ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ (ພຊສ ນວ) ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910 ຫາ 8 ມີນາ 2021) ພາຍໃຕ້ຄໍາຂວັນ: ການນຳພາເພດຍິງ ບັນລຸຄວາມສະເໝີພາບໃນໄລຍະໂຄວິດ-19 ພ້ອມທັງສະຫຼຸບການເຄື່ອນໄຫວວຽກງານປະຈໍາປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021 ຂຶ້ນວັນທີ 5 ມີນາ 2021 ຢູ່ພະແນກດັ່ງກ່າວ ໂດຍມີທ່ານ ບຸນຊົມ ຊົງວິໄລ ຫົວໜ້າພະແນກ ພຊສ ນວ ທ່ານ ນາງ ໂຄຕາມິນ ພົງຍາລັກ ຮອງປະທານສະຫະພັນແມ່ຍິງ ນວ ພ້ອມດ້ວຍສະມາຊິກແມ່ຍິງເຂົ້າຮ່ວມ.

ທ່ານນາງ ຈັນສຸກ ບົວລະວົງ ປະທານສະຫະພັນແມ່ຍິງ ພະແນກ ພຊສ ນວ ລາຍງານວ່າ: 1 ປີຜ່ານມາ ສະຫະພັນແມ່ຍິງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກແມ່ຍິງ ຈັດຕັ້ງປະຕິບັດວຽກງານແຕ່ລະດ້ານ ເປັນຕົ້ນ ການສົ່ງເສີມ ແລະ ປຸກລະດົມໃຫ້ເອື້ອຍນ້ອງແມ່ຍິງມີການພັດທະນາຊີວິດການເປັນຢູ່ໃນດ້ານຕ່າງໆ ໄປຄຽງຄູ່ກັບການຈັດຕັ້ງວຽກງານວິຊາສະເພາະຕາມເງື່ອນໄຂຕົວຈິງ ເຮັດໃຫ້ເອື້ອຍນ້ອງແມ່ຍິງຈຳນວນໜຶ່ງມີລາຍໄດ້ເພີ່ມຈາກການປະກອບອາຊີບເສີມ ເຊັ່ນ: ການຂາຍເບ້ຍໄມ້ ຂາຍຂະໜົມ ປູກຝັງ-ລ້ຽງສັດ ຫັດຖະກຳຕ່ຳຫູກ ສອນພາສາເພີ່ມ ແລະ ເຮັດຮ້ານເສີມສວຍຕາມເງື່ອນໄຂຂອງໃຜລາວ ໄດ້ປະຕິບັດນະໂຍບາຍຕໍ່ເອື້ອຍນ້ອງແມ່ຍິງເວລາພົບຄວາມຫຍຸ້ງຍາກເຈັບເປັນ ນອນໂຮງໝໍ ຜ່າຕັດ ເກີດລູກ ລວມມູນຄ່າ 1,3 ລ້ານກີບ ໄດ້ລະດົມເກັບເງິນຊ່ວຍເຫຼືອອັກຄີໄພ ເຮືອນພະນັກງານອາສາສະໝັກ 1 ຄັ້ງ ລະດົມເກັບເງິນຊ່ວຍເຫຼືອໄພນໍ້າຖ້ວມພາກໃຕ້ 1 ຄັ້ງ ໄດ້ 2,7 ລ້ານກວ່າກີບ ພ້ອມເຄື່ອງນຸ່ງຫົ່ມ ແລະ ຢາປົວພະຍາດຈໍານວນໜື່ງ ພ້ອມນັ້ນ ໄດ້ນຳພາເອື້ອຍນ້ອງແມ່ຍິງ ເຂົ້າຮ່ວມເຊື່ອມຊືມມະຕິ ຄໍາສັ່ງ ແລະ ເອກະສານສໍາຄັນຕ່າງໆຂອງພັກ-ລັດ ນໍາຄະນະພັກ-ອົງການປົກຄອງຈັດຂຶ້ນ ໄດ້ 9 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 1.212 ເທື່ອຄົນ ຍິງ 431 ເທື່ອຄົນ ກວມ 62% ຂອງຜູ້ເຂົ້າຮ່ວມ.

ສຳລັບທິດທາງແຜນການປະຈໍາປີ 2021 ສະຫະພັນແມ່ຍິງ ພຊສ ນວ ຈະສືບຕໍ່ຊຸກຍູ້ສົ່ງເສີມວຽກງານແຕ່ລະດ້ານເປັນຕົ້ນ: ວຽກງານກໍ່ສ້າງພະນັກງານເພດຍິງ ການປົກປ້ອງສິດຜົນປະໂຫຍດຂອງແມ່ຍິງ-ເດັກນ້ອຍ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ການສົ່ງເສີມຄວາມສະເໜີພາບຍິງ-ຊາຍ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ປຸກລະດົມແມ່ຍິງເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ມີຜົນສຳເລັດຫຼາຍຂຶ້ນ.

ຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ຮັບຟັງການຫວນຄືນປະຫວັດຄວາມເປັນມາຂອງວັນສຳຄັນດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ຄະນະສະຫະພັນແມ່ຍິງຮາກຖານ ພຊສ ນວ ຈົ່ງພ້ອມກັນເຄື່ອນໄຫວວຽກງານແມ່ຍິງໃຫ້ຕິດພັນກັບວຽກງານວິຊາສະເພາະທີ່ຖືກມອບໝາຍໃຫ້ຈາກການຈັດຕັ້ງດ້ວຍຄວາມຮັບຜິດຊອບສູງ ດັ່ງຄໍາຂວັນທີ່ວ່າ: ເຮັດໃຫ້ດີ ເຮັດໃຫ້ໄວ ເຮັດໃຫ້ໄດ້ຫຼາຍ ເຮັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ ພ້ອມກັນປະຕິບັດລະບຽບພັກ ບັນດານິຕິກຳຕ່າງໆ ເປັນຕົ້ນ: ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ກົດໝາຍວ່າດ້ວຍແມ່ຍິງ ແລະ ລະບຽບຂອງການເປັນສະມາຊິກແມ່ຍິງຢ່າງເຂັ້ມງວດ ຕັ້ງໜ້າປະຕິບັດຂໍ້ແຂ່ງຂັນແມ່ຍິງ 3 ດີ ໃຫ້ບັນລຸຕາມແຜນການຂອງ ນວ ກໍຄືຂອງສະຫະພັນແມ່ຍິງ ພະແນກ ພຊສ ນວ ວາງອອກໃຫ້ມີຜົນສຳເລັດເທື່ອລະກ້າວ.
# ຂ່າວ & ພາບ : ລັດເວລາ