ບໍລິສັດ ມາຍເວ ຈໍາກັດ (MY WAY) ຜະລິດຕະພັນເສື້ອພິມລາຍສັນຊາດລາວ ໃຫ້ການສະໜັບສະໜູນສະໂມສອນກອງທັບ ເອັຟຊີ ທີມນ້ອງໃໝ່ ໃນການແຂ່ງຂັນບານເຕະ ລາຍການ ເປບຊີ ລາວລີກ 1 ລະດູການ 2021 ຫຼັງຄວ້າແຊັມລາວລີກ 2 ລະດູການ 2020 ໄດ້ສິດເລື່ອນສູ່ລີກສູງສຸດຂອງ ສປປ ລາວ ເພື່ອກຽມລຸຍ ເປບຊີ ລາວລີກ 1 ລະດູການ 2021 ທີ່ຈະເປີດສາກຂຶ້ນໃນທ້າຍເດືອນມີນານີ້.

ພິທີຖະແຫຼງຂ່າວເປີດໂຕສະໂມສອນບານເຕະກອງທັບ ເອັຟຊີ ແລະ ເຊັນສັນຍາສະໜັບສະໜູນເຄື່ອງແຂ່ງຂັນດັ່ງກ່າວ ຈັດຂຶ້ນວັນທີ 3 ມີນາ 2021 ຢູ່ສະໜາມກີລາກອງທັບ ຫຼັກ 5 ລົງນາມໂດຍທ່ານ ພຸດທະພອນ ສີວິໄຊ ປະທານບໍລິສັດ ມາຍເວ ແລະ ທ່ານ ພັນໂທ ທອງພັນ ພັນທະຍາ ປະທານສະໂມສອນ ກອງທັບ ເອັຟຊີ ໂດຍມີທ່ານ ພົນຈັດຕະວາ ພັນແສງ ບຸນພັນ ຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ແລະ ເປັນປະທານຊີ້ນໍາສະໂມສອນ ກອງທັບ ເອັຟຊີ ພ້ອມຕາງໜ້າທັງສອງພາກສ່ວນ ຄູເຝິກ ແລະ ນັກກີລາເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບການເຊັນສັນຍາຄັ້ງນີ້ ມາຍເວ ຈະສະໜັບສະໜູນຊຸດແຂ່ງຂັນ ແລະ ຊຸດຊ້ອມ ພ້ອມດ້ວຍອຸປະກອນອື່ນໆ ມູນຄ່າຫຼາຍກວ່າ 20 ລ້ານກີບ ເຊິ່ງໃນພິທີ ກໍຍັງມີການເປີດຕົວນັກເຕະ ນໍາໂດຍທ້າວ ພູທອນ ອິນນາໄລ ກອງກາງປະສົບການສູງ ແລະ ຕີ ສີຫາລາດ ກອງໜ້າດາວເດັ່ນຂອງທີມ ລວມເຖິງນັກເຕະໃໝ່ຢ່າງ ກ້ວຍເຈັງ ກອງໜ້າດາວເດັ່ນຈາກທີມແຂວງຈໍາປາສັກ ຊຸດແຊັມບານເຕະທົ່ວປະເທດ.
ການແຂ່ງຂັນ ເປບຊີ ລາວລີກ 1 ລະດູການ 2021 ຈະເປີດສາກຂຶ້ນຢ່າງເປັນທາງການ ໃນວັນທີ 27 ມີນາ 2021 ນີ້ ມີ 6 ສະໂມສອນເຂົ້າຮ່ວມແຂ່ງຂັນໃນລາວລີກ 1 ລະດູການນີ້ ປະກອບມີ: ເອັຟຊີ ຈັນທະບູລີ (ປ່ຽນມາຈາກ ລາວໂຕໂຢຕາ ເອັຟຊີ) ປກສ ເອັຟຊີ ຊ້າງນ້ອຍ ເອັຟຊີ ເອສະຣາ ເອັຟຊີ ວຽງຈັນ ເອັຟຊີ ຈາກແຂວງວຽງຈັນ ແລະ ກອງທັບ ເອັຟຊີ (ແຊັມລາວລີກ 2 ລະດູການ 2020).

.
# ຂ່າວ & ພາບ : ສີພອນ