ວັນທີ 5 ມີນາ 2021 ຢູ່ສະພາແຫ່ງຊາດ (ຫຼັກ 6) ທ່ານ ສົມພູ ດວງສະຫວັນ ຄະນະປະຈຳສະພາແຫ່ງຊາດ ກຳມະການອະນຸກຳມະການເລຂານຸການ ໂຄສົກຂອງຄະນະກຳມະການເລືອກຕັ້ງລະດັບຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ໃນວັນທີ 21 ກຸມພາ 2021 ຜ່ານມາ ມີບັນດາສື່ມວນຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

ຕະຫຼອດໄລຍະຜ່ານມາ ອະນຸກໍາມະການຕ່າງໆຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ແລະ ຄະ ນະກຳມະການເລືອກຕັ້ງຂັ້ນທ້ອງຖິ່ນ ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍ ບັນດານິຕິກຳ ແລະ ແຜນການກ່ຽວກັບວຽກງານການເລືອກຕັ້ງຕາມແຕ່ລະບາດກ້າວ ພາຍຫຼັງທີ່ໄດ້ເອົາໃຈໃສ່ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການດຳເນີນການປ່ອນບັດເລືອກຕັ້ງ ມາຮອດວັນອາທິດ ວັນທີ 21 ກຸມພາ 2021 ການດຳເນີນການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄດ້ດໍາເນີນເປັນເອກະພາບນັບແຕ່ເວລາ 7:00 ໂມງເຊົ້າເຖິງ 17:00 ໂມງແລງຂອງວັນດຽວກັນຈຶ່ງໄດ້ອັດລົງຢ່າງເປັນເອກະພາບ ຢູ່ໃນ 18 ແຂວງ ແລະ ນະຄອນຫຼວງ.

ການເລືອກຕັ້ງຄັ້ງນີ້ ໃນຈຳນວນພົນລະເມືອງລາວ 7.155.315 ຄົນ ຍິງ 3.557.270 ຄົນ ໃນນີ້ ມີຜູ້ມີສິດປ່ອນບັດເລືອກຕັ້ງໃນທົ່ວປະເທດທັງໝົດ 4.053.151 ຄົນ ໄດ້ມີຜູ້ໄປໃຊ້ສິດປ່ອນບັດເລືອກຕັ້ງຕົວຈິງໃນມື້ເລືອກຕັ້ງຈຳນວນ 3.973.017 ຄົນ ກວມເອົາ 98,02% ຂອງຈໍານວນຜູ້ມີສິດປ່ອນບັດເລືອກຕັ້ງທັງໝົດ ມີໜ່ວຍປ່ອນບັດເລືອກຕັ້ງທັງໝົດ 7.217 ໜ່ວຍ ໃນນີ້ ມີໜ່ວຍປ່ອນບັດເລືອກຕັ້ງຢູ່ຕ່າງປະເທດທັງໝົດ 40 ໜ່ວຍ ເຊິ່ງມີຜູ້ມີສິດປ່ອນບັດເລືອກຕັ້ງ 13.404 ຄົນ ຍິງ 5.493 ຄົນ ໃນນີ້ ມີຜູ້ໄປໃຊ້ສິດຕົວຈິງທັງໝົດ 13.283 ຄົນ ຍິງ 5.423 ຄົນ ເທົ່າກັບ 99%.

# ຂ່າວ & ພາບ : ຊິລິການດາ