ມາເລເຊຍ ເຂົ້າຮ່ວມງານເທດສະການ ອາຫານລາວປະຈຳປີ 2021

ອີງຕາມຂໍ້ມູນຈາກອົງການທ່ອງທ່ຽວມາເລເຊຍ ປະຈໍາລາວ ໃຫ້ຮູ້ວ່າ: ທາງສະຫະພັນແມ່ຍິງຂອງ ມາເລເຊຍຮ່ວມກັບອົງການທ່ອງທ່ຽວມາເລເຊຍໄດ້ເຂົ້າຮ່ວມງານເທດສະການອາຫານລາວປະ ຈຳປີ 2021 ທີ່ຈດຂຶ້ນລະຫວ່າງ ໃນວັນທີ 23-27 ກຸມພາ 2021 ມາເລ ເຊຍເຂົ້າຮ່ວມງານໃນຄັ້ງນີ້ ແມ່ນ ເພື່ອສານສຳພັນລະຫວ່າງລາວ ແລະ ມາເລເຊຍ ໃຫ້ແໜ້ນແຟ້ນ ຂຶ້ນ ແລະ ກໍຢາກໃຫ້ຄົນ ລາວໄດ້ຊິມອາຫານມາເລເຊຍໄປໃນໂຕ ເນື່ອງຈາກຫຼາຍຄົນຍັງບໍ່ຮູ້ຈັກອາ ຫານມາເລເຊຍ ພ້ອມ ນັ້ນຍັງເປັນການໃຫ້ຂໍ້ມູນການທ່ອງທ່ຽວເພື່ອສຶກສາໄວ້ກ່ອນຈະເປີດປະ ເທດ.

ອາຫານທີ່ນຳສະເໝີໃນມື້ນັ້ນມີ nasi remak Pulitzer rendang burger Malaysia karipap teh tarik banana cake ແລະ chocolate cake ອາຫານແມ່ນໄດ້ຮັບການຕອບຮັບຫຼາຍບໍ່ວ່າ ຈະເປັນຈາກຄົນລາວແລະຊາວຕ່າງຊາດ ເຖິງວ່າຈະໄປທ່ຽວມາເລເຊຍບໍ່ໄດ້ໃນຕອນນີ້ແຕ່ນີ້ກໍ່ເປັນ ອີກທາງໜຶ່ງທີ່ຈະເຮັດໃຫ້ມາເລເຊຍຍັງຄົງຢູ່ໃນໃຈຄົນລາວແລະຊາວຕ່າງຊາດສະເໝີ.

ນອກນັ້ນຍັງຈະມີການສາທິດການເຮັດອາຫານຜ່ານການຖ່າຍທອດສົດທາງເຟສບຸກເພຈ ຂອງ ອົງການທ່ອງ ທ່ຽວມາເລເຊຍ ແລະສະຖານທູດ ແລະ ກໍຈະມີການຖ່າຍທອດອອກລາຍການ ອາຫານທາງໂທລະພາບແຫ່ງຊາດລາວນຳອີກ ສ່ວນວັນ ແລະ ເວລາຈະແຈ້ງຕື່ມອີກ.

error: Content is protected !!