ງານເປີດໂຕ ບົດລາຍງານຜົນກະທົບ ແລະ ຄວາມສ່ຽງຂອງການລະບາດພະຍາດໂຄວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະ ເດັກ-ໄວໜຸ່ມ ແລະ ແມ່ຍິງ ຢູ່ ສປປ ລາວ ຈັດຂຶ້ນວັນທີ 24 ກຸມພາ 2021 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ຮ່ວມປະທານຂອງທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ Sara Sekkenes ຜູ້ຕາງໜ້າປະສານງານອົງການສະຫະປະຊາຊາດ ປະຈໍາ ສປປ ລາວ ມີຕາງໜ້າຈາກບັນດາຂະແໜງການ ສະຖານທູດ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ.

ງານເປີດໂຕດັ່ງກ່າວນີ້ ເພື່ອເຜີຍແຜ່ຜົນສໍາເລັດຂອງການສຶກສາຄົ້ນຄວ້າໃນສອງຫົວຂໍ້ຄື:
- ຜົນກະທົບ ແລະ ຄວາມສ່ຽງຂອງການລະບາດພະຍາດໂດວິດ-19 ຕໍ່ການພັດທະນາເສດຖະກິດ-ສັງຄົມ
- ການປະເມີນຄວາມບອບບາງຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ຕໍ່ເດັກ ໄວໜຸ່ມ ແລະ ແມ່ຍິງ ຢູ່ສປ ປ ລາວ ທີ່ໄດ້ດໍາເນີນການສຶກສາຮ່ວມກັນໂດຍສູນຄົ້ນຄວ້ານະໂຍບາຍການພັດທະນາກະຊວງແຜນການ ແລະ ການລົງທຶນ ສະຫະພາບເອີຣົບ ອົງການ UNDP UNICEF ແລະ UNFPA.

ຜົນຂອງການສຶກສາຄົ້ນຄວ້າດັ່ງກ່າວ ໄດ້ສະແດງເຖິງຄວາມຕັ້ງໃຈໃນການປະຕິບັດໜ້າທີ່ວຽກງານໃນການສະເໜີທາງເລືອກຈໍານວນໜຶ່ງ ເພື່ອປະກອບສ່ວນເຂົ້າໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຄັ້ງທີ IX (2021-2025) ເວົ້າລວມ ເວົ້າສະເພາະ ກໍແມ່ນການແກ້ໄຂຄວາມຫຍຸ້ງຍາກ ແລະ ປົກປ້ອງປະຊາຊົນທີ່ຢູ່ໃນຄວາມສ່ຽງ ແລະ ຄວາມບອບບາງ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ສາມາດຟື້ນຕົວໄດ້ໄວ.


# ຂ່າວ & ພາບ: ຊິລິການດາ