ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຈັດກອງປະຊຸມປະສານງານກັບຂະແໜງການກ່ຽວຂ້ອງ ແລະ ຜູ້ດຳເນີນທຸລະກິດດ້ານວຽກງານການໂຄສະນາອາຫານ ຢາ ແລະ ຜະລິດຕະພັນການແພດ ຂຶ້ນວັນທີ 23 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ໂດຍເປັນປະທານຂອງທ່ານ ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ມີທ່ານພັນເອກ ອິນປົງ ຈັນທະວົງສາ ຫົວໜ້າກົມຕຳຫຼວດສິ່ງແວດລ້ອມ ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ກອງປະຊຸມໄດ້ຮັບຟັງການສະເໜີຫຼາຍບັນຫາສຳຄັນຈາກພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເປັນຕົ້ນ ການຄຸ້ມຄອງໂຄສະນາ ອາຫານ ຢາ ແລະ ຜະລິດຕະພັນການແພດ ເຊັ່ນ: ນິຕິກຳທີ່ໃຊ້ໃນການຄຸ້ມຄອງການໂຄສະນາ ການປະສານງານກັບພາກສ່ວນກ່ຽວຂ້ອງ ວີີທີການແກ້ໄຂ ແລະ ທິດທາງຕໍ່ໜ້າ ການໂຄສະນາຜະລິດຕະພັນອາຫານເສີມທີ່ຜິດກົດໝາຍ ການປະຕິບັດຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຄສະນາ ສະພາບລວມ ແລະ ການຄຸ້ມຄອງໂຄສະນາເຄື່ອງດື່ມທີ່ມີທາດເຫຼົ້າ ການອອກໃບອະນຸຍາດ ແລະ ອື່ນໆ ທັງນີ້ ເພື່ອເຮັດໃຫ້ການໂຄສະນາເຜີຍແຜ່ວຽກງານການຄຸ້ມຄອງໂຄສະນາຂອງບັນດາຫົວໜ່ວຍທຸລະກິດດ້ານອາຫານ ຢາ ແລະ ຜະລິດຕະພັນການແພດໃນສັງຄົມມີຄວາມຖືກຕ້ອງສອດຄ່ອງ ເພື່ອໃຫ້ທຸກພາກສ່ວນໄດ້ຮັບຮູ້ ເຂົ້າໃຈ ແລະ ປະຕິບັດຕາມລະບຽບການທີ່ວາງອອກ ໂດຍສະເພາະ ການປະຕິບັດຂໍ້ຕົກລົງວ່າດ້ວຍການຄຸ້ມຄອງໂຄສະນາດັ່ງກ່າວ (ສະບັບປັບປຸງ) ເຮັດໃຫ້ຜູ້ບໍລິໂພກໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ກັບຄຸນນະພາບຂອງຜະລິດຕະພັນ ເພື່ອແນໃສ່ປົກປ້ອງຜູ້ບໍລິໂພກໃຫ້ມີການນໍາໃຊ້ທີ່ຖືກຕ້ອງ ແລະ ປອດໄພ ທັງເປັນການປະສານງານຮ່ວມກັບບັນດາສື່ມວນຊົນ ໃຫ້ມີການຮ່ວມມືຄຸ້ມຄອງການໂຄສະນາອາຫານ ຢາ ແລະ ຜະລິດຕະພັນການແພດ ເຊິ່ງບັນດາສື່ກໍເຫັນດີໃຫ້ການຮ່ວມມືກັບກົມອາຫານ ແລະ ຢາ ເພື່ອຄຸ້ມຄອງການໂຄສະນາໃຫ້ເຂົ້າສູ່ລະບຽບການຫຼາຍຂຶ້ນ.

# ຂ່າວ & ພາບ: ລັດເວລາ