ເຄິ່ງໜຶ່ງຂອງປະຊາກອນທັງ ໝົດຂອງໂລກ ແມ່ນແມ່ຍິງ ໝາຍເຖິງເຄິ່ງໜຶ່ງຂອງທ່າແຮງທີ່ຈະເຕີບໃຫຍ່ໃນການພັດທະນາ ການສ້າງໂອກາດ ແລະ ແກ້ບັນ ຫາຄວາມທຸກຍາກຫຼາຍທົດສະ ວັດຜ່ານມາ ຜົນການຄົ້ນຄວ້າ ຫຼາຍຄັ້ງໄດ້ສະແດງໃຫ້ເຫັນວ່າ ການສົ່ງເສີມແມ່ຍິງ ແລະ ເປີດໂອກາດໃຫ້ເຂົາໄດ້ສະແດງ ຄວາມສາມາດດ້ານຜູ້ປະກອບ ການເປັນສິ່ງທີ່ສຳຄັນຕໍ່ການ ສ້າງສັງຄົມທີ່ມີເຂັ້ມແຂງຫຼາຍ ບົດຄົ້ນຄວ້າຍັງໃຫ້ຮູ້ອີກວ່າ ເມື່ອແມ່ຍິງໄດ້ເຮັດວຽກ 90% ຂອງລາຍໄດ້ ຈະກັບຄືນເຂົ້າ ສູ່ຄອບຄົວ ທຽບກັບຜູ້ຊາຍ ມີພຽງ 35% (1 Clinton Global Initiative) ການສຸມໃສ່ແມ່ຍິງ ເປັນຫຼັກ ຈະເຮັດໃຫ້ພາກລັດ ຖະບານ ແລະ ເອກະຊົນ ມີ ຄວາມຈະເລີນກ້າວໜ້າເຕີບ ໃຫຍ່ຂະຫຍາຍຕົວ ແລະ ສົ່ງຜົນ ໃຫ້ມີຄວາມຄືບໜ້າດ້ານການ ສຶກສາ ແລະ ສາທາລະນະສຸກ.

ທ່ານນາງ ຈັນດາລີ ສິດພະໄຊ ຫຼື ເປັນທີ່ຮູ້ຈັກກັນດີໃນນາມ “ໝໍແນ່ງ” ເຊິ່ງເປັນທີ່ຮັບຮູ້ໃນ ຫຼາຍໂຄງການຊ່ວຍເຫຼືອຜູ້ຄົນ ທີ່ຂາດເຂີນ ຫຼືປະສົບໄພພິບັດ ທ່ານມີບົດບາດສຳຄັນໃນການປຸກລະດົມຄົນລາວຜ່ານການໃຊ້ສື່ສັງຄົມອອນລາຍໃນ Face book ເພື່ອຮວມທຶນຊ່ວຍເຫຼືອ ແກ່ຜູ້ຖືກກະທົບຈາກເຫດການຕູກັນນໍ້າ ເຂື່ອນເຊປຽນ-ເຊນໍ້າ ນ້ອຍແຕກຢູ່ແຂວງອັດຕະປື ແລະ ໃນໄລຍະການແຜ່ລະ ບາດຂອງພະຍາດໂຄວິດ-19 ໜຶ່ງໃນຫຼາຍໂຄງການທີ່ໝໍແໜ່ງ ໄດ້ມີສ່ວນຮ່ວມແມ່ນໂຄງການ ຂອງອົງການສະຫະປະຊາຊາດ ກອງທຶນເພື່ອປະຊາກອນ (UNFPA) ຊື່ໂຄງການ “ນາງ ນ້ອຍ” ເພື່ອລົບລ້າງການກົດ ຂີ່ຂູດຮີດເພດຍິງ ແລະ ຍົກສູງ ສະຖານະໃນສັງຄົມ ວຽກງານ ດັ່ງກ່າວມີຈຸດປະສົງທີ່ຈະສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໂດຍການສົ່ງເສີມປັດໃຈທີ່ສ້າງ ໂອກາດທີ່ເທົ່າທຽມກັນ ການສື່ສານຜ່ານ Facebook