ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າໃຫ້ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໄດ້ລາຍງານກ່ຽວກັບການລະບາດຂອງພະຍາດດັ່ງກ່າວໃນວັນທີ 5 ມີນາ 2021 ວ່າ: ໃນວັນທີ 4 ມີນາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 726 ຄົນ ຜົນກວດວິເຄາະທັງໝົດແມ່ນພົບຜູ້ຕິດເຊື້ອໃໝ່ 2 ຄົນ ຄື: ນໍ້າເບີ 46 ເພດຊາຍ ອາຍຸ 28 ປີ ສ່ວນຜູ້ຕິດເຊື້ອນໍ້າເບີ 47 ເພດຊາຍ ອາຍຸ 26 ປີ ທັງສອງປະກອບອາຊີບກຳມະກອນ ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ ບ້ານຢູ່ປັດຈຸບັນ ເມືອງນານ ແຂວງຫຼວງພະບາງ ເຊິ່ງໃນວັນທີ 2 ມີນາ 2021 ພວກກ່ຽວທັງ 2 ຄົນ ໄດ້ເດີນທາງຈາກແຂວງປະທຸມທານີ ຫາ ແຂວງໜອງຄາຍ ແລະ ມາຮອດ ສປປ ລາວ ໃນວັນທີ 3 ມີນາ 2021 ຫຼັງຈາກນັ້ນພວກກ່ຽວໄດ້ຖືກນຳສົ່ງເຂົ້າໄປຈຳກັດບໍລິເວນຢູ່ສະຖານທີ່ຖືກກຳນົດໄວ້ ພ້ອມທັງໄດ້ເກັບຕົວຢ່າງກວດຊອກຫາເຊື້ອໂຄວິດ-19 ທັງ 2 ຄົນແມ່ນບໍ່ມີອາການສະແດງຫຍັງ ໃນວັນທີ 4 ມີນາ 2021 ຜົນກວດຢັ້ງຢືນແມ່ນພົບເຊື້ອພະຍາດໂຄວິດ-19 ປັດຈຸບັນ ພວກກ່ຽວໄດ້ເຂົ້າແຍກປ່ຽວ ນອນຕິດຕາມ ແລະ ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້ໃນນະຄອນຫຼວງວຽງຈັນ ແລະ ໄດ້ຕິດຕາມຜູ້ສຳຜັດໃກ້ຊິດທັງໝົດ 32 ຄົນ ແລະ ໄດ້ເກັບຕົວຢ່າງມາກວດເຫັນວ່າບໍ່ພົບເຊື້ອ ແລະ ສືບຕໍ່ເຝົ້າລະວັງຈຳກັດບໍລິເວນຜູ້ສຳຜັດໃກ້ຊິດຈົນຄົບ 14 ວັນ.

# ຂ່າວ & ພາບ: ເພັດສະໝອນ