ພິທີລົງນາມເຊັນສັນຍາຮ່ວມມື ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບໍລິສັດ ສະຕາຟີນເທັກ ຈຳກັດຜູ້ດຽວ ( u-money ) ເພື່ອເປັນຕົວແທນການໃຫ້ເງິນອຸດໝູນແບບມີເງື່ອນໄຂ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ໄດ້ຈັດຂຶ້ນວັນທີ 24 ກຸມພາ 2021 ທີ່ສໍານັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ ຮ່ວມລົງນາມໂດຍ ທ່ານ ຄໍາອ້ວນ ຄໍາພູແກ້ວ ຮັກສາການຫົວໜ້າກົມພັດທະນາຊົນນະບົດ ແລະ ສະຫະກອນ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ລິວ ແມງ ຮ່າ ຜູ້ອໍານວຍການ ບໍລິສັດ ສະຕາຟີນເທັກ ຈໍາກັດຜູ້ດຽວ ທັງເປັນຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈໍາກັດ ມີ ທ່ານ ສຸລິສັກ ທໍານຸວົງ ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານ ແຫ່ງ ສປປ ລາວ ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຊັນສັນຍາໃນຄັ້ງນີ້ ຈຸດປະສົງເພື່ອນໍາໃຊ້ ບໍລິການ u-money ເປັນຕົວແທນການໃຫ້ເງິນອຸດໝູນແບບມີເງື່ອນໄຂ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ແລະ ການຂາດໂພຊະນາການໃນເຂດຊົນນະບົດ ຂອງກົມພັດທະນາຊົນນະບົດ ແລະ ສະຫະກອນ ຊຶ່ງໂຄງການດັ່ງກ່າວນີ້ເປັນໜຶ່ງໃນໂຄງການດ້ວຍທຶນຊ່ວຍເຫຼືອຈາກທະນາຄານໂລກ (World Bank) ໂດຍອີງຕາມໂຄງການ ແມ່ນຈະປະຕິບັດຢູ່ 4 ແຂວງເຊັ່ນ: ແຂວງຜົ້ງສາລີ ອຸດົມໄຊ ຫົວພັນ ແລະ ແຂວງຊຽງຂວາງ ຊຶ່ງມີເປົ້າໝາຍການເບີກຈ່າຍໃຫ້ ຄອບຄົວທຸກຍາກ ຈຳນວນ 42.000 ຄອບຄົວ ລວມມູນຄ່າທັງໝົດ 14 ລ້ານກວ່າໂດລາ (USD) ພາຍໃນ 4 ປີ ຊຶ່ງໂຄງການຄາດຄະເນຈະເລີ່ມເບີກຈ່າຍເງິນອຸດໜູນເລີ່ມແຕ່ເດືອນ 3/2021 ດ້ວຍເຫດຜົນຫຼັກທີ່ເລືອກຜະລິດຕະພັນດັ່ງກ່າວ ເຂົ້າມານໍາໃຊ້ ຊຶ່ງຈະຊ່ວຍເຮັດໃຫ້ກຸ່ມເປົ້າໝາຍທີ່ໄດ້ຮັບເງິນອຸດໜູນໂດຍກົງ ໄດ້ຕາມກໍານົດເວລາ ປອດໄພ ເພາະເງິນອຸດໜູນທີ່ໄດ້ຮັບແມ່ນຈະໂອນເຂົ້າເບີໂທລະສັບໂດຍກົງຂອງຜູ້ຮັບ ຫຼື ປະຊາຊົນ ສາມາດຖອນເງິນໄດ້ດ້ວຍຕົນເອງຜ່ານໂທລະສັບມືຖື ກັບບັນດາຮ້ານຕົວແທນບໍລິການທີ່ມີຢູ່ຂັ້ນບ້ານ ຫຼືພະນັກ ງານ unitel ທີ່ມີປ່ອງບໍລິການໄດ້ຢ່າງສະດວກ ຊຶ່ງໃນນີ້ເປັນອີກບາດກ້າວໜຶ່ງຂອງການສະໜອງບໍລິການການເບີກຈ່າຍເງິນອຸດໜູນຊ່ວຍເຫຼືອຕາມເງື່ອນໄຂຜ່ານ u-money ໃນເຂດຫ່າງໄກ ຫຼືເຂດຊົນນະບົດ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວຖືວ່າເປັນຄັ້ງທໍາອິດ ໃນ ສປປ ລາວ ທີ່ມີ ການເບີກຈ່າຍເງິນອຸດໝູນແບບມີເງື່ອນໄຂ ໃຫ້ແກ່ຜູ້ໄດ້ຮັບຜົນປະໂຫຍດຂອງໂຄງການຫຼຸດຜ່ອນຄວາມທຸກຍາກ ໂດຍຜ່ານບໍລິການເອີ້ນວ່າ: ໂມບາຍມັນນີ (Mobile Money) ຊຶ່ງເປັນລະບົບການ ໃຫ້ບໍລິການທີ່ມີຄວາມທັນສະໄໝ ປອດໄພ.

ດ້ວຍປະສົບການຕະຫຼອດການໃຫ້ບໍລິການຂອງ u-money ທີ່ຜ່ານມາ u-money ໄດ້ຮັບຄວາມໄວ້ວາງໃຈຈາກພາກລັດໃນການໝູນໃຊ້ເຂົ້າໃນການເບີກຈ່າຍເງິນເດືອນເງິນອຸດໜູນ ບໍ່ວ່າຈະເປັນໂຄງການເບີກຈ່າຍເງິນເດືອນເງິນອຸດໜູນ ຂອງຄັງເງິນແຫ່ງຊາດ ໃຫ້ແກ່ 11 ເມືອງ ທີ່ຍັງບໍ່ທັນມີບໍລິການດ້ານທະນາຄານ ການເບີກຈ່າຍເງິນເດືອນໃຫ້ແກ່ນາຍບ້ານຢູ່ບັນດາເມືອງ ທີ່ເຫັນວ່າມີຄວາມສະດວກຫຼາຍຢ່າງໃນເດືອນທັນວາ ປີ 2020 ຜ່ານມາ ຢູນີເທວ ກໍໄດ້ນໍາໃຊ້ຢູມັນນີ ເພື່ອເປັນຊ່ອງທາງໃນການໂອນເງິນມອບຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມທີ່ແຂວງສະຫວັນນະເຂດ ມູນຄ່າທັງໝົດ 500 ລ້ານກີບ ໂອນເຂົ້າເບີມືຖືຂອງປະຊາຊົນທີ່ປະສົບໄພ ຈຳນວນ 1.200 ຄົວເຮືອນ ໂດຍທຸກຄົນສາມາດຖອນເງິນດັ່ງກ່າວໄດ້ໂດຍກົງກັບພະນັກງານ ຢູນີເທວ ຫຼື ຕົວແທນຜູ້ໃຫ້ບໍລິການ ຢູມັນນີ ສ້າງຄວາມສະດວກສະບາຍຫຼາຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບເງິນໂດຍກົງໄວ ແລະ ປອດໄພ
# ຂ່າວ & ພາບ : ໄຊບັນດິດ