ໃນວັນທີ 28 ສິງຫາ 2026, ອົງການກາແດງແຫ່ງຊາດລາວ ໂດຍຜ່ານ ສະຖາບັນເລືອດແຫ່ງຊາດ ໄດ້ຈັດກອງປະຊຸມຄະນະກຳມະການຄຸ້ມຄອງການຈັດຕັ້ງປະຕິບັດ “ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ” ໂດຍໄດ້ຮັບການສະໜັບສະໜູນຈາກ ອົງການກາແດງສະວິດສ໌ ດ້ວຍມູນຄ່າງົບປະມານ 716,641 CHF ສຳລັບໄລຍະ 4 ປີ (2025-2028) ເພື່ອສະຫຼຸບຕີລາຄາຄວາມຄືບໜ້າຂອງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ໃນ 6 ເດືອນຕົ້ນປີ 2026 ພ້ອມທັງ ກຳນົດທິດທາງແຜນການຈຸດສຸມ ສຳລັບ 6 ເດືອນທ້າຍປີ.

ກອງປະຊຸມດັ່ງກ່າວໃຫ້ກຽດເປັນປະທານໂດຍ ທ່ານ ຄຳລາວັນ ຈັນທະລາວັນ, ກຳມະການສູນກາງພັກ, ປະທານອົງການກາແດງແຫ່ງຊາດລາວ ແລະ ມີ ທ່ານ ດຣ. ຈັນທະລາ ສຸກສາຄອນ, ຮອງປະທານອົງການກາແດງແຫ່ງຊາດລາວ ຜູ້ຊີ້ນຳວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ, ທ່ານ ນາງ ບີນີຕາ ໂປ່ເດ໋ວ, ຜູ້ຕາງໜ້າອົງການກາແດງສະວິດສ໌ ປະຈຳ ສປປ ລາວ, ຮອງຫົວໜ້າສະຖາບັນເລືອດແຫ່ງຊາດ, ຜູ້ຕາງໜ້າຈາກກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ, ລວມທັງບັນດາແຂກຈາກບັນດາກົມທີ່ກ່ຽວຂ້ອງ ກະຊວງສາທາລະນະສຸກ, ພະນັກງານຫຼັກແຫຼ່ງອົງການກາແດງແຫ່ງຊາດລາວ, ສະຖາບັນເລືອດແຫ່ງຊາດ ແລະ ອົງການກາແດງສະວິດສ໌ ຕະຫຼອດຮອດສື່ມວນຊົນ ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 38 ທ່ານ (ຍິງ 21 ທ່ານ).


ຄະນະກຳມະການຄຸ້ມຄອງການຈັດຕັ້ງປະຕິບັດໂຄງການໄດ້ສະຫຼຸບຕີລາຄາຄວາມຄືບໜ້າຕາມແຜນດຳເນີນງານປະຈຳປີ 2026 ໂດຍສຸມໃສ່ການພັດທະນາລະບົບການສະໜອງເລືອດແຫ່ງຊາດ ໃຫ້ມີຄວາມປອດໄພ, ເຂົ້າເຖິງງ່າຍ, ພຽງພໍ ແລະ ຍືນຍົງສຳລັບຄົນເຈັບທົ່ວ ສປປ ລາວ. ກອງປະຊຸມຍັງໄດ້ຍົກໃຫ້ເຫັນເຖິງຄວາມຄືບໜ້າໃນດ້ານຄວາມພ້ອມຂອງເລືອດ, ການບໍລິຈາກເລືອດດ້ວຍຄວາມສະໝັກໃຈໂດຍບໍ່ຮຽກຮ້ອງສິ່ງຕອບແທນ, ຄວາມປອດໄພ ແລະ ຄຸນນະພາບຂອງເລືອດ, ການກຽມພ້ອມຮັບມືສຸກເສີນ ແລະ ຄວາມສາມາດຂອງສະຖາບັນເລືອດແຫ່ງຊາດ, ພ້ອມທັງກຳນົດບູລິມະສິດສຳລັບການເສີມສ້າງລະບົບຕື່ມອີກໃນຊ່ວງ 6 ເດືອນທ້າຍປີ.



