ທ່ານ ເຄນ ວົງທອງຈິດ ປະທານບໍລິສັດສຸດໃຈທ່ອງທ່ຽວ ຈຳກັດຜູ້ດຽວ ໃຫ້ສຳພາດວ່າ: ຍ້ອນການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ທຸລະກິດບໍລິສັດມີຜົນກະທົບໜັກ ຍ້ອນບໍ່ມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວປະເທດລາວ ເພື່ອເຮັດໃຫ້ທຸລະກິດບໍລິສັດຍືນຍົງຄົງຕົວໄປ ແລະ ເຮັດໃຫ້ພະນັກງານມີວຽກເຮັດງານທຳ ຈຶ່ງໄດ້ມີການຄົ້ນຄິດເພີ່ມທຸລະກິດບໍລິການສົ່ງອາຫານ ແລະ ອອກຕະຫຼາດໃຫ້ລູກຄ້າ ເພື່ອສ້າງຄວາມສະດວກສະບາຍໃຫ້ລູກຄ້າໃນຍຸກປັດຈຸບັນ ທີ່ສະພາບເສດຖະກິດມີຄວາມຫຍຸ້ງຍາກ ສະພາບການສັນຈອນຢູ່ທ້ອງຖະໜົນແອອັດ ແລະ ອື່ນໆ ໂດຍທຸລະກິດໃໝ່ເລີ່ມກະກຽມມາແຕ່ເດືອນຕຸລາ 2020 ແລະ ເປີດບໍລິການຕົ້ນເດືອນມັງກອນ 2021 ເປັນຕົ້ນມາ ເອີ້ນວ່າ: ສຸດໃຈຟູດ (Soutchai Food) ທີ່ມີພະນັກ ງານບໍລິສັດໃຫ້ການບໍລິການສົ່ງອາຫານ ແລະ ອອກຕະຫຼາດໃຫ້ລູກຄ້າໃນຂອບເຂດທົ່ວນະຄອນຫຼວງວຽງຈັນ ປັດຈຸບັນ ມີພະນັກງານບໍລິການປະມານ 50 ຄົນ ແລະ ມີຮ້ານອາຫານທີ່ເປັນຄູ່ຄ້າກັບບໍລິສັດ 200 ກວ່າຮ້ານ.

ສຳລັບການບໍລິການອອກຕະຫຼາດ ເປັນທຸລະກິດໃໝ່ທີ່ຍັງບໍ່ທັນມີໃຜເຮັດມາກ່ອນ ເຊິ່ງທຸລະກິດນີ້ ບໍລິສັດຈະເປັນຜູ້ອອກຕະຫຼາດໃຫ້ລູກຄ້າ ຄ່າບໍລິການ 5.000 ກີບຕໍ່ຄັ້ງ ໄລຍະທາງ 10 ກິໂລແມັດລົງມາ ແລະ ຄ່າສິນຄ້າທີ່ລູກຄ້າສັ່ງ ຕ້ອງມີລາຄານັບແຕ່ 20.000 ຫາ 5 ແສນກີບ ແຕ່ຖ້າສິນຄ້າຫຼາຍ ກໍໃຊ້ລົດຫຼາຍຄັນ ຄ່າບໍລິການກໍເພີ່ມຂຶ້ນຕາມຈຳນວນຖ້ຽວ.

ດັ່ງນັ້ນ ຜູ້ທີ່ຕ້ອງການສັ່ງອາຫານ ແລະ ໃຫ້ບໍລິການອອກຕະຫຼາດ ໃຫ້ສາມາດຕິດຕໍ່ພົວພັນໄດ້ກັບບໍລິສັດສຸດໃຈທ່ອງທ່ຽວ ສຳນັກງານຕັ້ງຢູ່ບ້ານໂພນສີນວນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ແລະ ວິທີດາວໂຫຼດລະບົບ Android ເຂົ້າໄປ Playstore ແລ້ວພິມໃສ່ soutchaifood ຫຼື ລະບົບ IOS ເຂົ້າໄປ App Store ແລ້ວພິມໃສ່ soutchaifood.

# ຂ່າວ & ພາບ : ສົມສະຫວັນ