ໄຊເສດຖາ ເປີດການແຂ່ງຂັນສິລະປະ-ວັນນະຄະດີ ຊີງຂັນຫົວໜ້າຫ້ອງການສຶກສາ

    ການແຂ່ງຂັນສິລະປະ-ວັນນະຄະດີ ນັກຮຽນສາມັນສຶກສາ ຊີງຂັນຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈັດຂຶ້ນລະຫວ່າງວັນທີ 25-26 ກຸມພາ 2021 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ທ່ານ ພົມມີ ໄຊຍະ ສານ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງ ແຂກຖືກເຊີນ ພະນັກງານຄູ-ອາຈານ ຜູ້ປົກຄອງນັກຮຽນ ເຂົ້າຮ່ວມຊົມ.

    ທ່ານ ພົມມີ ໄຊຍະສານ ໄດ້ກ່າວວ່າ: ການແຂ່ງຂັນສິລະປະ-ວັນນະຄະດີ ຂອງນັກຮຽນສາມັນສຶກສາ ຊີງຂັນ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງໄຊເສດຖາ ປະຈໍາສົກຮຽນ 2020-2021 ເພື່ອເປັນການສ້າງຂະບວນການຊົມເຊີຍ ແລະ ຕ້ອນຮັບວັນສຳຄັນຂອງພັກ ຂອງຊາດ ເພື່ອປະຕິບັດຕາມ 5 ຫຼັກມູນຂອງກະຊວງສຶກສາວາງອອກ ປະກອບສ່ວນຮັກສາ ອະນຸຮັກມູນເຊື້ອວັດທະນາທຳອັນດີງາມຂອງຊາດ ໃຊ້ເວລາຫວ່າງໃຫ້ເປັນປະ ໂຫຍດ ໃຫ້ຫ່າງໄກຈາກສິ່ງເສບຕິດ.

   ການແຂ່ງຂັນມີ 3 ລາຍການ ຄື: ລາຍການຟ້ອນລວມໝູ່ ຮ້ອງເພງ ແລະ ລາຍການຂັບລໍາ ເຊິ່ງແຍກເປັນຊັ້ນຮຽນອະນຸບານ ປະຖົມ ມັດທະຍົມຕອນຕົ້ນ ແລະ ຕອນປາຍ ການແຂ່ງຂັນປະເພດຟ້ອນລວມໝູ່ ຊັ້ນອະນຸບານ ມີ 7 ໂຮງຮຽນທີ່ເປັນຕົວແທນຂອງກຸ່ມ ປະເພດຮ້ອງເພງ ມີ 5 ໂຮງຮຽນ ຂັບລໍາ ມີ 4 ໂຮງຮຽນ ຊັ້ນປະຖົມສຶກສາ ປະເພດຟ້ອນລວມໝູ່ ມີ 7 ໂຮງຮຽນ ຮ້ອງເພງ ມີ 7 ໂຮງຮຽນ ຂັບລໍາ ມີ 7 ໂຮງຮຽນ ຊັ້ນມັດທະຍົມຕອນຕົ້ນ ມີ 11 ທິມ ປະເພດຮ້ອງເພງ ມີ 10 ທິມ ຂັບລໍາ ມີ 9 ທິມ ແລະ ຊັ້ນມັດທະຍົມປາຍ ປະເພດຟ້ອນລວມໝູ່ ມີ 9 ທິມ ຮ້ອງເພງ ມີ 8 ທິມ ບົດລໍາ ມີ 7 ທິມ ເພຶ່ອຄັດເລືອກເອົານັກສິລະປະ ປະເພດບົດຮ້ອງ ບົດລໍາ ແລະ ບົດຟ້ອນ ເຂົ້າຮ່ວມການແຂ່ງຂັນຂັ້ນນະຄອນຫຼວງ ກໍຄືຂັ້ນຕໍ່ໆໄປ.

                # ຂ່າວ & ພາບ: ບຸນມີ

error: Content is protected !!