ໃນໄລຍະ ເດືອນມັງກອນ ຫາ ເດືອນມິຖຸນາ 2026, ລະບົບສະໜອງເລືອດແຫ່ງຊາດ ໄດ້ເກັບເລືອດໄດ້ 35,741 ຖົງ ໂດຍ ສະຖາບັນເລືອດແຫ່ງຊາດ ແລະ ສູນບໍລິຈາກເລືອດ 17 ແຂວງ ກວມເອົາ 42% ຂອງເປົ້າໝາຍປະຈຳປີ 85,000 ຖົງ. ໃນນັ້ນ 47% ແມ່ນບໍລິຈາກເລືອດແບບສະໝັກໃຈ ແລະ ອີກ 53% ແມ່ນບໍລິຈາກເລືອດຈາກສະມາຊິກຄອບຄົວຂອງຄົນເຈັບ ເຊິ່ງຈຳນວນເລືອດທັງໝົດທີ່ໄດ້ມາເຫັນວ່າ: ການບໍລິຈາກເລືອດດ້ວຍຄວາມສະໝັກໃຈຍັງຕ່ຳກວ່າເປົ້າໝາຍແຫ່ງຊາດ 70% ເຊິ່ງໄດ້ເນັ້ນໜັກເຖິງຄວາມຕ້ອງການສືບຕໍ່ສູ້ຊົນ ແລະ ເພີ່ມທະວີການບໍລິຈາກເລືອດດ້ວຍຄວາມສະໝັກໃຈເພີ່ມຂຶ້ນໃນທົ່ວປະເທດ. ສູນກາງຮັບບໍລິຈາກເລືອດ ໄດ້ລື່ນຄາດໝາຍ 108% ຂອງແຜນການ; ທ້ອງຖິ່ນຫຼຸດແຜນການ ໄດ້ 72%.


ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບຜົນສຳເລັດທີ່ເປັນຜົນເດັ່ນຫຼາຍໆດ້ານຕາມແຜນໃນປີ 2026 ເຊິ່ງຜົນສຳເລັດທີ່ສຳຄັນແມ່ນ:


- ສະຖາບັນເລືອດແຫ່ງຊາດ ໄດ້ຕອບສະໜອງເລືອດ/ສ່ວນປະກອບຂອງເລືອດໄດ້ 85% ທຽບໃສ່ຄວາມຕ້ອງການໃສ່ເລືອດ.
- ໄດ້ຈັດກອງປະຊຸມວາງແຜນອອກຮັບບໍລິຈາກເລືອດ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຕ່າງໆໃນທົ່ວປະເທດ ໂດຍສະເພາະແມ່ນ ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມວາງແຜນຮ່ວມກັບພາກສ່ວນການຈັດຕັ້ງຕ່າງໆ ເຊັ່ນ: ປກສ, ປກຊ, ກະຊວງ, ອົງການ, ມະຫາວິທະຍາໄລ, ມັດທະຍົມສົມບູນ, ພາກສ່ວນທຸລະກິດໂຮງຈັກໂຮງງານ.
- ປັບປຸງພື້ນຖານໂຄງລ່າງໂດຍໄດ້ສ້ອມແປງສູນເລືອດແຂວງຈຳນວນ 1 ແຂວງ (ບໍ່ແກ້ວ) ເພື່ອໃຫ້ເຮັດວຽກວິຊາສະເພາະໄດ້ດີ, ສ້ອມແປງອຸປະກອນການແພດສຳລັບແຍກສ່ວນປະກອບຂອງເລືອດໃຫ້ແຂວງຈຳປາສັກ ແລະ ຫຼວງພະບາງ.
- ສຳເລັດການຈັດຊື້ລົດຕູ້ອອກຮັບບໍລິຈາກເລືອດ 2 ຄັນ: ໃຫ້ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງບໍ່ແກ້ວ (ຄາດວ່າເດືອນ 11/2026 ມອບ-ຮັບ).
- ປັບປຸງລະບົບຖານຂໍ້ມູນສຳລັບທົ່ວປະເທດ, ຕອບສະໜອງເຄື່ອງຍິງບາໂຄດສ່ວນປະກອບຂອງເລືອດ ໃຫ້ 3 ແຂວງ (ຫຼວງພະບາງ, ໄຊຍະບຸລີ ແລະ ແຂວງວຽງຈັນ) ພ້ອມທັງອົບຮົມແນະນຳທາງດ້ານວິຊາການເພື່ອກະກຽມສອບເສັງເອົາໃບຢັ້ງຢືນຄຸນນະພາບ AABB ຈາກສາກົນ, ຝຶກອົບຮົມໃຫ້ແກ່ພະນັກງານໃນລະດັບແຂວງ 150 ເທື່ອຄົນ.
