ໂຄງການກໍ່ສ້າງອາຄານຄົນເຈັບເຂດນອກໂຮງໝໍເສດຖາທິຣາດ ຄືບໜ້າຫຼາຍກວ່າ 82%

    ທ່ານ ໄພວັນ ແກ້ວປະເສີດ ຫົວໜ້າອຳນວຍການໂຮງໝໍເສດຖາທິຣາດ ໄດ້ໃຫ້ສຳພາດໃນວັນທີ 5 ມີນາ 2021 ວ່າ: ການກໍ່ສ້າງອາຄານຄົນເຈັບເຂດນອກ ແລະ ຫ້ອງສຸກເສີນ ຢູ່ທີ່ໂຮງໝໍເຊດຖາທິຣາດ ນະຄອນ ຫຼວງວຽງຈັນ ໄດ້ເລີ່ມດຳເນີນການກໍ່ສ້າງໃນເດືອນພະຈິກ 2020 ແລະ ຄາດວ່າຈະສຳເລັດໃນເດືອນມິຖຸນາ 2021.

    ການກໍ່ສ້າງໃນຄັ້ງນີ້ ແມ່ນນອນຢູ່ໃນໂຄງການຊ່ວຍເຫຼືອລ້າຂອງອົງການໄຈກາ ພາຍໃຕ້ຊື່ ໂຄງການປັບປຸງໂຮງໝໍເຊດຖາທິຣາດ ແລະ ໂຮງໝໍແຂວງຈຳປາສັກ ຈະສະໜອງສິ່ງອຳນວຍຄວາມສະດວກ ແລະ ອຸປະກອນຕ່າງໆໃຫ້ແກ່ໂຮງໝໍເຊດຖາທິຣາດ ແລະ ອຸປະກອນໃຫ້ແກ່ໂຮງໝໍແຂວງຈຳປາສັກ ຈຸດປະສົງໂຄງການ ແມ່ນເພື່ອປັບປຸງລະບົບບໍລິການດ້ານການແພດ ແລະ ສະພາບແວດລ້ອມການເຝິກອົບຮົມໃຫ້ພະຍາບານ ແລະ ແພດລະດັບປະລິນຍາຕີ ແລະ ຫຼັງປະລິນຍາຕີດ້ານປະລິມານ ແລະ ຄຸນນະພາບ ຜ່ານການພັດທະນາ ສິ່ງອຳນວຍຄວາມສະດວກ ແລະ ການສະໜອງອຸປະກອນໃຫ້ແກ່ໂຮງໝໍເຊດຖາທິຣາດ ແລະ ໂຮງໝໍແຂວງຈຳປາສັກ ໂຄງການນີ້ ໄດ້ເລີ່ມກໍ່ສ້າງໃນເດືອນທັນວາ 2018 ເຖິງຢ່າງໃດກໍຕາມ ການສ້າງ ແລະ ການຕິດຕັ້ງອຸປະກອນການແພດໄດ້ຖືກໂຈະໄວ້ໃນເດືອນເມສາ ຫາເດືອນຕຸລາ 2020 ຍ້ອນການລະບາດຂອງພະຍາດໂຄວິດ-19.

    ປັດຈຸບັນ ອາຄານຄົນເຈັບກວດເຂດນອກ ແລະ ຫ້ອງສຸກເສີນໄດ້ມີຄວາມຄືບໜ້າ 82,04% ແລະ ຄາດວ່າຈະສຳເລັດການກໍ່ສ້າງອາຄານໃນກາງເດືອນພຶດສະພາ 2021 ຫຼັງຈາກນັ້ນ ຈະໄດ້ຕິດຕັ້ງອຸປະກອນການແພດ ເຊິ່ງຈະໃຊ້ເວລາ 1 ເດືອນ ອີງຕາມແຜນຕິດຕັ້ງ ແມ່ນຈະສຳເລັດໃນກາງເດືອນມິຖຸນາ 2021 ພວກເຮົາຄາດວ່າຈະໄດ້ມອບອາຄານຫຼັງໃໝ່ໃນທ້າຍເດືອນມິຖຸນາ 2021 ຖ້າບໍ່ມີບັນຫາໃດມາກະທົບໃສ່ໂຄງການເພື່ອເຮັດໃຫ້ໂຄງການມີຄວາມຊັກຊ້າອີກຄັ້ງ.

    ໂຄງການນີ້ ຄາດວ່າຈະປະກອບສ່ວນເຂົ້າໃນການປັບປຸງຄຸນນະພາບຂອງການບໍລິການດ້ານສຸຂະພາບ ແລະ ສ້າງຄວາມເຂັ້ມແຂງໃຫ້ລະບົບສາທາລະນະສຸກ ເພື່ອບັນລຸການຄຸ້ມຄອງສຸຂະພາບແຫ່ງຊາດ ໂດຍສົມທົບໃສ່ໂຄງການນີ້ ໄຈກາໄດ້ດຳເນີນການຮ່ວມມືທາງດ້ານເຕັກນິກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ລະບົບບໍລິການສຸຂະພາບ ແລະ ປັບປຸງຄວາມຮູ້ ແລະ ທັກສະດ້ານວິຊາການຂອງຜູ້ຊ່ຽວຊານການແພດ ສະໜັບສະໜູນຢ່າງເຕັມທີ່ໃນການຄຸ້ມຄອງສຸຂະພາບແຫ່ງຊາດໃນລາວ.

# ຂ່າວ & ພາບ : ເພັດສະໝອນ

error: Content is protected !!