ລັດຖະມົນຕີຈາກຫຼາຍປະເທດ ໄດ້ເຕົ້າໂຮມກັນຢູ່ເວທີການເຊື່ອມຕໍ່ ເພື່ອແບ່ງປັນຄວາມຈະເລີນຮຸ່ງເຮືອງ ເຊິ່ງເປັນເຈົ້າພາບໂດຍຫົວເຫວີຍ GSMA ສູນການສຶກສາເສດຖະກິດສິ່ງແວດລ້ອມ ມະຫາວິທະຍາໄລຟູຕານ ແລະ ເອກະສານທີ່ໄດ້ຮັບການສະໜັບສະໜູນຈາກອົງການ UNESCO ເຊິ່ງເປັນສ່ວນໜຶ່ງຂອງ MWC Shanghai 2021 ໃນວັນທີ 22 ກຸມພາ 2021 ຢູ່ນະຄອນຊຽງໄຮ້ ສປ ຈີນ ພ້ອມນີ້ ຍັງມີຫຼາຍກວ່າ 1.000 ຄົນ ຈາກ 50 ກວ່າປະເທດ ໄດ້ເຂົ້າຮ່ວມສົນທະນາທາງອອນລາຍ ແລະ ຖ່າຍທອດສົດຜ່ານ 8 ພາສາ ເຫັນດີວ່າ ເຕັກໂນໂລຊີດີຈີຕອນໄດ້ກາຍເປັນພື້ນຖານຂອງການພັດທະນາແບບຍືນຍົງ ແລະ ຈະເປັນປະໂຫຍດແກ່ປະຊາຊົນຫຼາຍດ້ານ.

ລັດຖະມົນຕີກະຊວງອຸດສາຫະກຳ-ການຄ້າ ແລະ ທ່ອງທ່ຽວແອັດສະປາຍ ລັດຖະມົນຕີກະຊວງພື້ນຖານໂຄງລ່າງ ແລະ ທີ່ຢູ່ອາໄສປອກຕຸຍການ ຄະນະກຳມະການເສດຖະກິດ ແລະ ສັງຄົມແຫ່ງຊາດ Vunnaporn Devahastin ໄດ້ເຫັນດີວ່າ ການຟື້ນຕົວຂອງເສດຖະກິດໂລກ ກຳລັງເພີ່ມຂຶ້ນຢ່າງໄວວາ ດ້ວຍການບັງຄັບໃຊ້ມາດຕະການຄວບຄຸມໂຣກລະບາດຫຼາຍຂຶ້ນ ແລະ ເຫັນດີວ່າ ການຫຼຸດຜ່ອນການປ່ອຍອາຍພິດ ວຽກເຮັດງານທຳ ແລະ ການລິເລີ່ມຫຼາຍຂຶ້ນ ໃນການອຳນວຍຄວາມສະດວກແກ່ຄວາມຈະເລີນຮຸ່ງ ເຮືອງ ແມ່ນຈຳເປັນ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງຂອງອົງການສະຫະປະຊາຊາດ (UN) ສຳລັບປີ 2030 ແລະ ເປົ້າໝາຍໄລຍະຍາວຂອງສັນຍາປາຣີ ໂດຍເຕັກໂນໂລຊີດີຈີຕອນ ແລະ ການຮ່ວມມືທົ່ວໂລກ ມີຄວາມຈຳເປັນໃນຂະບວນການນີ້.

ທ່ານນາງ Catherine Chen ຮອງປະທານຜູ້ອາວຸໂສ ແລະ ກໍາມະການບໍລິຫານຝ່າຍອົງກອນ ບໍລິສັດຫົວເຫວີຍ ກ່າວວ່າ: ເປົ້າໝາຍສຸດທ້າຍຂອງເຕັກໂນໂລຊີ ແມ່ນເພື່ອປະໂຫຍດແກ່ມະນຸດທຸກຄົນ ແລະ ເຕັກໂນໂລຊີດີຈີຕອນ ສາມາດສ້າງຄວາມສະດວກໃຫ້ເປົ້າໝາຍການພັດທະນາແບບຍືນຍົງຂອງ UN ພ້ອມນີ້ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາວິສາຫະກິດ ມີຄວາມກະຕືລືລົ້ນໃນການນຳໃຊ້ເຕັກໂນໂລຊີເພື່ອສ້າງຄຸນຄ່າແກ່ທົ່ວໂລກ ບໍລິສັດຫົວເຫວີຍ ເປັນຜູ້ສະໜັບສະໜູນຄວາມກ້າວໜ້າດ້ານເຕັກໂນໂລຊີມາດົນນານ ໃນປີ 2020 ຫົວເຫວີຍໄດ້ນຳໃຊ້ຂີ້ເຫຍື້ອເອເລັກໂຕຣນິກຫຼາຍກວ່າ 4.500 ໂຕນ ຜ່ານຫຼາຍຂະບວນການ ລວມທັງການຫຼຸດຜ່ອນ ປລາສຕິກໃນການຫຸ້ມຫໍ່ໂທລະສັບ 1,8 ລ້ານຖົງ ໃນໂທລະສັບ 10 ລ້ານໜ່ວຍ ແລະ ຫຼຸດຜ່ອນການປ່ອຍກາກບອນ 148 ລ້ານໂຕນ ຜ່ານວິທີແກ້ໄຂ FusionSolar ຢູ່ຫຼາຍກວ່າ 60 ປະເທດ ແລະ ຂົງເຂດ (ທຽບເທົ່າກັບການປູກຕົ້ນໄມ້ຫຼາຍກວ່າ 200 ລ້ານຕົ້ນ ບໍລິສັດຫົວເຫວີຍໄດ້ຊ່ວຍສ້າງໂຮງງານຜະລິດໄຟຟ້າ PV ທີ່ໃຫຍ່ທີ່ສຸດໃນໂລກ ແລະ ໂຮງງານຜະລິດໄຟຟ້າ PV ການປະມົງໃນໜິງຊຽງ ແລະ ຊານຕົ່ງ ເຊິ່ງທັງສອງບໍລິສັດ ໄດ້ປະກອບສ່ວນຢ່າງຫຼວງຫຼາຍໃນຄວາມພະຍາຍາມໃນການປົກປັກຮັກສາສິ່ງແວດລ້ອມໃນທ້ອງຖິ່ນ.

# ຂ່າວ & ພາບ: ສະບາໄພ