ໂຮງຮຽນວັດທະນາ ມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນປະຖົມເພຍລາດ

    ໃນອາທິດຜ່ານມາ ທ່ານນາງ ອຸດາລອນ ຂັດຕິຍະວົງ ຜູ້ອໍານວຍການໂຮງຮຽນລ້ຽງເດັກ ອະນຸບານ ປະຖົມ ມັດທະຍົມສຶກສາຕອນຕົ້ນວັດທະນາ ພ້ອມດ້ວຍຄູ-ອາຈານ ໄດ້ນໍາພານ້ອງນັກຮຽນໂຮງຮຽນວັດທະນາ ເອົາເຄື່ອງຊ່ວຍເຫຼືອເຊັ່ນ: ອຸປະກອນການຮຽນ ແລະ ອຸປະກອນບູລະນະອາຄານສະຖານທີ່ຮຽນ ໄປມອບໃຫ້ໂຮງຮຽນປະຖົມສົມບູນເພຍລາດ ເມືອງສັງທອງ ນະຄອນຫຼວງວຽງຈັນ ໃນໂຄງການແບ່ງປັນນໍ້າໃຈໃຫ້ເພື່ອນນັກຮຽນດ້ວຍກັນ” ກ່າວຮັບໂດຍທ່ານ ບຸດດາ ສຸມິນທາ ຮອງຫົວໜ້າຫ້ອງການສຶກສາ ແລະ ກີລາ ເມືອງສັງທອງ ມີທ່ານ ບຸນຍອນ ສອນສີ ຜູ້ອໍານວຍການໂຮງຮຽນປະຖົມສົມບູນເພຍລາດ ແລະ ທ່ານ ສຸລິກັນ ເຂັມທອງໄຊຍະສິດ ຫົວໜ້າສຶກສາກຸ່ມ 3 ເມືອງສັງທອງ ແລະ ພາກສ່ວນກ່ຽວຂ້ອງເຂົ້ຮ່ວມ.

     ສຳລັບເຄື່ອງຊ່ວຍເຫຼືອທີ່ນໍາມາມອບຄັ້ງນີ້ ປະກອບມີ: ຊຸດອຸປະກອນການຮຽນເພື່ອມອບໃຫ້ໂຮງຮຽນໄວ້ຊົມໃຊ້ ແລະ  ອຸປະກອນການຮຽນໃຫ້ນັກຮຽນແຕ່ລະນ້ອງ ຈຳນວນ 220 ຊຸດ ອຸປະກອນບູລະນະອາຄານຮຽນ ອຸປະກອນບູລະນະຫ້ອງນໍ້າ ແລະ ເຄື່ອງໄຟຟ້າຈຳນວນໜຶ່ງ ພ້ອມນັ້ນ ນ້ອງນັກຮຽນໂຮງຮຽນວັດທະນາ ຍັງໄດ້ຈັດອາຫານກາງເວັນທີີ່ທາງໂຮງຮຽນໄດ້ກະກຽມມາ ໃຫ້ແກ່ນ້ອງນັກຮຽນໂຮງຮຽນປະຖົມສົມບູນເພຍລາດແຕ່ລະນ້ອງ ຈໍານວນ 220 ຊຸດ ໃນນັ້ນ ມີເຂົ້າຈີ່ ນົມ ເຂົ້າໜົມ ແລະ ນ້ຳ ເຊິ່ງລວມມີມູນຄ່າການຊ່ວຍເຫຼືອທັງໝົດ 15,5 ລ້ານກີບ ໂດຍສິ່ງຂອງທີ່ນໍາໄປຊ່ວຍເຫຼືອ ສ່ວນໜຶ່ງແມ່ນໂຮງຮຽນໄດ້ລະດົມທຶນຈາກຜູ້ປົກຄອງນ້ອງນັກຮຽນ ຄູ-ອາຈານຂອງໂຮງຮຽນວັດທະນາ ແລະ ຜູ້ທີ່ມີຈິດໃຈເມດຕາ ເຂົ້າມາສົມທົບທຶນເພື່ອປະກອບສ່ວນຊ່ວຍເຫຼືອນໍາກັນ. 

   ນອກນັ້ນ ຄູ-ອາຈານ ຍັງໄດ້ນໍາພານ້ອງນັກຮຽນໂຮງຮຽນວັດທະນາ ໂດຍສະເພາະຜູ້ທີ່ສາມາດເຮັດກິດຈະກໍາຕົວຈິງ ໄດ້ພ້ອມກັນທາສີພາຍນອກອາຄານຮຽນ ໃຫ້ໂຮງຮຽນປະຖົມສົມບູນເພຍລາດ ນໍາພານັກຮຽນອະນາໄມ ເຮັດຄວາມສະອາດບໍລິເວນເດີ່ນໂຮງຮຽນດັ່ງກ່າວ ແລະ ອື່ນໆ.

     ສໍາລັບໂຄງການ “ແບ່ງປັນນໍ້າໃຈໃຫ້ເພື່ອນນັກຮຽນດ້ວຍກັນ  ທາງໂຮງຮຽນວັດທະນາໄດ້ຈັດຂຶ້ນເປັນຄັ້ງທີ 5 ຈຸດປະສົງເພື່ອໃຫ້ນ້ອງນັກຮຽນໂຮງຮຽນວັດທະນາໄດ້ຮູ້ຈັກການເປັນຜູ້ໃຫ້ ຮູ້ຈັກຊ່ວຍເຫຼືອສັງຄົມ ຊ່ວຍເຫຼືອໂຮງຮຽນ ຮູ້ຈັກຊ່ວຍເຫຼືອເພື່ອນນັກຮຽນດ້ວຍກັນ ເພື່ອເວລາເຂົາເຈົ້າເຕີບໃຫຍ່ຂຶ້ນມາ ພວກເຂົາຈຶ່ງຈະໄດ້ເປັນຄົນທີ່ມີຄວາມຮູ້ ຄວາມສາມາດ ມີຄຸນສົມບັດດີ ມີລະບຽບວິໄນ ເປັນຄົນດີຂອງສັງຄົມ ແລະ ໃນຕໍ່ໜ້າ ທາງໂຮງຮຽນວັດທະນາຈະສຶບຕໍ່ໂຄງການນີ້ໄປເລື້ອຍໆ ໃນໂຮງຮຽນຕ່າງໆຂອງ ນວ ຕື່ມອີກ.

​                           # ຂ່າວ & ພາບ: ລັດເວລາ

error: Content is protected !!