- ເລືອດແຕ່ລະຖົງໃນທົ່ວປະເທດໄດ້ຮັບການກວດວິເຄາະຢ່າງເປັນລະບົບ ໂດຍພະນັກງານວິຊາການທີ່ໄດ້ຮັບການອົບຮົມ ແລະ ເປັນໄປຕາມມາດຕະຖານຂອງສະຖາບັນເລືອດແຫ່ງຊາດ.
- ການນຳໃຊ້ສ່ວນປະກອບຂອງເລືອດໄດ້ເພີ່ມຂຶ້ນໃນທົ່ວປະເທດ ກວມເອົາ 93% ຂອງການນຳໃຊ້ເລືອດທັງໝົດ (ໂດຍສະເພາະແມ່ນຢູ່ສູນກາງ 99%).
- ໄດ້ເຮັດການອົບຮົມທາງດ້ານວິຊາການທາງດ້ານຄຸນນະພາບ: ຄວາມປອດໄພຂອງເລືອດ ແລະ ການນຳໃຊ້ເລືອດ ໃນລະດັບສູນກາງແລະລະດັບແຂວງ ມີຜູ້ເຂົ້າຮ່ວມຫຼາຍກວ່າ 45 ເທື່ອຄົນ.
- ກວດສອບພົບຄວາມຜິດພາດໄດ້ທັງໝົດ 78 ຄັ້ງ ແລະ ໄດ້ຮັບການແກ້ໄຂ 100%, ໄດ້ມີການເຮັດການກວດສອບກັບທີ່ທາງດ້ານວິຊາການ ເພື່ອຊອກຮູ້ໄດ້ຄວາມສ່ຽ່ງ ແລະ ແກ້ໄຂບັນດາຄວາມຜິດພາດນັ້ນ ຢູ່ສູນກາງ 2 ຄັ້ງ ແລະ ແຕ່ລະແຂວງ 1 ຄັ້ງ.
- ກະກຽມການສອບເສັງເອົາໃບຢັ້ງຢືນຄຸນນະພາບຈາກສາກົນ AABB ຢູ່ ສະຖາບັນເລືອດແຫ່ງຊາດ ແລະ ຫຼວງພະບາງ.
- ທົ່ວປະເທດໄດ້ນຳໃຊ້ຊ່ອງທາງການສື່ສານທັງໝົດ 1,180 ຄັ້ງ (ວິທະຍຸກະຈາຍສຽງ 276 ຄັ້ງ, ໂທລະພາບ 248 ຄັ້ງ, ໂຄສະນາໜັງສືພິມ 72 ສະບັບ, ສົ່ງຂໍ້ຄວາມ ແລະ ສື່ສັງຄົມອອນລາຍ 584 ສະບັບ ເຊັ່ນ: ເຟສບຸກ). ກິດຈະກຳດັ່ງກ່າວໄດ້ເສີມສ້າງການແຈກຢາຍປ້າຍໂຄສະນາ ແລະ ສື່ສິ່ງພິມ, ເພີ່ມທະວີການປຸກລະດົມຜູ້ບໍລິຈາກເລືອດໃນທຸກຂັ້ນ (83% ຂອງການບໍລິຈາກເລືອດແບບສະໝັກໃຈ ແມ່ນການບໍລິຈາກເລືອດຊ້ຳຫຼາຍຄັ້ງ).
- ຈັດຂະບວນການໃນວັນສຳຄັນຂອງພັກ-ຂອງຊາດ ແລະ ສາກົນ ເຊັ່ນ: ວັນຜູ້ບໍລິຈາກເລືອດໂລກ, ຈັດໃຫຍ່ ຢູ່ນະຄອນຫຼວງວຽງຈັນ, ຈຳປາສັກ, ຫຼວງພະບາງ, ສະຫວັນນະເຂດ ແລະ ແຕ່ລະແຂວງກໍໄດ້ຈັດເຊັ່ນດຽວກັນ.
- ຈັດກອງປະຊຸມ, ເຮັດການອົບຮົມໃຫ້ຜູ້ປະສານງານ ຮ່ວມກັບບັນດາໂຮງຈັກໂຮງງານແລະຫົວໜ່ວຍທຸລະກິດ ໂດຍມີຜູ້ບໍລິຈາກເລືອດໃນກຸ່ມເປົ້າໝາຍນີ້ເພີ່ມຂຶ້ນ 35% ທຽບຈາກປີ 2025.
