ສີໂຄດຕະບອງ ແຂ່ງຂັນເດີນແບບແຜນເຍົາວະຊົນທັນວາ ໄປຕາມສຽງເພງປະຕິວັດ

    ຄະນະບໍລິຫານງານຊາວໜຸ່ມເມືອງສີໂຄດຕະບອງ ຈັດການແຂ່ງຂັນເດີນແບບແຜນເຍົາວະຊົນທັນວາ ໄປຕາມສຽງເພງປະຕິວັດ ທົ່ວເມືອງສີໂຄດຕະບອງ ຈັດຂຶ້ນວັນທີ 24 ກຸມພາ 2021 ທີ່ສະໂມສອນເມືອງດັ່ງກ່າວ ເພື່ອເຮັດໃຫ້ຄູ-ອາຈານ ຜູ້ຮັບຜິດຊອບວຽກງານເຍົາວະຊົນ ໄດ້ສະແດງເຖິງຄວາມສາມາດຂອງຕົນ ໃນການສິດສອນ ແລະ ເຝິກແອບໃຫ້ຫຼານນ້ອຍເຍົາວະຊົນມີລະບຽບວິໄນ ເປັນການເຕົ້າໂຮມຄວາມສາມັກຄີເອົາຫຼານນ້ອຍເຍົາວະຊົນນັບແຕ່ອາຍຸ 9-14 ປີ ເຝິກຝົນຫຼໍ່ຫຼອມໃຫ້ກາຍເປັນກໍາລັງແຮງທີ່ເຂັ້ມແຂງຂອງປະເທດຊາດ ກາຍເປັນກໍາລັງຜູ້ສືບທອດເສີມຂະຫຍາຍມູນເຊື້ອອັນດີງາມຂອງບັນພະບູລຸດ ເພື່ອປະກອບສ່ວນສະຕິປັນຍາ ເຫື່ອແຮງຂອງຕົນເຂົ້າໃນພາລະກິດປົກປັກຮັກສາ ສ້າງສາພັດທະນາໃຫ້ກາຍເປັນລູກຮັກຫຼານແພງຂອງພໍ່ແມ່ ເປັນນັກຮຽນທີ່ດີຂອງຄູ-ອາຈານ ເປັນຊາວໜຸ່ມທີ່ດີໃນອານາຄົດ ກາຍເປັນຜູ້ສືບທອດທີ່ດີຂອງພັກ-ລັດ ເປັນພົນລະເມືອງດີຂອງປະເທດຊາດ ນໍາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມຕາມອຸດົມການຂອງພັກທີ່ກໍານົດໃຫ້ ນອກນີ້ຍັງເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນທາງດ້ານກິດຈະກໍາຕ່າງໆ ແບບແຜນຂອງກອງເຍົາວະຊົນທັນວາຄື: ຊ້າຍຫັນ ຂວາຫັນ ກ້າວຂວາ ກ້າວຊ້າຍ ຂຶ້ນໜ້າ ການຖອຍຫຼັງ ແລະ ການສວນສະໜາມ ເຊິ່ງເປັນການພັດທະນາເຍົາວະຊົນ-ອະນຸຊົນທັນວາຕັ້ງແຕ່ເຍົາໄວ ສົ່ງເສີມໃຫ້ມີຄວາມຮູ້ ຄວາມສາມາດ ກ້າຄິດ ກ້າເຮັດ ແລະ ກ້າສະແດງອອກຢ່າງມີຫົວຄິດປະດິດສ້າງ ສໍາລັບໂຮງຮຽນທີ່ເຂົ້າຮ່ວມກິດຈະກໍາແຂ່ງຂັນຄັ້ງນີ້ ມີທັງໝົດ 8 ໂຮງຮຽນ ທັງພາກລັດ ແລະ ເອກະຊົນໃນທົ່ວເມືອງສີໂຄດຕະບອງ.

    ການແຂ່ງຂັນດັ່ງກ່າວ ເປັນປະທານຂອງທ່ານນາງ ສີສຸດາ ເພັງພົງສະຫວັດ ເລຂາຄະນະບໍລິຫານງານຊາວໜຸ່ມເມືອງສີໂຄດຕະບອງ ມີທ່ານ ບຸນເຖິງ ວັນນາມະຫາໄຊ ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນເມືອງສີໂຄດຕະບອງ ທ່ານ ນາງ ລັດດາພອນ ປ່ອນສາຍຄໍາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກໍາມະການ ພະນັກງານຄູ-ອາຈານ ຜູ້ປົກຄອງ ແລະ ນ້ອງເຍົາວະຊົນເຂົ້າຮ່ວມ.

​                              # ຂ່າວ & ພາບ: ຂັນທະວີ

error: Content is protected !!