ມູນນິທິ FRED HOLLOWS ຮ່ວມກັບສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ສະມາຄົມພັດທະນາບົດບາດຍິງ-ຊາຍ ໄດ້ຈັດພິທີເປີດຕາຜູ້ທີ່ໄດ້ຮັບການປິ່ນປົວຕາໂດຍບໍ່ໄດ້ເສຍຄ່າ ຈາກໂຄງການເຊື່ອມສານບົດບາດຍິງ-ຊາຍ ເຂົ້າໃນການຮັກສາສຸຂະພາບຕາ ໃນວັນທີ 3 ມີນາ 2021 ທີ່ ໂຮງໝໍປົວຕາທົ່ງປົ່ງ ມີທ່ານນາງ ດາໄລວັນ ແກ້ວນະຄອນ ຮອງປະທານສະຫະພັນແມ່ຍິງ ນວ ທ່ານນາງ ດຣ ພອນສະຫວັນ ຈ່າສານ ຮອງຫົວໜ້າສູນຕາ ແລະ ທ່ານ ນາງ ວຽງວິໄລ ສີຣິມຸງຄຸນ ຕາງໜ້າມູນນິທິ FRED HOLLOWS ພ້ອມດ້ວຍພໍ່ແມ່ປະຊາຊົນ ແພດໝໍເຂົ້າຮ່ວມ.

ໂຄງການດັ່ງກ່າວ ໄດ້ຮັບການສະໜັບສະໜູນຈາກອົງການ FRED HOLLOWS ທີ່ໄດ້ຮັບທຶນຈາກລັດຖະບານ ແລະ ປະຊາຊົນ ນູແວນເຊລັງ ໂຄງການນີ້ ຜ່ານມາໄດ້ໃຫ້ການຊ່ວຍເຫຼືອລັດຖະບານເຮົາມາຫຼາຍປີ ໃນເຂດ 9 ແຂວງ ຈາກການລົງໄປໃຫ້ສຸຂະສຶກສາ ຈະພົບວ່າແມ່ຍິງແມ່ນບໍ່ມີບັນຫາທາງດ້ານສາຍຕາຫຼາຍກວ່າເພດຊາຍ ຍ້ອນຂາດການເຂົ້າເຖີງຂໍ້ມູນ ແລະ ຍັງບໍ່ທັນຮູ້ສິດໃນການປິ່ນປົວຂອງຕົນ.


ສຳລັບນະຄອນຫຼວງວຽງຈັນ ໄດ້ມີການຈັດເຝິກອົບຮົມໃຫ້ພະນັກງານເມືອງ 2 ເມືອງ ຄື: ເມືອງສັງທອງ ແລະ ເມືອງນາຊາຍທອງ ເປັນການທົດລອງສະໜັບສະໜູນໃຫ້ສິດແກ່ແມ່ຍິງ ນວ ໃນການລົງເຝິກອົບຮົມພະນັກງານແພດຢູ່ເມືອງ ແລະ ກວດສຸຂະພາບຕາໃຫ້ປະຊາຊົນຢູ່ເມືອງສັງທອງມີ 6 ຈຸດ ນາຊາຍທອງ 6 ຈຸດ ໂດຍມີຈໍານວນຄົນເຈັບ 104 ຄົນ ທີ່ໄດ້ຮັບການກວດ ແຕ່ມາປິ່ນປົວຕົວຈິງມີພຽງ 56 ຄົນ ປັດຈຸບັນແມ່ນດີເປັນປົກກະຕິ ແລະ ເປີດຕາໃນມື້ນີ້.

ໃນຕໍ່ໜ້າ ໂຄງການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນການຮັກສາສຸຂະພາບຕາ ໄດ້ລົງສືບຕໍ່ໂຄສະນາ ເຝິກອົບຮົມແພດໝໍ ແລະໃຫ້ພໍ່ແມ່ປະຊາຊົນທີ່ໄດ້ຮ່ວມໂຄງການ ໄປໂຄສະນາເຜີຍແຜ່ຕື່ມອີກ.

# ຂ່າວ & ພາບ : ອຸເປຂາ