- ສ້າງຕັ້ງກຸ່ມຜູ້ບໍລິຈາກເລືອດແບບສຸກເສີນ ຈຳນວນ 9 ແຫ່ງ ມີສະມາຊິກ 780 ທ່ານທີ່ໄດ້ຮັບການຝຶກອົບຮົມ.
- ຕົວຊີ້ວັດວຽກງານປຸກລະດົມບໍລິຈາກເລືອດ ໄດ້ຖືກບັນຈຸຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມຂອງສະພາແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຕາມມະຕິຂອງສະພາແຫ່ງຊາດ ເລກທີ 19/ສພຊ, ລົງວັນທີ 27/3/2026 ໄດ້ລະບຸວ່າ ທົ່ວປະເທດຕ້ອງບັນລຸ 508,000 ຖົງ ໃນ 5 ປີ.
- ກະກຽມກອງປະຊຸມຄະນະກຳມະການສົ່ງເສີມການບໍລິຈາກເລືອດ-ສົ່ງເລືອດແຫ່ງຊາດ.
- ງົບປະມານຈາກລັດຖະບານກໍໄດ້ມີການເພີ່ມຂຶ້ນໃນວຽກງານນີ້: 6 ເດືອນຕົ້ນປີ ລັດຖະບານອະນຸມັດງົບປະມານ 40 ຕື້ກີບ ສຳລັບການຈັດຊື້ຖົງເລືອດແລະນ້ຳຢາກວດວິເຄາະ.
- ສຸມໃສ່ຊຸກຍູ້ໃຫ້ແຂວງເພີ່ມທະວີການປຸກລະດົມບໍລິຈາກເລືອດໃຫ້ຫຼາຍຂຶ້ນ ໂດຍສະເພາະແຂວງທີ່ມີທ່າແຮງໃຫ້ສາມາດກຸ້ມຕົນເອງ ຄື: ຫຼວງພະບາງ, ໄຊຍະບູລີ, ຄຳມ່ວນ, ວຽງຈັນ, ບໍລິຄຳໄຊ ແລະ ສາລະວັນ.
- ເປີເຊັນໃນການໃຊ້ຈ່າຍທີ່ຈຳເປັນທີ່ໄດ້ຮັບຈາກລັດຖະບານແລະການເກັບຄ່າຊົດເຊີຍ ເພີ່ມຂຶ້ນໂດຍກວມເອົາອັດຕາສ່ວນ 85% ຂອງການໃຊ້ຈ່າຍທັງໝົດ.
- ຈັດກອງປະຊຸມສົ່ງເສີມການນຳໃຊ້ເລືອດເພື່ອປະກອບສ່ວນໃນການຫຼຸດຜ່ອນການຕາຍຂອງແມ່ໃນລະດັບແຂວງແລະເມືອງ.
- ຈັດກອງປະຊຸມຮ່ວມກັບພາກສ່ວນສາທາລະນະສຸກໃນການປ້ອງກັນ ແລະ ຄວບຄຸມພະຍາດທາລາຊີເມຍ.

ທ່ານ ຄຳລາວັນ ຈັນທະລາວັນ, ປະທານອົງການກາແດງແຫ່ງຊາດລາວ, ໄດ້ກ່າວວ່າ: “ການຮັບປະກັນການມີເລືອດທີ່ປອດໄພ ແລະ ພຽງພໍແມ່ນບູລິມະສິດດ້ານມະນຸດສະທຳ ແລະ ສຸຂະພາບທີ່ສຳຄັນສຳລັບອົງການກາແດງແຫ່ງຊາດລາວ. ຄວາມຄືບໜ້າທີ່ໄດ້ຮັບການທົບທວນຄືນໃນຊ່ວງເຄິ່ງທຳອິດຂອງປີ 2026 ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຢ່າງຕໍ່ເນື່ອງຂອງທີມງານສົ່ງເລືອດ, ອາສາສະໝັກ, ຜູ້ບໍລິຈາກ ແລະ ຄູ່ຮ່ວມງານຂອງພວກເຮົາ. ພວກເຮົາຕ້ອງຮັກສາແຮງກະຕຸ້ນນີ້ ແລະ ເສີມສ້າງການບໍລິຈາກເລືອດໂດຍສະໝັກໃຈ ເພື່ອໃຫ້ເລືອດທີ່ປອດໄພມີໃຫ້ແກ່ຄົນເຈັບໃນເວລາ ແລະ ບ່ອນທີ່ຕ້ອງການ.”

