ຜທ ຫວນຄືນມູນເຊື້ອວັນສ້າງຕັ້ງວັນແມ່ຍິງສາກົນຄົບຮອບ 111 ປີ

    ສະຫະພັນແມ່ຍິງກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດພິທີສະເຫຼີມສະຫຼອງວັນແມ່ຍິງສາກົນຄົບຮອບ 111 ປີ ຂຶ້ນວັນທີ 3 ມີນາ 2021 ທີ່ກະຊວງດັ່ງກ່າວ ເປັນປະທານຂອງທ່ານນາງ ທໍາມາ ເພັດວີໄຊ ປະທານສະຫະພັນແມ່ຍິງ ທັງເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຜທ ມີທ່ານນາງ ຄຳຈັນ ວົງ ຮອງລັດຖະມົນຕີກະຊວງ ຜທ ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະນໍາກະຊວງ ເລຂາ ຮອງເລຂາ ຄະນະໜ່ວຍພັກ ຫົວໜ້າກົມ ຮອງກົມ ຫ້ອງການ ພະແນກການ ຄະນະບໍລິຫານງານສະຫະພັນແມ່ຍິງ ຫົວໜ້າໜ່ວຍ ຮອງໜ່ວຍແມ່ຍິງ ເອື້ອຍນ້ອງແມ່ຍິງ ແລະ ພະນັກງານ ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

    ການຈັດພິທີຄັ້ງນີ້ ເພື່ອຫວນຄືນປະຫວັດການເຄື່ອນໄຫວຂອງຂະບວນການແມ່ຍິງທົ່ວໂລກ ເພື່ອຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາມາສູ່ແມ່ຍິງ ປຸກລະດົມຈິດໃຈຂອງສະມາຊິກແມ່ຍິງ ສະຫະພັນແມ່ຍິງເຂົ້າຮ່ວມຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແຜນພັດທະນາແມ່ຍິງລາວ ຕິດພັນກັບຂະບວນການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງ ໃນການຈັດຕັ້ງປະຕິບັດສົນທິສັນຍາ ຖະແຫຼງການ ແລະ ເປົ້າໝາຍເພື່ອການພັດທະນາແບບຍືນຍົງ (SDGs 2030).

# ຂ່າວ & ພາບ : ຂັນທະວີ

error: Content is protected !!