ທ່ານ ບຸນປອນ ສີວົງໄຊ ປະຊາຊົນບ້ານໂນນແຕ້ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ເມື່ອກ່ອນ ຕົນໄດ້ປູກພືດຜັກທົ່ວໄປ ແລະ ນໍາໃຊ້ປຸ໋ຍເຄມີເຂົ້າໃນການຜະລິດ ເຫັນວ່າມີຜົນກະທົບຕໍ່ສຸຂະພາບ ເກີດມີຜື່ນ ຕຸ່ມຄັນຕາມຜິວໜັງ ເມື່ອເປັນແນວນັ້ນ ຈຶ່ງໄດ້ຫັນມາປູກພືດກະສິກໍາອິນຊີ ພ້ອມທັງເຂົ້າກຸ່ມກະສິກໍາອິນຊີບ້ານໂນນແຕ້ ໃນປີ 2018 ເປັນຕົ້ນມາ ເຊິ່ງໃນເບື້ອງຕົ້ນ ມີເນື້ອທີ່ປູກພຽງແຕ່ເຄິ່ງໄລ່ ໃນນີ້ ປູກຜັກບົ້ງ ຜັກກາດນາ ຜັກສະຫຼັດ ຜັກຫອມປ້ອມ ຫອມລາບ ແລະ ພືດໃຫ້ໃບຊະນິດອື່ນໆ ຜ່ານການປູກເຫັນວ່າສຸຂະພາບຂອງຕົນເອງດີຂຶ້ນ ແລະ ສັງຄົມມີຄວາມຕ້ອງການບໍລິໂພກຜັກກະສິກໍາອິນຊີເປັນຈໍານວນຫຼວງຫຼາຍ ເພື່ອຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດ ກໍຄືຜູ້ບໍລິໂພກໃຫ້ມີຄວາມພຽງພໍນັ້ນ ກໍໄດ້ຂະຫຍາຍເນື້ອທີ່ອອກ ພ້ອມທັງນໍາໃຊ້ກົນຈັກທີ່ທັນສະໄໝເຂົ້າໃນການກະກຽມດິນ ຫຼຸດຜ່ອນການນໍາໃຊ້ແຮງງານຄົນ ປັດຈຸບັນມີເນື້ອທີ່ປູກທັງໝົດ 1 ເຮັກຕາ ໂດຍຜົນຜະລິດສ່ວນຫຼາຍແມ່ນຈໍາໜ່າຍຢູ່ຕະຫຼາດກະສິກໍາອິນຊີສູນການຄ້າລາວ-ໄອເຕັກໃນວັນພຸດ ແລະ ວັນເສົາ ສ່ວນວັນອາທິດ ຂາຍຢູ່ຕະຫຼາດກະສິກໍາອິນຊີໜອງພະຍາ ນອກນີ້ ຍັງໄດ້ເຂົ້າຮ່ວມວາງຈໍາໜ່າຍໃນງານຕ່າງໆທີ່ພັກລັດ ກໍຄືຂະແໜງການກ່ຽວຂ້ອງຈັດຂຶ້ນ ສະເພາະງານເທສະການອາຫານລາວວັນທີ 23-27 ກຸມພາ 2021 ທີ່ແຄມຂອງ ສວນເຈົ້າອະນຸວົງ ຕົນກໍໄດ້ນໍາຜົນຜະລິດມາວາງຈໍາໜ່າຍໃນລາຄາ 10.000-15.000 ກີບຕໍ່ກິໂລ.

ທ່ານ ບຸນປອນ ສີວົງໄຊ ໃຫ້ຮູ້ຕື່ມອີກວ່າ: ພາຍຫຼັງທີ່ຫັນມາປູກພືດຜັກກະສິກໍາອິນຊີຈໍາໜ່າຍສູ່ທ້ອງຕະຫຼາດ ນອກຈາກເຮັດໃຫ້ສຸຂະພາບຂອງຕົນເອງດີ ແລະ ຜູ້ບໍລິໂພກມີຄວາມແຂງແຮງແລ້ວ ຍັງເປັນການສ້າງລາຍຮັບທີ່ໝັ້ນຄົງໃຫ້ກັບຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງຕົນເອງດີຂຶ້ນ ໂດຍຜັກສວນຂອງຕົນມີລາຄາຈໍາໜ່າຍໃນລະດູແລ້ງ ລາຄາແຕ່ 10.000-15.000 ກີບຕໍ່ກິໂລ ແລະ ໃນລະດູຝົນ ຈໍາໜ່າຍໃນລາຄາ 15.000-20.000 ກີບຕໍ່ກິໂລ ເນື່ອງຈາກວ່າໃນລະດູຝົນນີ້ ການປູກພືດຜັກແມ່ນມີຄວາມຫຍຸ້ງຍາກ ໃຊ້ຕົ້ນທຶນສູງ ແລະ ຜັກບາງຊະນິດກໍບໍ່ສາມາດປູກໄດ້ ສະເລ່ຍ 1 ເດືອນ ສາມາດສ້າງລາຍຮັບເຂົ້າສູ່ຄອບຄົວ ຫັກຕົ້ນທຶນອອກເຫຼືອປະມານ 4.000.000-5.000.000 ກີບຕໍ່ເດືອນ.
# ຂ່າວ & ພາບ: ຂັນທະວີ