ທ່ານ ດຣ. ຈັນທະລາ ສຸກສາຄອນ, ຮອງປະທານອົງການກາແດງແຫ່ງຊາດລາວ ທີ່ຮັບຜິດຊອບດ້ານຄວາມປອດໄພ ແລະ ຄວາມພ້ອມຂອງເລືອດ, ພ້ອມທັງການບໍລິການສົ່ງເລືອດແຫ່ງຊາດ, ໄດ້ກ່າວວ່າ: “ການທົບທວນຄືນເຄິ່ງທຳອິດ ເປັນໂອກາດທີ່ສຳຄັນໃນການປະເມີນທັງຄວາມຄືບໜ້າ ແລະ ຊ່ອງຫວ່າງທີ່ຍັງເຫຼືອຢູ່ໃນລະບົບສົ່ງເລືອດແຫ່ງຊາດຂອງພວກເຮົາ. ບູລິມະສິດຂອງພວກເຮົາບໍ່ພຽງແຕ່ເພື່ອເພີ່ມຄວາມພ້ອມຂອງເລືອດເທົ່ານັ້ນ, ແຕ່ຍັງເພື່ອຮັບປະກັນວ່າເລືອດມີຄວາມປອດໄພ, ມີການຄຸ້ມຄອງທີ່ເໝາະສົມ ແລະ ມີໃຫ້ຜ່ານການບໍລິການທີ່ຮັບປະກັນຄຸນນະພາບ. ໃນຊ່ວງເຄິ່ງທີ່ສອງຂອງປີ 2026, ພວກເຮົາຈະສືບຕໍ່ເສີມສ້າງການຮັບສະໝັກ ແລະ ການຮັກສາຜູ້ບໍລິຈາກໂດຍສະໝັກໃຈ, ການຄຸ້ມຄອງຄຸນນະພາບ, ຄວາມປອດໄພຂອງເລືອດ, ລະບົບຂໍ້ມູນ ແລະ ຄວາມຄືບໜ້າໄປສູ່ການຮັບຮອງ.”

ທ່ານ ນາງ ບີນີຕາ ໂປ່ເດ໋ວ, ຜູ້ຕາງໜ້າອົງການກາແດງສະວິດສ໌ ປະຈຳ ສປປ ລາວ, ກ່າວວ່າ: “ອົງການກາແດງສະວິດສ໌ ມຸ່ງໝັ້ນທີ່ຈະສືບຕໍ່ຮ່ວມມືກັບ ອົງການກາແດງແຫ່ງຊາດລາວ ແລະ ສະຖາບັນສົ່ງເລືອດແຫ່ງຊາດ ເພື່ອເສີມສ້າງການບໍລິການສົ່ງເລືອດແຫ່ງຊາດ. ການທົບທວນເຄິ່ງທຳອິດແມ່ນໂອກາດທີ່ສຳຄັນທີ່ຈະຮັບຮູ້ຄວາມຄືບໜ້າ, ກຳນົດຊ່ອງຫວ່າງທີ່ຍັງເຫຼືອ ແລະ ຕົກລົງເຫັນດີກ່ຽວກັບບູລິມະສິດທີ່ຈະປະກອບສ່ວນເຂົ້າໃນການປັບປຸງທີ່ຍືນຍົງ. ພວກເຮົາຍັງຄົງມຸ່ງໝັ້ນທີ່ຈະສະໜັບສະໜູນອົງການກາແດງແຫ່ງຊາດລາວ ເພື່ອເສີມສ້າງການບໍລິຈາກເລືອດໂດຍສະໝັກໃຈ, ຄວາມປອດໄພຂອງເລືອດ, ລະບົບຄຸນນະພາບ ແລະ ຄວາມສາມາດຂອງສະຖາບັນ ເພື່ອໃຫ້ເລືອດທີ່ປອດໄພມີໃຫ້ຜູ້ທີ່ຕ້ອງການ.”


