ນໍາສະເໜີລົດກະບະ MAZDA ໃໝ່ “All-New MAZDA BT-50

    ພິທີນໍາສະເໜີລົດກະບະ ມາສດາໃໝ່ “All-New MAZDA BT-50” ຈັດຂຶ້ນວັນທີ 4 ມີນາ 2021 ຢູ່ນະຄອນຫຼວງວຽງຈັນ ໂດຍມີຄະນະບໍລິຫານບໍລິສັດ ແກ້ວໂອໂຕ ກຣຸບ ພ້ອມດ້ວຍແຂກຖືກເຊີນ ລູກຄ້າ ແລະ ສື່ມວນຊົນ ເຂົ້າຮ່ວມ.

    All-New MAZDA BT-50 ເໜືອທຸກມິຕິທີ່ເຄີຍມີມາຂອງລົດກະບະ ກັບ Concept Build for DRESS and JEANS ພ້ອມລຸຍໄປພ້ອມກັນດ້ວຍຄວາມຕື່ນເຕັ້ນ ແຂງແຮງ ຫຼຫຼາ ປອດໄພ ມີຄວາມສະໜຸກສະໜານໃນການຂັບຂີ່ ເປັນລົດຄູ່ໃຈໃນທຸກເສັ້ນທາງ ພົບກັບສິ່ງໃໝ່ໆທີ່ທັນສະໄໝ ທີ່ສະທ້ອນເຖິງຄວາມສົມບູນ ປະສານກັບ KODO Design ພ້ອມ ເຕັກໂນໂລຊີທີ່ຕອບສະໜອງຄວາມຕ້ອງການແບບລົດກະບະ Premium MAZDA ເຂົ້າໃຈຢ່າງຊັດເຈນ ເຖິງຄວາມຕ້ອງການຂອງຜູ້ຂັບຂີ່ ກ່ອນທີ່ຈະສ້າງລົດແຕ່ລະຮຸ່ນຂຶ້ນມາ ແລະ ມຸ່ງໝັ້ນຈະມອບຄວາມສະໜຸກສະໜານ ຄວາມຕື່ນເຕັ້ນ ສ້າງລົດທີ່ເປັນມິດກັບສິ່ງແວດລ້ອມ ພ້ອມຄວາມປອດໄພສູງສຸດ ແລະ ພັດທະນາເຕັກໂນໂລຊີໃໝ່ໆໃຫ້ລູກຄ້າຊົມໃຊ້ ແນວຄິດການອອກແບບ KODO Design Soul of Motion ເຊິ່ງທີ່ເປັນເອກະລັກຂອງ MAZDA ເຮັດໃຫ້ລົດມີຄວາມໂດດເດັ່ນ ແລະ ສາມາດໃຊ້ວຽກໄດ້ທຸກໂອກາດ.

    All-New MAZDA BT-50 ມາພ້ອມເຄື່ອງຈັກ 2 ຂະໜາດ ຄື: ເຄື່ອງຈັກ 3,0 ລິດ ກໍາລັງສູງສຸດ 190 ແຮງມ້າ 3.600 ຮອບຕໍ່ນາທີ ແຮງບິດສູງ 450 ນິວຕັນ-ແມັດ 1.600-2.600 ຮອບຕໍ່ນາທີ ຕອບສະໜອງອັດຕາເລັ່ງໄດ້ດີ ແຮງບິດສູງໃນຮອບເຄື່ອງຈັກຕໍ່າ ແລະ ເຄື່ອງກາຊວນ 1,9 ລິດ ໃຫ້ກໍາລັງສູງສຸດ 150 ແຮງມ້າທີ່ 3.600 ຮອບຕໍ່ນາທີ ແຮງບິດສູງສຸດ 350 ນິວຕັນ-ແມັດ 1.800-2.600ຮອບຕໍ່ນາທີ ປະຢັດນໍ້າມັນສູງສຸດ 16,1 ກິໂລແມັດ ເກຍອັດຕະໂນມັດ 6 ສະປີດໃຫ້ອັດຕາເລັ່ງຕໍ່ເນື່ອງ ຈັງຫວະການປ່ຽນເກຍນຸ່ມນວນ ເກຍທໍາມະດາ 6 ສະປີດ ອອກໂຕເຕັມແຮງເຕັມສະມັດຖະນະ ດ້ວຍອັດຕາເລັ່ງຕໍ່ເນື່ອງ ເຂົ້າເກຍງ່າຍ ແລະ ແມ່ນຢຳ.

# ຂ່າວ & ພາບ : ສະບາໄພ

error: Content is protected !!