ຕີລາຄາວຽກງານການຊ່ວຍເຫຼືອທາງການ ເພື່ອການພັດທະນາທົ່ວປະເທດ

    ກອງປະຊຸມສະຫຼຸບວຽກງານການຊ່ວຍເຫຼືອທາງການ ເພື່ອການພັດທະນາທົ່ວປະເທດ ຄັ້ງທີ IV ຈັດຂຶ້ນໃນວັນທີ 25 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານລຸກຊໍາບວກ ໂດຍຜ່ານໂຄງການສ້າງຄວາມເຂັ້ມແຂງວຽກງານການຄຸ້ມຄອງການຊ່ວຍເຫຼືອເພື່ອການພັດທະນາ ຢູ່ ສປປ ລາວ ໃຫ້ມີປະສິດທິຜົນ (ໂຄງການ ລາວ 033) ພາຍໃຕ້ການເປັນປະທານຂອງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີຜູ້ຕາງໜ້າຈາກບັນດາກະຊວງ ຂະແຫນງການ ແລະ ພະແນກການທົ່ວປະເທດເຂົ້າຮ່ວມ.

    ກອງປະຊຸມຄັ້ງນີ້ ແມ່ນເພື່ອສະຫຼຸບຕີລາຄາຄືນ ການຈັດຕັ້ງປະຕິບັດ ການນໍາໃຊ້ທຶນການຊ່ວຍເຫຼືອທາງການເພື່ອພັດທະນາ ປະຈໍາປີ 2020 ທີ່ມີທັງການຊ່ວຍເຫຼືອລ້າ ແລະ ການກູ້ຢືມດອກເບ້ຍຜ່ອນຜັນ ເພື່ອຕີລາຄາ ຄືນຂໍ້ສະດວກ ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດທຶນ ການຊ່ວຍເຫຼືອທາງການເພື່ອການພັດທະນາ ພ້ອມນີ້ ກໍໄດ້ກໍານົດທິດທາງແຜນການ ແລະ ມາດຕະການໃນການຈັດຕັ້ງປະຕິບັດຮ່ວມກັນໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ ກ້າວໄປເຖິງການພັດທະນາແບບຍືນຍົງຕາມທິດສີຂຽວ.

​                           # ຂ່າວ & ພາບ: ວຽງມາ

error: Content is protected !!