ວັນທີ 4 ມີນາ 2021 ຢູ່ໂຮງໝໍມະໂຫສົດ ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910 ຫາ 8 ມີນາ 2021) ໂດຍເປັນປະທານຂອງທ່ານນາງ ອາພອນ ວິຊາເທບ ຮອງປະທານສະຫະພັນແມ່ຍິງກະຊວງສາທາລະນະສຸກ ທັງເປັນຮອງຜູ້ອຳນວຍການໂຮງໝໍມະໂຫສົດ ມີທ່ານນາງ ໂພຄຳ ຊາວົງໄຊ ວ່າການແທນປະທານສະຫະພັນແມ່ຍິງໂຮງໝໍມະໂຫສົດ ຄະນະພະແນກປະກັນສຸຂະພາບ ທ່ານ ພິສິດ ພຸດສະຫວັດ ຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມອະດີດຄະນະ ແມ່ຍິງ ຕາງໜ້າສະມາຊິກແມ່ຍິງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.


ທ່ານ ນາງ ບຸນມາລີ ໄຊມົງຄຸນ ຄະນະແມ່ຍິງໂຮງໝໍມະໂຫສົດ ຮອງຫົວໜ້າພະແນກເຂດນອກ ໄດ້ຂື້ນຜ່ານປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ໂດຍທ່ານໄດ້ກ່າວບາງຕອນວ່າ: ວັນແມ່ຍິງສາກົນ ໄດ້ກຳເນີດເກີດຂື້ນໃນທ່າມກາງສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ ແຕ່ຊໍ້າພັດເພີ່ມຄວາມທຸກຍາກລຳບາກໃຫ້ແກ່ຊາວຜູ້ອອກແຮງງານ ໂດຍສະເພາະແມ່ນກຳມະກອນແມ່ຍິງ ຢູ່ພາຍໃຕ້ລະບອບສັກດີນາ ນາຍທຶນ ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານດ້ວຍລາຄາຖືກ ເຮັດວຽກບໍ່ມີການຮັບປະກັນ ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ນອກຈາກນັ້ນ ແມ່ຍິງຍັງຖືກໜິ່ນປະໝາດ ຖືກໄລ່ອອກຈາກວຽກ ໃນເວລາຖືພາ ເວລາເກີດລູກ ຫຼື ເວລາເຈັບເປັນ ບໍ່ໄດ້ຮັບການປິ່ນປົວ ຈາກການທໍລະມານດັ່ງກ່າວ ກຳມະກອນແມ່ຍິງຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂື້ນຕໍ່ສູ້ ທວງໃຫ້ພວກນາຍທຶນຢູ່ໂຮງຈັກ-ໂຮງງານຕ່າງໆ ຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ ໃນວັນທີ 8 ມີນາ 1908 ແມ່ຍິງຫຼາຍພັນຄົນໄດ້ລຸກຂຶ້ນເດີນຂະບວນຢູ່ເມືອງນິວຢອກ ເພື່ອທວງໃຫ້ນາຍທືນຫຼຸດຜ່ອນຊົ່ວໂມງເຮັດວຽກ ຢຸດເຊົາການກົດຂີ່ຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງໄດ້ມີສິດໃນການອອກສຽງເລືອກຕັ້ງ ແລະ ການຮັບສະໝັກເລືອກຕັ້ງ.

ຍ້ອນຂະບວນການຕໍ່ສູ້ຂອງແມ່ຍິງ ມາຮອດປີ 1910 ໄດ້ມີກອງປະຊຸມກ່ຽວກັບບັນຫາແມ່ຍິງເປັນຄັ້ງທໍາອິດ ເຊິ່ງຈັດຂຶ້ນຢູ່ໂກເປນຮາ ນະຄອນຫຼວງຂອງປະເທດເດນມາກ ມີຜູ້ແທນ 100 ກ່ວາຄົນ ຈາກ 17 ປະເທດເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາຂອງທຸກໆປີເປັນວັນແມ່ຍິງສາກົນ ນັບແຕ່ນັ້ນມາ ວັນທີ 8 ມີນາ ຈຶ່ງເປັນວັນແມ່ຍິງສາກັນ ໄດ້ຮັບການສະເຫຼີມສະຫຼອງຢູ່ໃນປະເທດທົ່ວໂລກ ແລະ ໄດ້ຖືເອົາການສະເຫຼີມສະຫຼອງໃນປີ 1911 ນີ້ເປັນປີທຳອິດ.

# ຂ່າວ & ພາບ : ຊິລິການດາ