ຫົວເຫວີຍ ພັດທະນາລະບົບນິເວດທາງເຕັກໂນໂລຊີຂອງ APAC ເພື່ອເລັ່ງການຫັນເປັນດີຈີຕອນ

    ວັນທີ 25 ກຸມພາ 2021 ຫົວເຫວີຍ ໄດ້ເປີດຫ້ອງທົດລອງ Digix ຄັ້ງທໍາອິດໃນອາຊີ-ປາຊີຟິກ ໃນສິງກະໂປ ເຊິ່ງຕັ້ງຢູ່ Changi Business Park ແນໃສ່ເພື່ອຍົກລະດັບຄວາມສໍາຄັນຂອງສິງກະໂປໃນຖານະສູນກາງເຕັກໂນໂລຊີທີ່ກໍາລັງເຕີບໃຫຍ່ໃນອາຊີ-ປາຊີຟິກ ເພື່ອສົ່ງເສີມລະບົບນິເວດໂທລະສັບມືຖືທົ່ວພາກພື້ນ ໂດຍຫ້ອງທົດລອງຖືກອອກແບບມາເພື່ອສະໜັບສະໜູນນັກພັດທະນາທຸກລະດັບ ລວມທັງການພັດທະນາແອັບມືຖືຂອງພວກເຂົາ ເຊິ່ງລວມມີ AR VR HMS Core Kits ແລະ ຄວາມສາມາດດ້ານເຕັກໂນໂລຊີອື່ນໆ ເຊິ່ງໂຄສົກຫົວເຫວີຍປະຈໍາອາຊີ-ປາຊີຟິກ ໄດ້ກ່າວໃນງານ MWC Shanghai 2021 ວ່າ: ນີ້ແມ່ນໜຶ່ງໃນບັນດາໂຄງການທີ່ບໍລິສັດເຕັກໂນໂລຊີຊັ້ນແນວໜ້າຂອງໂລກໄດ້ລິເລີ່ມເພື່ອປູກລະບົບນິເວດດ້ານເຕັກໂນໂລຊີທີ່ຫຼວງຫຼາຍ ແລະ ເລັ່ງການຫັນເປັນດີຈີຕອນໃນພາກພື້ນ.

    ທ່ານ Jay Chen ຮອງປະທານຫົວເຫວີຍອາຊີ-ປາຊີຟິກ ໃຫ້ສຳພາດວ່າ: ຫົວເຫວິີຍຕັ້ງໃຈສ້າງລະບົບນິເວດໂທລະສັບມືຖືແບບເຄື່ອນທີ່ ‘1+8+N’ ກັບ HMS ທີ່ຊ່ວຍໃຫ້ນັກພັດທະນາສາມາດປະດິດນະວັດຕະກໍາໃໝ່ໆຂຶ້ນ Digix Lab ເປັນເວທີການປູກຝັງ ແລະ ສະໜອງອຸປະກອນການພັດທະນາແອັບທີ່ຈຳເປັນເພື່ອການປະດິດສ້າງພື້ນທີ່ດີຈີຕອນໃນອະນາຄົດ ພາຍໃຕ້ຫົວຂໍ້ “ຜົນກະທົບທີ່ເຊື່ອມໂຍງ”.

