ຊຸດເຝິກອົບຮົມ ຫົວຂໍ້ “ການສ້າງຄວາມເຂັ້ມແຂງກ່ຽວກັບວຽກງານຄົ້ນຄວ້າ-ສັງລວມ” ໃຫ້ພະນັກງານ-ລັດຖະກອນຢູ່ຂັ້ນທ້ອງຖິ່ນ ຈັດຂຶ້ນວັນທີ 3-4 ມີນາ 2021 ຢູ່ເມືອງນາກາຍ ແຂວງຄຳມ່ວນ ໂດຍເປັນປະທານຂອງທ່ານ ສະຖິດ ເພັດສິງເລືອງ ຫົວໜ້າກົມຄົ້ນຄວ້າ-ສັງລວມ ສໍານັກງານນາຍົກລັດຖະມົນຕີ ແລະ ທ່ານ ໝັ້ນຍືນ ຄິນສະໝອນ ຫົວໜ້າຫ້ອງວ່າການແຂວງຄໍາມ່ວນ ມີທ່ານ ບຸນມີ ທານຸວົງ ຮອງເຈົ້າເມືອງນາກາຍ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງວ່າການນະຄອນຫຼວງວຽງຈັນ 8 ແຂວງພາກກາງ ພາກໃຕ້ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ຈຸດປະສົງການຈັດເຝິກອົບຮົມຄັ້ງນີ້ ເພື່ອແລກປ່ຽນ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານເສນາທິການດ້ານການຄົ້ນຄວ້າ-ສັງລວມ ເວົ້າສະເພາະ ການຄົ້ນຄວ້າເອກະສານເພື່ອຮັບໃຊ້ວຽກງານໃຫ້ຂັ້ນເທິງໃຫ້ມີຄວາມວ່ອງໄວ ທັນກັບສະພາບການຕົວຈິງ ຮັບປະກັນດ້ານເນື້ອໃນ ແລະ ໃຫ້ມີຄຸນນະພາບ ຫຼຸດຜ່ອນຂັ້ນຂອດການຄົ້ນຄວ້າເອກະສານແບບຫຼາຍຂັ້ນຕອນທີ່ບໍ່ຈຳເປັນ ໃຫ້ມີຄວາມສັ້ນກະທັດຮັiດ ທັງເປັນການເສີມສ້າງຄວາມສາມາດໃຫ້ພະນັກງານ-ລັດຖະກອນ ກ້າວໄປສູ່ການຫັນເປັນຊ່ຽວຊານ ແລະ ເປັນຜູ້ຊຳນານງານໃນຕໍ່ໜ້າ ເຊິ່ງການເຝິກອົບຮົມຄັ້ງນີ້ ຈະໄດ້ລົງເລິກບັນດາຫົວຂໍ້ທີ່ສໍາຄັນ ຄື: ການເປັນເສນາທິການດ້ານການຄົ້ນຄວ້າ-ສັງລວມ ການຮ່າງບົດລາຍງານ ແຈ້ງການ ແລະ ເອກະສານທາງການ ກົນໄກແບບແຜນການກະກຽມກອງປະຊຸມຕ່າງໆ ແລະ ບົດໂອ້ລົມ ກົນໄກແບບແຜນການຄຸ້ມຄອງ ແລະ ການຊຸກຍູ້ຕິດຕາມເອກະສານໃຫ້ມີຄຸນນະພາບ ນອກນີ້ ຍັງຈະໄດ້ສົນທະນາແລກປ່ຽນຄຳຄິດເຫັນກ່ຽວກັບບັນຫາດັ່ງກ່າວ ເພື່ອສ້າງຄວາມເປັນເອກະພາບ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ.


# ຂ່າວ & ພາບ : ສະບາໄພ