ສະຫະພັນກີລາດອກປີກໄກ່ ແຂວງບໍລິຄຳໄຊ ຮ່ວມກັບ ພະແນກສຶກສາທິການ ແລະ ກີລາແຂວງບໍລິຄຳໄຊ ແລະ ສະຫະພັນດອກປີກໄກ່ແຫ່ງຊາດລາວ ຈະຈັດການແຂ່ງຂັນກີລາດອກປີກໄກ່ແບບເປີດກວ້າງ 8 ລາຍການ ຫຼື ດອກປີກໄກ່ ບໍລິຄຳໄຊ ໂອເພັນ ຊີງຂັນທ່ານເຈົ້າແຂວງບໍລິຄຳໄຊ ລະຫວ່າງວັນທີ 19-21 ມີນານີ້ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ັ້ງແຂວງບໍລິຄຳໄຊ ຄົບຮອບ 37 ປີ ໃຫ້ມີບັນຍາກາດຄຶກຄື້ນ ພ້ອມທັງເປັນການສົ່ງເສີມນັກກິລາແຕ່ລະພາກສ່ວນ ເພື່ອກຽມຄວາມພ້ອມເຂົ້າຮ່ວມງານມະຫະກຳກິລາແຫ່ງຊາດ ຄັ້ງທີ 11 ຫຼື ຊຽງຂວາງ ເກມ ທີ່ແຂວງຊຽງຂວາງຮັບກຽດເປັນເຈົ້າພາບ.

ສຳລັບ 8 ລາຍການ ປະກອບມີ ປະເພດດ່ຽວເຍົາວະຊົນ ຍິງ-ຊາຍ ຮຸ່ນອາຍຸ 14 ປີ ດ່ຽວເຍົາວະຊົນຊາຍ ຮຸ່ນອາຍຸ 16 ປີ ຄູ່ເຍົາວະຊົນຊາຍ ຮຸ່ນອາຍຸ 16 ປີ ດ່ຽວເຍົາວະຊົນຊາຍ ຮຸ່ນອາຍຸ 18 ປີ ຄູ່ເຍົາວະຊົນຊາຍ ຮຸ່ນອາຍຸ 18 ປີ ຄູ່ສະໝັກຫຼິ້ນ (ບໍ່ອະນຸຍາດໃຫ້ນັກກີລາທີ່ເຄີຍຮັບຂັນລາງວັນ ທີ 1-3 ລາຍການລະດັບປະເທດລົງໄດ້) ດ່ຽວທົ່ວໄປ ແລະ ຄູ່ທົ່ວໄປ ທັງສອງລາຍການດັ່ງກ່າວ ແມ່ນບໍ່ຈຳກັດເງື່ອນໄຂນັກກີລາ.

ສ່ວນຮູບແບບການແຂ່ງຂັນ ແມ່ນຈະແຂ່ງຂັນເສຍຄັດອອກ ແຂ່ງຂັນເກມ 21 ຄະແນນ ຊະນະ 2 ໃນ 3 ເກມ ຕາມລະບຽບກະຕິກາສາກົນວາງອອກ ໃນນັ້ນ ໃນ 1 ເກມ ສາມາດນຳໃຊ້ດອກປີກໄກ່ໄດ້ສູງສຸດ 3 ດອກເທົ່ານັ້ນ ກໍລະນີທີ່ໃຊ້ດອກປີກໄກ່ເກີນກຳນົດ ແມ່ນຈະຕ້ອງຈ່າຍເພີ່ມ 20.000 ກີບ/ດອກ ໂດຍການຈ່າຍຝ່າຍລະ 10.000 ກີບ/ທີມ ລາຍລະອຽດຂອງການສະໝັກ ແຕ່ມື້ອອກແຈ້ງການ ຈົນເຖິງວັນທີ 17 ມີນານີ້ ຖ້າຫາກສະໂມສອນ ຫຼື ທ່ານໃດສົນໃຈ ສາມາດສະໝັກຮ່ວມແຂ່ງຂັນຜ່ານທາງເບີວອດແອັບນີ້ໄດ້ +85620 9981 1113 ໂດຍແຈ້ງລາຍຊື່ ແລະ ນາມສະກຸນ ໃຫ້ຄະນະກຳມະການຈັດການແຂ່ງຂັນກວດສອບຖືກຕ້ອງ ການສະໝັກ ຄ່າລົງທະບຽນ 1 ແສນກີບ/ຄົນ/1 ລາຍການ.
# ຂ່າວ & ພາບ : ສີພອນ