ຈະເປັນສິ່ງທີ່ສຳຄັນຫຼາຍໃນການຂະຫຍາຍການເຜີຍແຜ່ ແລະ ຜົນກະທົບຂອງໂຄງການດັ່ງ ກ່າວເລີ່ມຈາກ UNFPA ແລະ ໄດ້ໂພສຢູ່ເທິງເພຈ Facebook ຂອງເຂົາ ເຊິ່ງເປັນວິທີເຜີຍແຜ່ ທີ່ສາມາດເຂົ້າກຸ່ມຄົນໄດ້ຫຼາຍທີ່ສຸດໃນສັງຄົມລາວ ເນື່ອງຈາກ ມີຜູ້ໃຊ້ Facebook ເຖິງເຄິ່ງ ໜຶ່ງຂອງປະຊາກອນ ໝໍແນ່ງ ກຳລັງຕໍ່ ສູ້ເພື່ອການສ້າງຄວາມ ກ້າວໜ້າໃຫ້ແມ່ຍິງມີສິດທິເທົ່າ ທຽມກັນ ຕໍ່ສູ້ເພື່ອໃຫ້ໂອກາດ ໃຫ້ພວກເຂົາໄດ້ສະແດງຄວາມ ຄິດເຫັນ ແລະ ຄວາມສາມາດ ໃນສັງຄົມ.

ຫຼັກຖານທົ່ວໂລກ ໄດ້ສະແດງ ໃຫ້ເຫັນວ່າວິກິດການຕ່າງໆສ້າງຄວາມສ່ຽງສູງທີ່ອາດຈະເຮັດໃຫ້ແມ່ຍິງໄດ້ພົບກັບຄວາມຮຸນແຮງ ມາດຕະການທີ່ວາງອອກເພື່ອຫຼຸດຜ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ເຊັ່ນ: ການ ກຳນົດບໍລິເວນ ການເຄື່ອນໄຫວ ທາງສັງຄົມ ແລະ ການຈຳກັດ ຮູບແບບຫຼາຍທາງໃນການ ເຄື່ອນໄຫວ ຍັງຊ່ວຍເພີ່ມຄວາມ ສ່ຽງຂອງຄວາມຮຸນແຮງພາຍໃນຄອບຄົວ ການຂູດຮີດທາງເພດ ແລະ ສິ່ງທີ່ເປັນອັນຕະລາຍ ອື່ນໆ ແມ່ຍິງຈະໄດ້ຮັບການ ສຶກສາໃນລະດັບສູງຂຶ້ນ ເມື່ອ ຜູ້ຊາຍ ແລະ ຜູ້ຍິງມີຄວາມຄ່ອງ ແຄ້ວດ້ານດີຈີຕອນ ແລະ ມີການເຂົ້າເຖິງການສະໜອງທຶນ ແລະ ທຸລະກິດຢ່າງເທົ່າທຽມກັນ ເຊິ່ງມີການຮັບຮອງຈາກ Face book’s Future of Business study ທີ່ໄດ້ເຮັດກັບທະນາ ຄານໂລກ ແລະ OECD ສະແດງໃຫ້ເຫັນວ່າທຸລະກິດຂະໜາດນ້ອຍ ແລະ ກາງ ມີທ່າທີ ຈະສ້າງຍອດຂາຍຜ່ານຊ່ອງທາງ ດີຈີຕອນ ເຊັ່ນ: Facebook ແລະ Instagram ການສ້າງ ຄວາມກ້າວໜ້າໃຫ້ແມ່ຍິງ ໂດຍ ຜ່ານສື່ອອນລາຍ ແມ່ນວິທີທີ່ ຈະໄປສູ່ໂລກທີ່ຈະເລີນຮຸ່ງເຮືອງ ແລະ ພັດທະນາ ພວກເຮົາຕ້ອງ ໄດ້ລົງທຶນຢ່າງຕໍ່ເນື່ອງໃນການເຮັດໃຫ້ແມ່ຍິງໄດ້ຮັບສະຖານະພາບທີ່ພວກເຂົາສົມຄວນ ເພື່ອສ້າງ ໂລກທີ່ດີກວ່າໃຫ້ຄົນຮຸ່ນຫຼັງ.