ຜົນການເລືອກຕັ້ງສະມາຊິກສະພາປະຊາຊົນ ນວ ຊຸດທີ II

    ທ່ານນາງ ຄຳຟອງ ພູມວົງໄຊ ຮອງປະທານຄະນະສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ຮອງປະທານສະພາປະຊາຊົນ ຄະນະປະຈຳການຄະນະກຳມະການເລືອກຕັ້ງຂັ້ນນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວຜົນຂອງການເລືອກຕັ້ງສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ຊຸດທີ II ໃນວັນທີ 5 ມີນາ 2021 ຢູຫ້ອງວ່າການປົກຄອງ ນວ ວ່າ:

    ການເລືອກຕັ້ງຄັ້ງນີ້ ແມ່ນຂະບວນການປະຕິບັດສິດປະຊາທິປະໄຕທາງດ້ານການເມືອງຂອງພົນລະເມືອງຊາວນະຄອນຫຼວງ ໃນການເລືອກເອົາບຸກຄົນທີ່ມີມາດຖານ ເງື່ອນໄຂຄົບຖ້ວນຕາມກົດໝາຍ ເພື່ອເປັນຕົວແທນໃນການປະຕິບັດສິດອຳນາດຂອງປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າໃນສະພາປະຊາຊົນ. 

    ການປ່ອນບັດເລືອກຕັ້ງສະມາຊິກສະພາປະຊາຊົນ ນວ ໄດ້ເລີ່ມຂຶ້ນໃນວັນທີ 21 ກຸມພາ 2021 ເວລາ 7:00 ໂມງເຊົ້າ ຈົນຮອດ 17:00 ໂມງແລງ ພາຍຫຼັງທີ່ຄະນະກຳມະການເລືອກຕັ້ງຂັ້ນເມືອງໄດ້ສຳເລັດການນັບຄະແນນສຽງເປັນທີ່ຮຽບຮ້ອຍ ແລະ ຖືກຕ້ອງແລ້ວ ກໍໄດ້ລາຍງານຜົນການເລືອກຕັ້ງໃຫ້ຄະນະກຳມະການເລືອກຕັ້ງຂັ້ນນະຄອນຫຼວງເພື່ອສັງລວມຜົນການເລືອກຕັ້ງຢ່າງລະອຽດ ຊັດເຈນ ຖືກຕ້ອງ ຈຶ່ງອອກຖະແຫຼງຂ່າວຜົນຂອງການເລືອກຕັ້ງໃນແຕ່ລະເຂດເລືອກຕັ້ງເມືອງຕໍ່ສື່ມວນຊົນ ເຊິ່ງນະຄອນຫຼວງມີພົນລະເມືອງທັງໝົດ 882.979 ຄົນ ຍິງ 439.116 ຄົນ ໃນນີ້ ມີຜູ້ມີສິດປ່ອນບັດເລືອກຕັ້ງ 18 ປີ ຂຶ້ນໄປທັງໝົດ 587.356 ຄົນ ຍິງ 298.363 ຄົນ ໂດຍມີຜູ້ມາໃຊ້ສິດປ່ອນບັດຕົວຈິງ 582.288 ຄົນ ຍິງ 295.579 ເທົ່າກັບ 99,13% ຂອງຈໍານວນຜູ້ມີສິດເລືອກຕັ້ງທັງໝົດ ສ່ວນຜູ້ລົງສະໝັກຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນ ນວ ມີ 48 ທ່ານ ຍິງ 12 ທ່ານ ຜ່ານການປ່ອນບັດ ແລະ ນັບຄະແນນເລືອກໄດ້ທັງໝົດຜູ້ 31 ທ່ານ ຍິງ 8 ກວມເອົາ 25 ກວ່າສ່ວນຮ້ອຍຂອງຈໍານວນຜູ້ສະໝັກທີ່ໄດ້ຮັບການເລືອກຕັ້ງທັງໝົດ. 

    ທ່ານນາງ ຄຳຟອງ ພູມວົງໄຊ ຍັງໄດ້ກ່າວວ່າ: ການເລືອກຕັ້ງສະມາຊິກສະພາປະຊາຊົນ ນວ ໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ດ້ວຍຄວາມບໍລິສຸດຜຸດຜ່ອງ ແລະ ຖືກຕ້ອງຕາມກົດໝາຍ ບັນດາຜູ້ມີສິດເລືອກຕັ້ງໄດ້ມີຄວາມຕື່ນຕົວໄປໃຊ້ສິດປະຊາທິປະໄຕຂອງຕົນຢ່າງເປັນເຈົ້າການ ແລະ ສາມາດເລືອກໄດ້ສະມາຊິກສະພາປະຊາຊົນ ນວ ຜູ້ທີ່ມີມາດຖານຄົບຖ້ວນ ເຂົ້າໃນສະພາປະຊາຊົນ ນວ ຊຸດທີ II ເພື່ອປະຕິບັດພາລະບົດໃນການເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.

# ຂ່າວ & ພາບ : ສີພອນ

error: Content is protected !!