ເພື່ອເປັນການເຕົ້າໂຮມປຸກລະດົມບັນດາຫົວໜ່ວຍທຸລະກິດ ໃຫ້ດຳເນີນທຸລະກິດໃຫ້ຖືກຕ້ອງຕາມກົດໝາຍ ຍົກລະດັບຄວາມອາດສາມາດໃນການແຂ່ງຂັນໃຫ້ສູງຂຶ້ນ ປະກອບຄຳຄິດເຫັນ ສະເໜີ ແລະ ຂໍ້ແນະນຳຂອງພາກທຸລະກິດ ຕໍ່ອົງການລັດ ໂດຍສະເພາະ ຂົງເຂດເສດຖະກິດ ປະສານສົມທົບ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຜະລິດ ການຄ້າຂາຍຕ່າງໆ ສະນັ້ນ ຈຶ່ງໄດ້ສ້າງຕັ້ງ ແລະ ແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳເມືອງນາຊາຍທອງ ນະຄອນຫຼວງວຽງຈັນຂຶ້ນ.

ໂດຍແຕ່ງຕັ້ງຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳເມືອງນາຊາຍທອງ 11 ທ່ານຄື
- ທ່ານ ສົມບູນ ນິຕິບັນດິດ ເປັນປະທານ
- ທ່ານ ສັນຕິ ສີດາວົງ ເປັນຮອງປະທານ
- ທ່ານ ຄູນມີ ໂຊກທະວີ ເປັນຮອງປະທານ
- ທ່ານ ພອນແກ້ວ ສີລິຈັກ ເປັນຄະນະ
- ທ່ານ ຢ່າຊົ້ງ ເປັນຄະນະ
- ທ່ານ ນາງ ພູວຽງ ເປັນຄະນະ
- ທ່ານ ບຸນຫົງ ສຸທຳມະວົງ ເປັນຄະນະ
- ທ່ານ ຄຳບານ ພັນມີໄຊ ເປັນຄະນະ
- ທ່ານ ໃຫຍ່ ແກ້ວມະນີ ເປັນຄະນະ
- ທ່ານ ບຸນຖົມ ອິນທະວົງ ເປັນຄະນະ ແລະ
- ທ່ານ ນາງ ເດັນພັນ ບຸບຜາ ເປັນຄະນະ

ພາຍຫຼັງໄດ້ຮັບການສ້າງຕັ້ງແລ້ວ ຈະໄດ້ປະຕິບັດສິດ ແລະ ໜ້າທີ່ໃນການເຄື່ອນໄຫວວຽກງານໃຫ້ຖືກຕ້ອງຕາມກົດໝາຍ ປຸກລະດົມຂົນຂວາຍ ເຕົ້າໂຮມບັນດາຫົວໜ່ວຍທຸລະກິດເຂົ້າເປັນສະມາຊິກ ເພື່ອຈັດຕັ້ງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຮັບປະກັນການເຄື່ອນໄຫວດ້ານທຸລະກິດຢ່າງມີປະສິດທິພາບ ຖືກຕ້ອງຕາມລະບຽບກົດໝາຍ ນຳໃຊ້ມາດຕະການຕ່າງໆບົນພື້ນຖານລະບຽບກົດໝາຍ ເພື່ອປົກປ້ອງສິດຜົນປະໂຫຍດອັນຖືກຕ້ອງ ຊອບທຳ ເປັນຕົວແທນພາກທຸລະກິດເພື່ອເຈລະຈາກັບອົງການທີ່ກ່ຽວຂ້ອງ ເປັນຕົ້ນ ການຄ້າ ການຜະລິດ ກະສິກຳ ອຸດສາຫະກຳ ຫັດຖະກຳ ປູກຝັງ-ລ້ຽງສັດ ການບໍລິການທ່ອງທ່ຽວ ແລະ ທຸລະກິດອື່ນໆ ສະເໜີຄວາມຄິດເຫັນການຈັດຕັ້ງຂອງລັດ ທີ່ກ່ຽວກັບການສ້າງ ແລະ ປັງປຸງບັນດາກົດໝາຍຂໍ້ກຳນົດຕ່າງໆທີ່ກ່ຽວຂ້ອງກັບຂົງເຂດທຸລະກິດ.

ພິທີດັ່ງກ່າວຈັດຂຶ້ນວັນທີ 4 ມີນາ 2021 ທີ່ສະໂມສອນເມືອງນາຊາຍທອງ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານນາງ ວັນມະນີ ພິມມະສານ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນວ ທ່ານ ຈັນທອນ ສິດທິໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສາຫະກຳ ນວ ແລະ ຂະແໜງການກ່ຽວຂ້ອງ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