ພະແນກການເງິນ ນວ ສ້າງ​ຂະ​ບວນ​ການຄໍານັບ-ຊົມເຊີຍວັນສຳຄັນຂອງຊາດ

    ພະແນກການເງິນ ນະຄອນຫຼວງວຽງຈັນ (ນວ) ຈັດແຂ່ງຂັນກີລາບານເຕະມິດຕະພາບ ຊີງຂັນທ່ານຫົວໜ້າພະແນກການເງິນ ນວ ເພື່ອສ້າງ​ຂະ​ບວນ​ການຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ນວ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທັງເປັນການສ້າງ ຂະບວນການຄຳ​ນັບ​ຮັບ​ຕ້ອນ ແລະ ຊົມເຊີຍວັນສຳຄັນຕ່າງໆຂອງພັກ-ຂອງຊາດ ເປັນຕົ້ນ ບັ້ນເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ວັນສ້າງຕັ້ງແມ່ ຍິງສາກົນ ຄົບຮອບ 111 ປີ ແລະ ຊົມ​ເຊີຍ​ຜົນ​ສຳ​ເລັດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດແຜນ​​ງົບ​ປະ​ມານ​ແຫ່ງ​ລັດ ຂອງ ຂະແໜງການເງິນ ນວ ປະ​ຈຳ​ປີ 2020 ແລະ ແຜນການປະຈຳປີ 2021.

    ການແຂ່ງຂັນດັ່ງກ່າວ ຈັດຂຶ້ນວັນທີ 6 ມີນາ 2021 ຜ່ານມາ ຢູ່ສະໜາມກີລາກູດໄລຟ ໂດຍມີທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ພ້ອມດ້ວຍບັນດາສະຫາຍຄະນະພັກຮາກຖານ ພະ ແນກການເງິນ ນວ ເລຂາ-ຮອງເລຂາ 14 ໜ່ວຍພັກທີ່ຂຶ້ນກັບ ພ້ອມດ້ວຍນັກກີລາປະເພດຊາຍ 8 ທີມ ປະເພດຍິງ 6 ທີມອ້ອມຂ້າງຂະແໜງການເງິນ ນວ ເຂົ້າຮ່ວມ.

    ຜ່ານການແຂ່ງຂັນ ປະເພດຊາຍ ທີ 1 ສ່ວຍສາອາກອນ ນວ ໄດ້ຮັບຂັນ 1 ໜ່ວຍ ພ້ອມຫຼຽນ ແລະ ເງິນລາງວັນ 5 ລ້ານກີບ ທີ 2 ພະແນກການເງິນ ນວ ໄດ້ຮັບຂັນ 1 ໜ່ວຍ ພ້ອມຫຼຽນ ແລະ ເງິນລາງວັນ 3 ລ້ານກີບ ທີ 3 ເມືອງສີໂຄດຕະບອງ+ນາຊາຍທອງ+ສັງທອງ ໄດ້ຮັບຂັນ 1 ໜ່ວຍ ພ້ອມຫຼຽນ ແລະ ເງິນລາງວັນ 2 ລ້ານກີບ ສ່ວນເພດຍິງ ທີ 1 ໂຊນ 2 (ເມືອງໄຊເສດຖາ+ສີສັກຕະນາກ+ຫາດຊາຍຟອງ+ປາກງື່ມ) ໄດ້ຮັບຂັນ 1 ໜ່ວຍ ພ້ອມຫຼຽນ ແລະ ເງິນລາງວັນ 5 ລ້ານກີບ ທີ 2 ສ່ວຍສາອາກອນ ນວ ໄດ້ຮັບຂັນ 1 ໜ່ວຍ ພ້ອມຫຼຽນ ແລະ ເງິນລາງວັນ 3 ລ້ານກີບ ທີ 3 ພະແນກການເງິນ ນວ ໄດ້ຮັບຂັນ 1 ໜ່ວຍ ພ້ອມຫຼຽນ ແລະ ເງິນລາງວັນ 2 ລ້ານກີບ ນອກນີ້ ຍັງມີລາງວັນຊົມເຊີຍ ຕື່ມອີກ.

# ຂ່າວ & ພາບ : ສະບາໄພ

error: Content is protected !!