ມອບຄອມພິວເຕີໃຫ້ ປກສ ເມືອງສີໂຄດຕະບອງ

    ບໍລິສັດປາກຊ່ອງພັດທະນາ ຂາອອກ-ຂາເຂົ້າ ຈຳກັດ ແລະ ບໍລິສັດສາລະວັນພັດທະນາ ຂາອອກ-ຂາເຂົ້າຈຳກັດ ໄດ້ມອບຄອມພິວເຕີຕັ້ງໂຕະ 1 ຊຸດ ຄອມພິວເຕີໂນດບຸກ 1 ຊຸດ ແລະ ເຄື່ອງພິມ 2 ຊຸດ ລວມມູນຄ່າທັງໝົດ 18 ລ້ານກີບ ໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອນຳໃຊ້ເຂົ້າໃນວຽກງານວິຊາສະເພາະ.

    ພິທີມອບ-ຮັບ ຈັດຂຶ້ນວັນທີ 23 ກຸມພາ 2021 ທີ່ກອງບັນຊາການ ປກສ ເມືອງສີໂຄດຕະບອງ ກ່າວມອບໂດຍທ່ານນາງ ອິນແປງ ຊາມຸນຕີ ປະທານບໍລິສັດປາກຊ່ອງພັດທະນາ ຂາອອກ-ຂາເຂົ້າ ຈຳກັດ ປະທານບໍລິສັດສາລະວັນພັດທະນາ ຂາອອກ-ຂາເຂົ້າ ຈຳກັດ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງສາລະວັນ ປະທານສະມາຄົມມັນຕົ້ນລາວ ແລະ ກ່າວຮັບໂດຍທ່ານ ພັນໂທ ຄຳຫຼ້າ ພົມມະສານ ຫົວໜ້າກອງບັນຊາການ ປກສ ເມືອງສີໂຄດຕະບອງ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

​ # ຂ່າວ & ພາບ: ສົມສະຫວັນ

error: Content is protected !!