ທ່ານ ນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃຫ້ສໍາພາດກ່ຽວກັບການຄຸ້ມຄອງລາຄາສິນຄ້າຢູ່ນະຄອນຫຼວງວຽງຈັນ ວັນທີ 4 ມີນາ 2021 ວ່າ:

ການຄຸ້ມຄອງລາຄາສິນຄ້າທີ່ຄະນະຄຸ້ມຄອງສິນຄ້າຂັ້ນນະຄອນຫຼວງວຽງຈັນ (ນວ) ທີ່ອອກແຈ້ງການປັດຈຸບັນ ຕາມກົນໄກຕະຫຼາດລາຄາສິນຄ້າໃນ 3 ໂຄງປະກອບທີ່ຈັດຕັ້ງປະຕິບັດ ມີເຂົ້າກິນ ປານິນກະຊັງ ແລະ ສະເພາະລາຄາຊີ້ນໝູມີການເພີ່ມຂຶ້ນ ຄະນະຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຂັ້ນນະຄອນຫຼວງວຽງຈັນ ກໍຄືກອງຄຸ້ມຄອງລາຄາສິນຄ້າ ໄດ້ມີການປະຊຸມປຶກສາຫາລືກັນໃນການນໍາສະເໜີຜ່ານການນໍາ ນວ ກ່ຽວກັບການປັບຂຶ້ນລາຄາຊີ້ນໝູໃຫ້ແທດເໝາະກັບສະພາບຕົ້ນທຶນການຜະລິດ ອີງໃສ່ສະພາບການລ້ຽງໝູຢູ່ທົ່ວປະເທດ ສະເພາະຢູ່ ນວ ເຫັນວ່າບໍ່ສາມາດຕອບສະໜອງພຽງພໍພາຍໃນ ນວ ສະນັ້ນ ໝູຢືນ ຫຼື ໝູເປັນໂຕ ຕ້ອງໄດ້ນໍາເຂົ້າຈາກຕ່າງແຂວງ ແລະ ລາຄາຊີ້ນໝູສູງກວ່າ ນວ ມາບວກໃສ່ລາຄາຢູ່ປະເທດອ້ອມຂ້າງເຊັ່ນ: ປະເທດໄທ ຫວຽດນາມ ແລະ ສປ ຈີນ ມີລາຄາສູງຂຶ້ນ ສ່ວນຈໍານວນໜຶ່ງຂາຍຖືກ ແມ່ນແພັກໃສ່ໂຟມສົ່ງໄປຈໍາໜ່າຍຢູ່ຕ່າງແຂວງ ເຮັດໃຫ້ການສະໜອງທາດຊີ້ນໝູບໍ່ທັນພຽງພໍຕໍ່ຄວາມຕ້ອງການ ບວກໃສ່ກັບການຫັນມາບໍລິໂພກຊີ້ນໝູຂອງສັງຄົມຫຼາຍຂຶ້ນໃນປັດຈຸບັນ ເນື່ອງຈາກວ່າໄດ້ຈໍາກັດບໍ່ໃຫ້ນໍາເຂົ້າອາຫານທະເລ ເຊິ່ງການຂາຍຊີ້ນໝູແມ່ນຍັງແຈ້ງຕາມລາຄາເກົ່າຄື: ຊີ້ນໝູຂາຍຍ່ອຍລູກຂຽງ ປະເພດ 1 ລາຄາສູງສຸດບໍ່ເກີນ 44.000 ກີບຕໍ່ກິໂລ ແລະ ປະເພດ 2 ສູງສຸດບໍ່ເກີນ 41.000 ກີບຕໍ່ກິໂລ ແຕ່ການສະໜອງຊີ້ນບໍ່ພຽງພໍ (ສະເພາະຊີພີ ແລະ ເບທາໂກ ສະໝອງ 500 ໂຕຕໍ່ມື້) ເປັນສາເຫດເຮັດໃຫ້ລາຄາຊີ້ນໝູທົ່ວໄປບາງຕະຫຼາດຂາຍແພງ ບໍ່ສາມາດປະຕິບັດໄດ້ ຍ້ອນໄດ້ນໍາເຂົ້າໝູຈາກຕ່າງແຂວງ ແຕ່ຕະຫຼາດທີ່ປະຕິບັດໄດ້ ມີພຽງແຕ່ຕະຫຼາດຂົວດິນ ແລະ ຕະຫຼາດລາວອົກຊີເທົ່ານັ້ນ.

ເຖິງຢ່າງໃດກໍຕາມ ທາງພາກລັດໄດ້ເອົາໃຈໃສ່ຕັກເຕືອນແມ່ຄ້າຊາວຂາຍໃຫ້ຂາຍຕາມລາຄາທີ່ກໍານົດກ່ອນ ບໍ່ທັນໃຫ້ຂຶ້ນລາຄາ ແຕ່ກໍຍັງມີຜູ້ລະເມີດ ໃນນີ້ຕໍ່ກັບຜູ້ລະເມີດ ໄດ້ມີການປັບປັບໃໝຕາມດໍາລັດ 474 ຂອງນາຍົກວາງອອກ ສ່ວນລາຄາລາຄາປານິນກະຊັງ ໄດ້ຄົ້ນຄວ້າໂດຍສົມທົບກັບພະແນກກະສິກໍາ ແລະ ປ່າໄມ້ ນວ ຈະໄດ້ມີການປັບຂຶ້ນລາຄາ ເນື່ອງຈາກວ່າລາຄາຕົ້ນທຶນການລ້ຽງເພີ່ມຂຶ້ນ ແຕ່ປະລິມານການລ້ຽງຫຼຸດລົງ ສ່ວນສິນຄ້າອຸປະໂພກ-ບໍລິໂພກນໍາເຂົ້າ ໄດ້ເຊີນບັນດາບໍລິສັດຜູ້ນໍາເຂົ້າມາແຈ້ງໂຄງປະກອບລາຄານໍາເຂົ້າ ເພື່ອມີການຕິດຕາມຄຸ້ມຄອງບໍ່ໃຫ້ລາຄາສິນຄ້າຂາຍເກີນຄວາມເປັນຈິງ ພ້ອມນັ້ນກໍຈະໄດ້ພ້ອມກັນປະຕິບັດມາດຕະການລົງຕິດຕາມກວດກາ ແລະ ຄະນະຄຸ້ມຄອງສິນຄ້າຂັ້ນ ນວ ຈະໄດ້ກະກຽມເປີດກອງປະຊຸມຕີລາຄືນ ການຈັດຕັ້ງປະຕິບັດ ສະເໜີຂັ້ນເທິງພິຈາລະນາ ແລະ ໃຫ້ທິດຊີ້ນໍາການກໍານົດມາດຕະການ ເພື່ອໃຫ້ລາຄາມີການສະຖຽນ ຄຽງຄູ່ກັນນັ້ນ ຄົ້ນຄວ້າບາງລາຍການສິນຄ້າ ເຮັດໂຄງປະກອບການລາຄາສິນຄ້າ ແລະ ສົມທົບແໜ້ນກັບພະແນກກະສິກໍາ ແລະ ປ່າໄມ້ ນວ ຊຸກຍູ້ສົ່ງເສີມຊາວກະສິກອນໃຫ້ປູກ ໃຫ້ລ້ຽງ ເພື່ອສະໜອງໃຫ້ພຽງພໍຕໍ່ຄວາມຕ້ອງການ.

# ຂ່າວ & ພາບ : ຂັນທະວີ