ສິ່ງທ້າທາຍທີ່ສະຖາບັນເລືອດແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ້ອງໄດ້ຮ່ວມກັນເອົາໃຈໃສ່ແກ້ໄຂ:
- 3 ເຫດຜົນຫຼັກທີ່ບໍ່ຢາກບໍລິຈາກເລືອດ: (1) ຢ້ານ ແລະ ບໍ່ທັນເຂົ້າໃຈກ່ຽວກັບການບໍລິຈາກເລືອດທີ່ເລິກເຊິ່ງ, (2) ຄິດວ່າເປັນເລື່ອງທີ່ໄກໂຕ ບໍ່ໄດ້ກ່ຽວຂ້ອງ ແລະ ບໍ່ຈຳເປັນ, (3) ຕ້ອງໄດ້ຮັບອະນຸຍາດຈາກຜູ້ປົກຄອງ ຫຼື ຕ້ອງໄດ້ຮັບການຊຸກຍູ້ຂອງຄະນະນຳ/ກົມກອງ.
- ສິ່ງທ້າທາຍອື່ນໆ: ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ໄພທຳມະຊາດທີ່ເກີດຂຶ້ນເລື້ອຍໆ, ການຫຼຸດລົງຂອງຜູ້ບໍລິຈາກເລືອດທີ່ເປັນນັກຮຽນ-ນັກສຶກສາ (ໂດຍສະເພາະນັກຮຽນມັດທະຍົມທີ່ມີອາຍຸ 17 ປີຂຶ້ນໄປ), ແລະ ການມີສ່ວນຮ່ວມທີ່ຈຳກັດຈາກບາງຂະແໜງການ.
ທິດທາງແຜນການຈຸດສຸມ 6 ເດືອນທ້າຍປີ 2026:
- ເພີ່ມທະວີບົດບາດການນຳພາຂອງຄະນະນຳແຕ່ລະກົມກອງ ແຕ່ສູນກາງຮອດທ້ອງຖິ່ນ ໃນການປຸກລະດົມບໍລິຈາກເລືອດ.
- ນຳໃຊ້ສື່ໂຄສະນາໃຫ້ກວ້າງຂວາງ ແລະ ເຂົ້າເຖິງທາງເລິກ ເພື່ອໃຫ້ສັງຄົມເຂົ້າໃຈ ແລະ ຫັນປ່ຽນທັດສະນະຄະຕິມາເຂົ້າຮ່ວມບໍລິຈາກເລືອດຊ່ວຍຊີວິດ.
- ເພີ່ມທະວີການພົວພັນຄູ່ຮ່ວມມືຫຼາຍຂະແໜງການ, ເປີດກວ້າງເຄືອຂ່າຍຜູ້ບໍລິຈາກເລືອດສຸກເສີນ, ແລະ ຊຸກຍູ້ບັນດາສະໂມສອນຊາວໜຸ່ມຜູ້ບໍລິຈາກເລືອດ.
- ສືບຕໍ່ປັບປຸງການຄຸ້ມຄອງຂໍ້ມູນ, ການຮັບປະກັນຄຸນນະພາບ, ການພັດທະນາວິຊາຊີບ, ແລະ ການຕິດຕາມ-ຕອບສະໜອງຕໍ່ຄວາມຕ້ອງການທີ່ເກີດຂຶ້ນ.





ຫຼັງຈາກໄດ້ຮັບການຟັງການລາຍງານຜົນສຳເລັດ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ກໍຄືສິ່ງທ້າທາຍທີ່ເປັນອຸປະສັກຕໍ່ວຽກງານປຸກລະດົມຂົນຂວາຍບໍລິຈາກເລືອດ ແລະ ສະໜອງເລືອດປອດໄພ ຈາກຫົວໜ້າສະຖາບັນເລືອດເລືອດແຫ່ງຊາດແລ້ວ, ບັນດາຜູ້ເຂົ້າຮ່ວມກໍໄດ້ມີໂອກາດປະກອບຄຳຄິດຄຳເຫັນຢ່າງກົງໄປກົງມາ. ໃນຕອນສຸດທ້າຍ, ປະທານອົງການກາແດງແຫ່ງຊາດລາວ ກໍໄດ້ໃຫ້ທິດຊີ້ນຳຕໍ່ສະຖາບັນເລືອດແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງຕ່າງໆໃຫ້ນຳເອົາເນື້ອໃນຈິດໃຈກອງປະຊຸມໃນຄັ້ງນີ້ໄປປັບປຸງ ແລະ ຜັນຂະຫຍາຍໃຫ້ເກີດດອກອອກຜົນຂຶ້ນຕື່ມ ໂດຍແນ່ໃສ່ຄາດໝາຍສູ້ຊົນໃຫ້ບັນລຸຕົວເລກຄາດໝາຍທ້າຍປີ 2026 ແລະ ປີຕໍ່ໆໄປ.