ພິທີມອບ-ຮັບໜ້າທີ່ຕຳແໜ່ງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ (ມຊ) ລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ ຈັດຂຶ້ນວັນທີ 4 ມີນາ 2021 ຢູ່ສະໂມສອນ ມຊ ໂດຍມີທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ບັນດາຄະນະບໍດີ ແລະ ພະນັກງານ-ຄູອາຈານເຂົ້າຮ່ວມ.

ອີງຕາມດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ ດຳລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຜູ້ຮັກສາການອະທິການບໍດີ ມຊ ແລະ ອີງຕາມການຊີ້ນຳຂອງກະຊວງສຶກສາທິການ ແລະ ກີລາ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໄລຍະໃໝ່ ເພື່ອສືບຕໍ່ພາລະກິດພັດທະນາວຽກງານການສຶກສາໃຫ້ມີບາດກ້າວຂະຫຍາຍຕົວຍິ່ງຂຶ້ນໄປເລື້ອຍໆ ເຊິ່ງນາຍົກລັດຖະມົນຕີໄດ້ຕົກແຕ່ງຕັ້ງທ່ານ ອຸດົມ ພອນຄໍາເພັງ ເລຂາຄະນະພັກ ເປັນຜູ້ຮັກສາການອະທິການບໍດີ ມຊ (ຜູ້ໃໝ່) ປ່ຽນທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ມຊ (ຜູ້ເກົ່າ) ທີ່ອອກພັກການຮັບອຸດໜູນບຳນານຕາມລະບຽບການຂອງພັກ.

ຕະຫຼອດການເຄື່ອນໄຫວວຽກງານຂອງທ່ານສົມສີ ຍໍພັນໄຊ ທີ່ດຳລົງຕຳແໜ່ງເປັນອະທິການບໍດີ ມຊ ໄດ້ມີຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ການນຳພາຈັດໂຄງສ້າງຂອງອົງກອນໃຫ້ມີຄວາມເໝາະສົມໃນແຕ່ລະໄລຍະ ໂດຍສອດຄ່ອງກັບການເຕີບໃຫຍ່ຂະຫຍາຍຕົວຂອງ ມຊ ສ້າງສະຖາບັນຂົງຈືສໍາເລັດ ນຳພາສ້າງຄະນະວິທະຍາສາດການກີລາ-ກາຍະກໍາ ສ້າງ ແລະປັບປຸງສູນຄົ້ນຄວ້າດີເລີດດ້ານສິ່ງແວດລ້ອມ ສາມາດເຮັດໃຫ້ມີ 13 ຄະນະວິຊາ 2 ສະຖາບັນ ແລະ 6 ສູນ ສົ່ງເສີມການຍົກລະດັບປະລິນຍາເອກ ປະລິນຍາໂທ ເຝີກອົບຮົມອາຈານ ແລະ ພະນັກງານ ປະຕິບັດຍຸດທະສາດພັດທະນາ ມຊ ໃນປີ 2020 ກ່ຽວກັບອັດຕາສ່ວນອາຈານສອນ ລະດັບອາຈານໄດ້ຮັບການພັດທະນາຂຶ້ນຄື ແຕ່ປີ 2016 ເຖິງປັດຈຸບັນ ມີອາຈານຈົບປະລິນຍາເອກ ເພີ່ມຂຶ້ນ 182 ຄົນ ຍິງ 40 ຄົນ ປະລິນຍາໂທ ເພີ່ມຂຶ້ນ 969 ຄົນ ຍິງ 410 ຄົນ ນຳພາສ້າງຫຼັກສູດລະດັບຫຼັງປະລິນຍາຕີ ຫຼັກສູດປະລິນຍາເອກ 6 ສາຂາວິຊາ ຊຸກຍູ້ການສ້າງ ແລະ ນໍາສະເໜີຂໍອະນຸມັດເປີດຫຼັກສູດປະລິນຍາເອກ ສາຂາພາສາລາວ-ວັນນະຄະດີ ພາສາລາວ ປະລິນຍາໂທ 60 ສາຂາວິຊາ ລະດັບປະລິນຍາຕີ 111 ສາຂາວິຊາ ແລະ ອື່ນໆ.

# ຂ່າວ & ພາບ : ລັດເວລາ