ພະນັກງານຫຼັກແຫຼ່ງ ສຳເລັດຍົກລະດັບທິດສະດີການເມືອງ-ການປົກຄອງ

    ພິທີປິດຊຸດເຝິກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະສັ້ນ 45 ວັນ ໃຫ້ແກ່ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງ ໃນຂະແໜງແຜນການ ແລະ ການລົງທຶນ ຊຸດທີ XVI ປະຈໍາປີ 2020 ຂອງກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດຂຶ້ນວັນທີ 22 ພະຈິກ 2021 ຢູ່ກະຊວງ ຜທ ເປັນປະທານ ແລະ ມອບໃບຢັ້ງຢືນຂອງທ່ານນາງ ຄຳຈັນ ວົງແສນບູນ ຮອງເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີຄະນະປະຈຳພັກ ຄະນະບໍລິຫານງານພັກ ຕາງໜ້າກົມອ້ອມຂ້າງກະຊວງ ນັກສຳມະນາກອນ ແລະ ແຂກທີ່ຖືກເຊີນຂົ້າຮ່ວມ. 

    ວຽກງານການເຝິກອົບຮົມທິດສະດີການເມືອງ-ການປົກຄອງ ແມ່ນວຽກງານໜຶ່ງທີ່ມີຄວາມໝາຍຄວາມສໍາຄັນຫຼາຍ ເຊິ່ງຈະເຮັດໃຫ້ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງໄດ້ຮັບຮູ້ ແລະ ເຊື່ອມຊຶມເລິກເຊິ່ງ ກ່ຽວກັບຫຼັກມູນພື້ນຖານຂອງທິດສະດີມາກ-ເລນິນ ແນວທາງນະໂຍບາຍຂອງພັກ ໂດຍສະເພາະແມ່ນແນວທາງການປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກ ແລະ ຮັບຮູ້ຢ່າງເລິກເຊິ່ງ ຕໍ່ຈຸດໝາຍກ້າວຂຶ້ນສູ່ສັງຄົມນິຍົມຢ່າງໜັກແໜ້ນຢູ່ປະເທດເຮົາ. 

    ສຳລັບຫຼັກສູດທີ່ໄດ້ຈັດເຂົ້າໃນການຮຽນ-ການສອນຄັ້ງນີ້ ລວມມີທັງໝົດ 5 ພາກວິຊາຄື: 

    ພາກທີ 1: ພາກປັດຊະຍາ ລວມມີ 8 ບົດ 

    ພາກທີ 2: ພາກວິຊາເສດຖະສາດການເມືອງ ລວມມີ 10 ບົດ 

    ພາກທີ 3: ພາກວິຊາລັດທິສັງຄົມນິຍົມວິທະຍາສາດ ລວມມີ 6 ບົດ 

    ພາກທີ 4: ພາກວິຊາບໍລິຫານສາດ ລວມມີ 8 ບົດ 

   ພາກທີ 5: ພາກວິຊາກໍ່ສ້າງພັກໃໝ່ຂອງເລນິນ ລວມມີ 5 ບົດ 

   ມີນັກສຳມະນາກອນທັງໝົດ 43 ສະຫາຍ ຍິງ 13 ສະຫາຍ ໃນນີ້ ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງພາຍໃນກະຊວງມີ 42 ສະຫາຍ ຍິງ 13 ສະຫາຍ ແລະ ຈາກພະແນກແຜນການ ແລະ ການລົງທຶນ ນວ ມີ 1 ສະຫາຍ.

                # ຂ່າວ & ພາບ: ຊິລິການດາ

error: Content is protected !!