    ຫົວເຫວີຍຈະຮ່ວມມືກັບຄູ່ຮ່ວມງານຫຼາຍໂຄງການ ເພື່ອປູກຝັງລະບົບນິເວດເຕັກໂນໂລຊີ ເພື່ອເລັ່ງການຫັນເປັນດີຈີຕອນໃນພາກພື້ນອາຊີ-ປາຊີຟິກ ແລະ ຈະນຳເອົາແອັບທີ່ເປັນທີ່ຕ້ອງການໃນທ້ອງຖິ່ນຂຶ້ນມາໄວ້ໃນ HUAWEI App Gallery ເພື່ອຍົກລະດັບລະບົບນິເວດໂທລະສັບມືຖືໃນພາກພື້ນອາຊີ-ປາຊີຟິກ ຈະເປັນຂົງເຂດທີ່ນຳໜ້າດ້ານການຮັບຮອງເອົາເຕັກໂນໂລຊີ 5G ກັບລູກຄ້າ 1,14 ຕື້ຄົນ ກວມ 65% ຂອງຜູ້ໃຊ້ງານ 5G ທົ່ວໂລກໃນປີ 2024 ໂດຍຜ່ານການປະດິດສ້າງ ແລະ ການຮ່ວມມືຍຸດທະສາດກັບລູກຄ້າ ຫົວເຫວີຍກຳລັງປະສານງານມາດຕະຖານການສື່ສານ ແລະ ອຸດສາຫະກຳ 5G ເພື່ອຂະຫຍາຍການນຳໃຊ້ 5GtoB  ໂດຍຫົວເຫວີຍມີແຜນລົງທຶນປະມານ 1,5 ລ້ານໂດລາສະຫະລັດເພື່ອສະໜັບສະໜູນລະບົບ 5G ຢູ່ສູນນະວັດຕະກໍາລະບົບນິເວດຢູ່ບາງກອກ ປະເທດໄທ ແລະ ບໍລິສັດເຕັກໂນໂລຊີ ມີຄວາມມຸ່ງໝັ້ນທີ່ຈະຂະຫຍາຍວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍໃນທ້ອງຖິ່ນໃຫ້ໄດ້ຫຼາຍກວ່າ 100 ແຫ່ງຕໍ່ປີ ເພື່ອນໍາເອົາໂຊລູຊັນ 5G ມາໃຊ້ສໍາລັບອຸດສາຫະກໍາແນວຕັ້ງທີ່ແຕກຕ່າງກັນພາຍໃນ 3 ປີໃນອາຊີ-ປາຊີຟິກ ເຊິ່ງຫົວເຫວີຍຈະສືບຕໍ່ເພີ່ມການລົງທຶນໃນການສ້າງລະບົບນິເວດທີ່ມີຄວາມຫຼວງຫຼາຍ ແລະ ມີຄວາມຈະເລີນຮຸ່ງເຮືອງ ເພື່ອສ້າງການເຊື່ອມໂຍງຢ່າງເຕັມທີ່ໃນອາຊີ-ປາຊີຟິກ.

    ທ່ານນາງ Vunnaporn Dehastin ເລຂາທິການໃຫຍ່ຄະນະກຳມາທິການເສດຖະກິດ ແລະ ສັງຄົມ ປະເທດໄທ ກ່າວວ່າ: 5G EIC ແມ່ນການປະດິດສ້າງດີຈີຕອນຂອງການນຳໃຊ້ ແລະ ການບໍລິການ 5G ທົ່ວອຸດສາຫະກຳຕ່າງໆ ນະວັດຕະກຳເຫຼົ່ານີ້ ຈະສ້າງໂອກາດທາງທຸລະກິດໃໝ່ສຳລັບວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ບັນດາຜູ້ລິເລີ່ມ ແລະ ສະຖາບັນການສຶກສາ ເຊິ່ງເປັນການເປີດທາງໃຫ້ປະເທດໄທ 4.0 ແລະ ສ້າງສູນກາງດີຈີຕອນໃນພາກພື້ນອາຊຽນ ເປົ້າໝາຍດັ່ງກ່າວ ຈະບັນລຸໄດ້ໂດຍຜ່ານການຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການຮ່ວມມືກັນນັ້ນ ຈະເຮັດໃຫ້ພວກເຮົາສາມາດຜ່ານຜ່າສິ່ງທ້າທາຍ ແລະ ສ້າງອະນາຄົດທີ່ດີກວ່າເກົ່າ.

    ສຳລັບລະບົບນິເວດຂັ້ນເລີ່ມຕົ້ນ ຫົວເຫວີຍອາຊີ-ປາຊີຟິກ ໄດ້ເລີ່ມເປີດໂປແກຣມ Spark ຢູ່ປະເທດສິງກະໂປ ປີ 2020 ເພື່ອສະໜັບສະໜູນການເລີ່ມຕົ້ນດ້ານເຕັກໂນໂລຊີທີ່ເລິກເຊິ່ງ ດ້ວຍການນຳໃຊ້ໂປແກຣມ 5G Machine Learning & Analytics IoT Mobile Edge Computing ແລະ Mobile & SaaS applications ໂຄງການດັ່ງກ່າວ ໄດ້ດຶງດູດນັກທຸລະກິດຫຼາຍກວ່າ 500 ຄົນ ຈາກ 75 ປະເທດ ການພັດທະນາຢ່າງໄວວາຂອງເສດຖະກິດດີຈີຕອນ ຍັງໝາຍເຖິງການຂາດເຂີນຄວາມສາມາດດ້ານໄອຊີທີໃນພາກພື້ນອາຊີ-ປາຊີຟິກ ຜ່ານໂຄງການຕ່າງໆ ເຊັ່ນ: Huawei Academy ICT Certification ແລະ Seeds for the Future ຫົວເຫວີຍໄດ້ຊ່ວຍພັດທະນາບຸຄະລາກອນທີ່ມີຄວາມສາມາດດ້ານໄອຊີທີຢ່າງໜ້ອຍ 200.000 ຄົນ ໃນ 5 ປີຕໍ່ໜ້າ.

# ຂ່າວ & ພາບ : ສະບາໄພ

error: Content is protected !!