CADP ມອບເຄື່ອງຊ່ວຍເຫຼືອ ເພື່ອນຳໃຊ້ເຂົ້າໃນວຽກງານກະສິກຳອິນຊີ

    ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຂອງໂຄງການພັດທະນາກະສິກຳສະອາດ (CADP) ໃຫ້ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 3 ມີນາ 2021 ທີ່ພະແນກດັ່ງກ່າວ ເປັນກຽດມອບໂດຍທ່ານ ຮີໂຮຢູ ຊາກູມາ ຫົວໜ້າໂຄງການພັດທະນາກະສິກຳສະອາດ ອົງການໄຈກາ ປະຈຳລາວ ກ່າວຮັບໂດຍທ່ານ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ມີພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

    ເຄື່ອງທີ່ນຳມາມອບຄັ້ງນີ້ ປະກອບມີຄອມພິວເຕີ (ໂນດບຸກ) 9 ໜ່ວຍ ນໍ້າຢາ GT ທີ່ນຳໃຊ້ເຂົ້າໃນຫ້ອງວິໄຈກະສິກຳສະອາດ 5 ຊຸດ ມູນຄ່າ 35 ລ້ານກວ່າກີບ ເຄື່ອງຈຳນວນດັ່ງກ່າວ ແມ່ນມອບໃຫ້ບັນດາຫ້ອງການກະສິກຳ ແລະ ປ່າໄມ້ 6 ເມືອງຄື: ເມືອງສີໂຄດຕະບອງ ນາຊາຍທອງ ໄຊທານີ ໄຊເສດຖາ ຫາດຊາຍຟອງ ເມືອງປາກງື່ມ ກຸ່ມປູກຜັກກະສິກຳອິນຊີ ນວ ຫ້ອງວິໄຈພືດໂນນຫວາຍ ແລະ ຂະແໜງປູກ.

    ໂອກາດນີ້ ທ່ານ ຫຼ້າສາຍ ນວນທາສິງ ກໍໄດ້ສະແດງຄວາມຂອບໃຈມາຍັງໂຄງການ CADP ທີ່ເຫັນຄວາມສຳຄັນໃນວຽກງານກະສິກຳສະອາດ ເຄື່ອງຈຳນວນດັ່ງກ່າວ ແມ່ນມີຄວາມສຳຄັນ ແລະ ຈຳເປັນ ໃນການຄຸ້ມຄອງກຸ່ມການຜະລິດ ຄວາມປອດໄພຂອງຜົນຜະລິດ ເຊິ່ງການຊ່ວຍເຫຼືອການຄັ້ງນີ້ ເປັນແຮງຍູ້ດັນທີ່ສຳຄັນໃນການຂັບເຄື່ອນນະໂຍບາຍຂອງພັກ-ລັດ ໃນການສົ່ງເສີມການປູກພືດຜັກກະສິກຳອິນຊີ ໄລຍະຜ່ານມາ ອົງການໄຈກາກໍໄດ້ໃຫ້ການຊ່ວຍເຫຼືອວຽກງານກະສິກຳສະອາດຫຼາຍດ້ານ ເປັນຕົ້ນ ວຽກງານເຕັກນິກວິຊາການ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຂັ້ນແຂວງ ເມືອງ ຊຸກຍູ້ພື້ນຖານໂຄງລ່າງການຜະລິດຂອງກຸ່ມ ວຽກງານການຕະຫຼາດ ອຸປະກອນເຄື່ອງມືຮັບໃຊ້ຕ່າງໆ ສະນັ້ນ ຮຽກຮ້ອງມາຍັງພາກສ່ວນຕ່າງໆທີ່ໄດ້ຮັບເຄື່ອງຊ່ວຍເຫຼືອຄັ້ງນີ້ ຈົ່ງເປັນເຈົ້າການໃນການປົກປັກຮັກສາ ແລະ ນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!