ສະຫະພັນແມ່ຍິງ ນວ ຈັດໃຫ້ມີຫຼາຍກິດຈະກໍາສະເຫຼີມສະຫຼອງວັນແມ່ຍິງສາກົນ

    ທ່ານ ນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 3 ມີນາ 2021 ເນື່ອງໃນໂອກາດວັນແມ່ຍິງສາກົນ (ທີ 8 ມີນາ) ຄົບຮອບ 111 ປີ ທີ່ໄດ້ໝູນວຽນມາຮອດອີກວາລະໜຶ່ງ ວ່າ: ເພື່ອສ້າງຂະບວນການຄໍານັບຮັບຕ້ອນວັນແມ່ຍິງສາກົນ ຄົບຮອບ 111 ປີ ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໄດ້ສົມທົບກັບແມ່ຍິງພະແນກການ ອົງການທຽບເທົ່າ ແລະ ສະຫະພັນແມ່ຍິງ 9 ຕົວເມືອງ ປຸກລະດົມສ້າງຂະບວນການອອກແຮງງານອະນາໄມລວມ ເພື່ອຄວາມສະອາດ ສ້າງຂະບວນການແຂ່ງຂັນກີລາປະເພດຕ່າງໆເພື່ອຮັດແໜ້ນຄວາມສາມັກຄີ ພ້ອມນັ້ນ ຍັງໄດ້ຮ່ວມກັບສະມາຄົມບົດບາດຍິງ-ຊາຍ ຈັດກິດຈະກໍາເຊື່ອມສານບົດບາດຍິງ-ຊາຍໃນການຮັກສາສຸຂະພາບຕາ ເຊິ່ງໄດ້ທົດລອງຢູ່ເມືອງສັງທອງ ແລະ ນາຊາຍທອງ ນະຄອນຫຼວງວຽງຈັນ ນອກນີ້ ຍັງໄດ້ຮ່ວມກັບພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ແລະ ສູນການຄ້າວຽງຈັນພລາຊາ ຈັດກິດຈະກໍາເທສະການສ້າງສາຂາອາຊີບ ຈະຈັດຂຶ້ນວັນທີ 6-8 ມີນານີ້ ແນໃສ່ເປັນການສົ່ງເສີມກິດຈະກໍາລາວທ່ຽວລາວໃຫ້ມີບັນຍາກາດຄຶກຄື້ນ ນອກນັ້ນ ໄດ້ເຄື່ອນໄຫວປາຖະກະຖາເລົ່າມູນເຊື້ອວັນແມ່ຍິງສາກົນ ຕິດພັນກັບການສະຫຼຸບວຽກງານຕ່າງໆ ໄປຄຽງຄູ່ກັບການເຜີຍແຜ່ກົດໝາຍສົນທິສັນຍາສາກົນ ແລະ ອື່ນໆ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!