ກອງປະຊຸມທາງໄກ (Video Conference) ສະພາປະສານງານອາຊຽນ ຄັ້ງທີ 25

    ວັນ​ທີ 9 ເມ­ສາ 2020 ທີ່ ກະ­ຊວງ​ການ​ຕ່າງ­ປະ­ເທດ, ນະ­ຄອນ­ຫຼວງ​ວຽງ​ຈັນ, ທ່ານ ສະ­ເຫຼີມ​ໄຊ ກົມ​ມະ​ສິດ, ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ຕ່າງ­ປະ­ເທດ ພ້ອມ​ດ້ວຍ​ຄະ­ນະ ໄດ້​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ທາງ­ໄກ ສະ­ພາ​ປະ­ສານ​ງານ​ອາ​ຊຽນ ຄັ້ງ​ທີ 25 (25th Meeting of the ASEAN Coordinating Council – ACC) ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ​ຫວຽດ­ນາມ ໃນ​ຖາ­ນະ​ປະ­ທານ​ໝູ­ນວຽນ​ອາ​ຊຽນ ປີ 2020 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ­ດາ​ລັດ­ຖະ­ມົນ­ຕີ​ຕ່າງ­ປະ­ເທດ​ອາ​ຊຽນ ແລະ ເລ­ຂາ­ທິ­ການ​ໃຫຍ່​ອາ​ຊຽນ.

    ກອງ​ປະ­ຊຸມ​ໄດ້​ຮັບ​ຊາບ ແລະ ຕີ​ລາ­ຄາ​ສູງ ຕໍ່​ຄວາມ​ພະ­ຍາ­ຍາມ​ຂອງ​ແຕ່​ລະ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ກໍ​ຄື​ອາ​ຊຽນ​ໂດຍ​ລວມ ໃນ​ການ​ປ້ອງ​ກັນ, ຄວບ​ຄຸມ ແລະ ຮັບ​ມື​ກັບ​ພະ­ຍາດ​ອັກ­ເສບ​ປອດ ຈາກ​ເຊື້ອ​ຈຸ​ລະ​ໂລກ​ສາຍ​ພັນ​ໃຫມ່ ຫຼື ໂຄ​ວິດ-19, ເຊິ່ງ​ສະ­ແດງ​ອອກ​ໃນ​ຜົນ­ສຳ­ເລັດ​ຂອງ​ກອງ​ປະ­ຊຸມ​ສະ­ໄໝ​ພິ­ເສດ ສະ­ພາ​ປະ­ສານ​ງານ​ອາ​ຊຽນ ກ່ຽວ​ກັບ​ພະ­ຍາດ​ໂຄ​ວິດ-19 ດັ່ງ­ກ່າວ ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ກຸມ­ພາ​ຜ່ານ​ມາ ຢູ່ ສປ ລາວ ກໍ​ຄື ກອງ​ປະ­ຊຸມ​ທາງ­ໄກ​ໜ່ວຍ​ງານ​ວິ­ຊາ​ການ​ຂອງ​ສະ­ພາ​ປະ­ສານ​ງານ​ອາ​ຊຽນ ວ່າ​ດ້ວຍ​ການ​ຊ່ວຍ­ເຫຼືອ​ສຸກ​ເສີນ​ດ້ານ​ສາ­ທາ­ລະ­ນະ​ສຸກ​ຄັ້ງ​ທຳ​ອິດ ໃນ​ທ້າຍ​ເດືອນ​ມີ­ນາ ລວມ​ທັງ​ບັນ­ດາ​ກອງ​ປະ­ຊຸມ​ທາງ­ໄກ​ຂອງ​ຂະ­ແໜງ­ການ​ກ່ຽວ­ຂ້ອງ ທັງ​ລະ­ດັບ​ລັດ­ຖະ­ມົນ­ຕີ ແລະ ລະ­ດັບ​ວິ­ຊາ​ການ ອັນ​ໄດ້​ປະ­ກອບ­ສ່ວນ​ສຳ­ຄັນ ເຂົ້າ​ໃນ​ການ​ຮັດ​ແໜ້ນ​ຄວາມ​ພະ­ຍາ­ຍາມ​ລວມ​ຂອງ​ອາ​ຊຽນ ໃນ​ການ​ຮັບ​ມື​ກັບ​ພະ­ຍາດ​ດັ່ງ­ກ່າວ.

