ວັນທີ 23 ກຸມພາ 2021 ທີ່ກະຊວງການເງິນ ໄດ້ຈັດພິທີເຊັນສັນຍາຮັບຮອງເອົາການໃຫ້ບໍລິການຂອງທະນາຄານນະໂຍບາຍ (ທນບ) ໃນການຮັບຝາກເງິນ ຖອນເງິນ ແລະ ໂອນເງິນຂອງຄັງເງິນແຫ່ງຊາດ ຢູ່ບັນດາເມືອງທີ່ບໍ່ມີ ໜ່ວຍບໍລິການທະນາຄານທຸລະກິດ ທັງນີ້ ກໍເພື່ອຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ວ່າດ້ວຍການຮັບຮອງເອົາການໃຫ້ບໍລິການຂອງ ທນບ ໃນການຮັບຝາກເງິນ ຖອນເງິນ ແລະ ໂອນເງິນຂອງຄັງເງິນແຫ່ງຊາດ ຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການທະນາຄານທຸລະກິດ ຊຶ່ງການເຊັນສັນຍາລະຫວ່າງຄັງເງິນແຫ່ງຊາດ ແລະ ທນບ ໂດຍແມ່ນທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ແລະ ທ່ານ ວຸດທິ ເລື່ອນວິໄລວົງ ຜູ້ອໍານວຍການ ທນບ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ປັດຈຸບັນໃນ 148 ເມືອງທົ່ວປະເທດ ຍັງມີ 34 ເມືອງ ທີ່ບໍ່ມີໜ່ວຍບໍລິການຂອງທະນາຄານທຸລະກິດ ສໍາລັບການໃຫ້ບໍລິການຂອງ ທນບ ເບື້ອງຕົ້ນຈະໄດ້ທົດລອງຈັດຕັ້ງປະຕິບັດຢູ່ 10 ເມືອງ ຫຼັງຈາກນັ້ນ ຈຶ່ງຈະປະເມີນຜົນການຈັດຕັ້ງປະຕິບັດ ເພື່ອລາຍງານໃຫ້ຄະນະນໍາກະຊວງການເງິນ ແລະ ຈະໄດ້ສືບຕໍ່ຜັນຂະຫຍາຍໄປສູ່ບັນດາ 24 ເມືອງທີ່ຍັງເຫຼືອ.
ສໍາລັບວຽກງານການໃຫ້ບໍລິການຮັບຝາກເງິນ ຖອນເງິນ ແລະ ໂອນເງິນຂອງຄັງເງິນແຫ່ງຊາດ ຢູ່ບັນດາເມືອງທີ່ບໍ່ມີໜ່ວຍບໍລິການທະນາຄານທຸລະກິດຕັ້ງຢູ່ ກໍໍຖືເປັນບາດກ້າວໜຶ່ງທີ່ສໍາຄັນ ເພື່ອກ້າວໄປສູ່ການໃຫ້ບໍລິການ ເຕັມຮູບແບບໃຫ້ແກ່ປະຊາຊົນ ທັງເປັນການຕອບສະໜອງ ແລະ ອໍານວຍຄວາມສະດວກໃຫ້ແກ່ຂະແໜງການອ້ອມຂ້າງ ໂດຍສະເພາະແມ່ນຂະແໜງຄັງເງິນແຫ່ງຊາດ ທີ່ມີສ່ວນຕິດພັນກັບ ທນບ ຫຼື ບັນດາເມືອງ ທີ່ບໍ່ມີທະນາຄານທຸລະກິດອື່ນໆຕັ້ງຢູ່ໃຫ້ເຂົ້າເຖິງວຽກງານການໃຫ້ ບໍລິການທາງດ້ານການເງິນ ແລະ ຮັບປະກັນຄວາມປອດໄພໃຫ້ມີ ປະສິດທິຜົນສູງສຸດ.
# ຂ່າວ & ພາບ : ໄຊບັນດິດ