ພິທີເປີດໂຄງການສອນທຳມະໃຫ້ນັກຮຽນ ແລະ ພະນັກງານ-ຄູສອນຂອງໂຮງຮຽນນິຣະດາ ຈັດຂຶ້ນວັນທີ 22 ກຸມພາ 2021 ຢູ່ໂຮງຮຽນນິຣະດາ ຈອມມະນີ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ມີພະຫຼັກແກ້ວມະຫາເຫວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສຳພັນລາວ (ອພສ) ພະຍອດຄໍາສີທົນ ໄຊຍະວົງສອນ ຫົວໜ້າກຳມາທິການເຜີຍແຜ່ສິນລະທຳ ແລະ ປະຕິບັດກຳມະຖານ ອພສ ທ່ານ ນາງ ອາລຸນີ ຣາຊະພົນ ປະທານກິດຕິມະສັກໂຮງຮຽນນິຣະດາ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ນີລະພອນ ແກ້ວບຸນລ້ອມ ຜູ້ອຳນວຍການໂຮງຮຽນນິຣະດາ ກ່າວວ່າ: ອີງຕາມທິດທາງຂັ້ນເທິງ ກ່ຽວກັບການເຜີຍແຜ່ ສີນລະທຳ ແລະ ປະຕິບັດກຳມະຖານ ອົງການ ອພສ ອີງຕາມກະຊວງສຶກສາທິການ – ກີລາ ວ່າດ້ວຍສຶກສາແນວຄິດ ແລະ ວັດທະນະທຳ ແລະ ກອງປະຊຸມຂອງຄະນະໂຮງຮຽນ ແລະ ຄະນະສົງ ເມື່ອເດືອນກຸມພາ 2021 ວ່າດ້ວຍການຄົ້ນຄວ້າປຶກສາຫາລືການຈັດຕັ້ງໂຄງການດັ່ງກ່າວ ດັ່ງນັ້ນ ໂຮງຮຽນນີຣະດາຈຶ່ງຕົກລົງເປີດໂຄງການສອນທຳມະນັກຮຽນ ຄູສອນ ແລະ ພະນັກງານຂອງໂຮງຮຽນຂຶ້ນ ເພື່ອໃຫ້ນັກຮຽນໃຊ້ເວລາວ່າງໃຫ້ເກີດປະໂຫຍດ ແລະ ບໍ່ຫຍຸ້ງກ່ຽວກັບສິ່ງເສບຕິດ ເພື່ອພັດທະນາຄວາມຮູ້ ຄວາມສາມາດຂອງນັກຮຽນ ເຮັດໃຫ້ຮູ້ກ່ຽວກັບພະພຸດທະສາສະໜາທີ່ແທ້ຈິງ ຈົນປ່ຽນແປງທັດສະນະຄະຕິ ແລະ ພິດຕິກຳໃນທາງທີ່ດີ ເພື່ອປູກຝັງຄຸນະທຳທາງສາສະໜາໃຫ້ງອກງາມໃນຈິດໃຈຂອງນັກຮຽນ ໃຫ້ເປັນລູກທີ່ດີຂອງພໍ່ແມ່ ແລະ ເປັນລູກສິດທີ່ດີຂອງຄູ-ອາຈານເປັນຜູ້ສຶບທອດ ແລະ ເປັນທາຍາດທີ່ດີຂອງພະພຸດທະສາສະໜາ ແລະ ຂອງປະເທດຊາດ.

ໂຄງການນີ້ ເປັນໂຄງການສົ່ງເສີມໃຫ້ນັກຮຽນ ແລະ ຄູ ຮູ້ເລິກເຊິ່ງ ໄດ້ເຖິງພະພຸດທະສາສະໜາ ແລະ ວັດທະນະທຳລາວ ໃນນັ້ນກິດຈະກຳຂອງໂຄງການພາກສອນທິດສະດີປະກອບມີ: ທຳມະສອນໃຈ ສອນເລື່ອງ: ບຸນຄຸນພໍ່ແມ່ ແລະ ບຸນຄຸນຄູ-ອາຈານ ການຮັກໃນພະພຸດທະສາສະໜາ ການປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ສອນຮີດຄອງປະເພນີລາວ (ການນົບ-ໄຫວ້) ການເປັນໂຕຂອງໂຕເອງ ບໍ່ບ່ຽງເບນໄປຕາມໝູ່ເພື່ອນ ສ່ວນສິນ 5 ຂໍ້ສຳລັບພາກປະຕິບັດມີ: ເຝີກການນົບ-ການໄຫວ້ ໃຫ້ນັ່ງສະມາທິ ແລະ ການໃຊ້ຄຳສັບຂອງພະສົງວິທະຍາກອນ.

ການປະຕິບັດໂຄງການ ເລີ່ມແຕ່ວັນທີ 22 ກຸມພາ-3 ພຶດສະພາ 2021 ພາຍຫຼັງໂຄງການນີ້ປະຕິບັດສຳເລັດ ຄາດວ່າຈະເຮັດໃຫ້ນັກຮຽນມີຄວາມຮູ້ ແລະ ຄວາມເຂົ້າໃຈຕໍ່ຫຼັກທຳຄໍາສອນ ແລະ ນຳຫຼັກທໍາໃນທາງພະພຸດທະສາສະໜາ ໄປໝູນໃຊ້ໃນຊີວິດປະຈຳວັນ ເຊິ່ງຈະເປັນການຊ່ວຍແກ້ໄຂບັນຫ ໄພສັງຄົມໄດ້ ເຊັ່ນ: ແກ້ໄຂ້ບັນຫາຄວາມບໍ່ສະຫງົບໃນຫ້ອງຮຽນ ໃນຄອບຄົວ ແລະ ແກ້ໄຂບັນຫາການບໍ່ສະຫງົບທາງດ້ານຈິດໃຈ ແກ້ໄຂບັນຫາຢາເສບຕິດ ແກ້ໄຂບັນຫາການໜີຮຽນ ແລະ ແກ້ໄຂບັນຫາການປະພຶດຜິດຕໍ່ຫຼັກທໍາວິໄນຂອງນັກຮຽນ ແລະ ອື່ນໆ.

# ຂ່າວ & ພາບ: ລັດເວລາ