ເທສະການອາຫານສ້າງອາຊີບ ປິດລົງຢ່າງເປັນທາງການ ວັນທີ 8 ມີນາ 2021 ທີ່ສູນການຄ້າທາດຫຼວງພລາຊາ ມີທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ທ່ານ ນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ທ່ານນາງ ຈັນສະແຫວງ ບຸດສະຫວັດ ຮອງຫົວໜ້າສູນພັດທະນາສີມືແຮງງານນະຄອນຫຼວງວຽງຈັນ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ພາຍໃນງານ ທ່ານນາງ ຫຼຽນຄຳ ວິລະພັນ ໃຫ້ກຽດປາຖະກະຖາກ່ຽວກັບບົດບາດແມ່ຍິງ ແລະ ຫວນຄືນປະຫວັດຄວາມເປັນມາຂອງແມ່ຍິງສາກົນ ຄົບຮອບ 111 ປີ ນອກນັ້ນ ກິດຈະກຳສຳຄັນພາຍໃນງານກໍຄື ການແຂ່ງຂັນຕຳໝາກຫຸ່ງຮອບຊີງຊະນະເລີດ ເຊິ່ງໄດ້ແຂ່ງຂັນມາແຕ່ວັນທີ 6 ມີນາ 2021 ຈາກທັງໝົດຜູ້ເຂົ້າຮ່ວມ 12 ທິມ ເຊິ່ງຜ່ານຮອບຄັດເລືອກມາໄດ້ 8 ທີມ ແລະ ວັນທີ 7 ມີນາ 2021 ໄດ້ຄັດເລືອກເອົາ 5 ທີມຈາກ 8 ທີມເຂົ້າຮ່ວມຊິງຊະນະເລີດ ແລະ ມາຮອດວັນທີ 8 ມີນາ 2021 ໄດ້ແຂ່ງຂັນຊິງຊະນະເລີດຮອບສຸດທ້າຍ ຜ່ານການແຂ່ງຂັນ ທີມທີ່ໄດ້ທີ 1 ແມ່ນທີມ ເລດີ້ ບານຊໍ່າ ໄດ້ຮັບເງິນລາງວັນ 1 ລ້ານກີບ ພ້ອມຫຼັກສູດຮຽນເບເກີຣີ ແລະ ອາຫານເອີຣົບມູນຄ່າ 2.000.000 ກີບ ທີ 2 ທີມ BP Cooking ໄດ້ຮັບລາງວັນເງິນສົດ 700.000 ກີບ ພ້ອມຫຼັກສູດຮຽນເບເກີຣີ ແລະ ອາຫານເອີຣົບມູນຄ່າ 2.000.000 ກີບທີ 3 ທີມ ແອບແຊບ ໄດ້ຮັບລາງວັນເງິນສົດ 500.000 ກີບ ພ້ອມຫຼັກສູດຮຽນເບເກີຣີ ແລະ ອາຫານເອີຣົບມູນຄ່າ 2.000.000 ກີບ ສ່ວນທີມ ສອງອິນດີ້ ແລະ ທີມ ແບ໋ກລິດ ໄດ້ຮັບລາງວັນຊົມເຊີຍພ້ອມຫຼັກສູດຮຽນເບເກີຣີ ແລະ ອາຫານເອີຣົບມູນຄ່າ 2.000.000 ກີບ.
ນອກຈາກນີ້ ພາຍໃນງານ ທ່ານນາງ ສຸດາລັດ ພັນພູທອນ ຕາງໜ້າໃຫ້ແກ່ຄະນະຜູ້ຈັດງານເທສະການອາຫານສ້າງອາຊີບ ໄດ້ຂຶ້ນກ່າວຄວາມເປັນມາໂດຍຫຍໍ້ຂອງການກະກຽມ ຈາກນັ້ນ ກໍໄດ້ຮັບຟັງການໃຫ້ຄຳຄິດຄຳເຫັນຕໍ່ງານດັ່ງກ່າວໂດຍທ່ານນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນຕື່ມອີກ.

# ຂ່າວ & ພາບ : ຂັນທະວີ