    ພ້ອມ​ນີ້, ກອງ​ປະ­ຊຸມ​ຍັງ​ໄດ້​ຮັບ​ຊາບ​ການ​ລາຍ​ງານ ສະ­ພາບ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຢູ່​ແຕ່​ລະ​ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ລວມ​ທັງ​ຢູ່ ສປປ ລາວ ເຮົາ ແລະ ໄດ້​ປຶກ­ສາ​ຫາ­ລື, ແລກ­ປ່ຽນ​ບົດ­ຮຽນ ແລະ ປະ­ສົບ​ການ​ຮ່ວມ​ກັນ ໃນ​ການ​ສະ­ກັດ​ກັ້ນ, ຄວບ​ຄຸມ ແລະ ຈຳ­ກັດ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19. ພິ­ເສດ, ໄດ້​ເປັນ​ເອ­ກະ​ພາບ​ກັນ​ສືບ­ຕໍ່​ເສີມ​ຂະ­ຫຍາຍ​ການ​ຮ່ວມ​ມື​ພາຍ​ໃນ​ອາ​ຊຽນ, ອາ​ຊຽນ​ກັບ​ຄູ່​ເຈລະ­ຈາ ແລະ ຄູ່​ຮ່ວມ​ມື ລວມ​ທັງ​ກັບ​ອົງ​ການ­ຈັດ­ຕັ້ງ​ສາ­ກົນ ໂດຍ​ສະ­ເພາະ​ອົງ­ການ​ອະ­ນາ­ໄມ​ໂລກ ໂດຍ​ຜ່ານ​ບັນ­ດາ​ກົນ​ໄກ​ຮ່ວມ​ມື​ອາ​ຊຽນ​ທີ່​ມີ​ຢູ່. ນອກ​ນັ້ນ, ກໍ​ຢືນ­ຢັນ​ສືບ­ຕໍ່​ຮັດ​ແໜ້ນ​ການ​ຮ່ວມ​ມື ເພື່ອ​ຮັບ­ປະ­ກັນ​ສະ­ຖຽນ​ລະ​ພາບ​ທາງ​ດ້ານ​ເສດ­ຖະ­ກິດ​ຂອງ​ພາກ​ພື້ນ ໂດຍ​ສະ­ເພາະ​ໃຫ້​ສາ­ມາດ​ຮັກ­ສາ​ໄດ້​ການ​ສະ­ໜອງ​ແບບ​ຕ່ອງ​ໂສ້ ດ້ານ​ການ​ຄົມ­ມະ­ນາ­ຄົມ​ຂົນ­ສົ່ງ, ການ​ບໍ­ລິ­ການ ແລະ ການ​ສະ­ໜອງ​ສິນ­ຄ້າ​ອຸ­ປະ­ໂພກ-ບໍ­ລິ­ໂພກ, ຢາ​ປົວ​ພະ­ຍາດ ແລະ ອຸ­ປະ­ກອນ​ການ​ແພດ​ທີ່​ຈຳ­ເປັນ.

    ພ້ອມ​ກັນ​ນີ້, ກອງ​ປະ­ຊຸມ​ຍັງ​ໄດ້​ປຶກ­ສາ​ຫາ­ລື ເພື່ອ​ກະ­ກຽມ​ໃຫ້​ແກ່​ກອງ​ປະ­ຊຸມ​ສຸດ​ຍອດ​ສະ­ໄໝ​ພິ­ເສດ​ຂອງ​ຜູ້­ນຳ​ອາ​ຊຽນ ແລະ ກອງ​ປະ­ຊຸມ​ສຸດ​ຍອດ​ສະ­ໄໝ​ພິ­ເສດ​ຜູ້­ນຳ​ອາ​ຊຽນ​ບວກ​ສາມ ກ່ຽວ​ກັບ​ພະ­ຍາດ​ໂຄ​ວິດ-19, ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ມໍ່ໆ​ນີ້.

error: Content is protected !!