ ນັບແຕ່ປະຕູໂຂງຮອດທາງເຂົ້າຫ້ອງຮຽນຫຼັງໃໝ່ ແລະ ກໍ່ສ້າງເສົາຫຼັກທຸງ ການກໍ່ສ້າງດັ່ງກ່າວ ແມ່ນທຶນລັດຖະບານປະກອບ ມູນຄ່າ 2.213.364.150 ກີບ ແລະ ທຶນຊ່ວຍເຫຼືອລ້າຈາກທ່ານ ໄຊສົງຄາມ ວໍລະຈິດ ແລະ ຄອບຄົວ ຮ່ວມກັບ ບໍລິສັດ SV Group ຈຳກັດ ເປັນມູນຄ່າ 4.077.449.259 ກີບ ລວມມູນຄ່າໂຄງການທັງໝົດ 6.330.860.649 ກີບ.

ຂະນະດຽວກັນ ທ່ານ ເພັດສະໄໝ ນັດຜາສຸກ ໄດ້ກ່າວຮັບ ພ້ອມທັງສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງທ່ານ ໄຊສົງຄາມ ວໍລະຈິດ ພ້ອມດ້ວຍຄອບຄົວ ທີ່ໄດ້ຊຸກຍູ້ປະກອບສ່ວນຊ່ວຍເຫຼືອສ້າງ ແລະ ສ້ອມແປງໂຮງຮຽນຫຼັງດັ່ງກ່າວໃຫ້ສະອາດ ແລະ ງົດງາມຂຶ້ນ ສ້າງເປັນໂຮງຮຽນສີຂຽວ ໜ້າຢູ່ ຖືກຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ທີ່ກະຊວງ ສສກ ວາງອອກ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະຊີ້ນຳໃຫ້ທາງຫ້ອງການ ສສກ ເມືອງ ກໍຄືໂຮງຮຽນດັ່ງກ່າວໃຫ້ຮັກສາຄວາມສະອາດ ເປັນໂຮງຮຽນສີຂຽວ ແລະ ໜ້າຢູ່ຕະຫຼອດໄປ ພ້ອມກັນນັ້ນ ຈະຊີ້ນຳໃຫ້ທາງພາກສ່ວນທີ່ກ່ຽວຂ້ອງ ລະດົມໃຫ້ນັກຮຽນພາຍໃນບ້ານ ແລະ ເຂດອ້ອມຂ້າງ ມາເຂົ້າຮຽນໃຫ້ຫຼາຍຂຶ້ນກວ່າເກົ່າ.
ນອກຈາກນັ້ນ ພາກສ່ວນກ່ຽວຂ້ອງຍັງໄດ້ປະກອບປື້ມແບບຮຽນໃສ່ຫ້ອງສະໝຸດຈຳນວນ 50 ຊຸດ ລວມ 1.500 ຫົວ ຄິດເປັນເງິນ 45 ລ້ານກີບ.
# ຂ່າວ & ພາບ : ສີພອນ ຈັນທະດາລາ