ຜທ ຍົກລະດັບວຽກງານກວດກາພັກ-ລັດ ໃຫ້ພະນັກງານ

    ກະຊວງແຜນການ ແລະ ການລົງທຶນ (ຜທ) ເປີດເຝິກອົບຮົມວຽກງານກວດກາພັກ-ລັດ ທົ່ວຂະແໜງ ຜທ ຊຸດທີ V ໃນວັນທີ 10 ມີນາ 2021 ໂດຍເປັນປະທານຂອງທ່ານ ກິແກ້ວ ຈັນທະບູຣີ ປະທານຄະນະກວດກາພັກກະຊວງ ຮອງລັດຖະມົນຕີກະຊວງ ຜທ ມີທ່ານ ດາວບົວລະພາ ບາວົງເພັດ ຮອງປະທານຄະນະກວດກາສູນກາງພັກ ພະນັກງານຫຼັກແຫຼ່ງກວດກາກະຊວງ ແລະ ຂະແໜງກວດກາພະແນກ ຜທ ເຂົ້າຮ່ວມ.

    ການຈັດຊຸດເຝິກອົບຮົມຂຶ້ນຄັ້ງນີ້ ຈຸດປະສົງເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ ຜູ້ທີ່ຮັບຜິດຊອບວຽກງານກວດກາທົ່ວຂະແໜງແຜນການ ແລະ ການລົງທຶນໃນຂອບເຂດທົ່ວປະເທດ ໃຫ້ມີຄວາມເຂົ້າໃຈຖືກຕ້ອງ ເປັນເອກະພາບຕໍ່ກັບວຽກງານກວດກາໃນໄລຍະໃໝ່ ຕ້ອງບຸກທະລຸຈິນຕະນາການ ແລະ ການກະທຳ ຕ້ອງເຂົ້າໃຈວ່າ ວຽກງານກວດກາ ເປັນວຽກງານກວດກາຄືນຄວາມຖືກຕ້ອງ ເປັນຕົ້ນ ແມ່ນວິທີຈັດຕັ້ງປະຕິບັດກ່ຽວກັບວຽກງານຕິດຕາມການແກ້ໄຂຜົນການກວດກາ ຜົນຂອງການກວດສອບວຽກງານກວດກາພັກ ວຽກງານກວດກາລັດ ວຽກງານສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ການແກ້ໄຂຄຳຮ້ອງ-ຄຳສະເໜີ ເນື່ອງຈາກວ່າວຽກງານກວດກາ ແມ່ນໜຶ່ງໃນພາລະບົດບາດການນຳພາຂອງພັກ ແລະ ເປັນຂອດຕັດສິນຊີ້ຂາດຂອງວຽກງານການຊີ້ນຳ-ນຳພາ ເຖິງການປະຕິບັດໜ້າທີ່ວຽກງານໃຫ້ຖືກຕ້ອງຕາມລະບຽບການ ແນວທາງນະໂຍບາຍ ຖືກຕ້ອງຕາມລະບຽບກົດໝາຍວາງອອກທຸກຂັ້ນຕອນ ສະນັ້ນ ພະນັກງານທີ່ເຮັດວຽກກວດກາຕ້ອງມີຄວາມເຂົ້າໃຈທີ່ຖືກຕ້ອງ ເປັນເອກະພາບໃນການຈັດຕັ້ງປະຕິບັດຕາມລະບຽບການ ແລະ ກົດໝາຍທີ່ກຳນົດໄວ້ຢ່າງເປັນລະບົບ ຊຸດເຝິກອົບຮົມດັ່ງກ່າວນີ້ ດຳເນີນເປັນເວລາ 9 ວັນ ມີນັກສຳມະນາກອນ 55 ຄົນ ຍິງ 20 ຄົນ ເຂົ້າຮ່ວມ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!