ໃຫ້ຄວາມສຳຄັນຕໍ່ກັບວຽກງານສຳເນົາເອກະສານ

    ວັນທີ 22-23 ກຸມພາ 2021 ທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ເປີດຊຸດເຝິກອົບຮົມວຽກງານສຳເນົາເອກະສານ ເປັນປະທານຂອງທ່ານ ນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີບັນດາພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ຊຸດເຝິກອົບຮົມຄັ້ງນີ້ ເປັນຊຸດເຝິກອົບຮົມຄັ້ງທຳອິດຂອງຄະນະຮັບຜິດຊອບວຽກງານສຳເນົາເອກະສານ ຂອງກະຊວງແຜນການ ແລະ ການລົງທຶນ ຕະຫຼອດໄລຍະຜ່ານມາ ລັດຖະບານກໍຄືກະຊວງພາຍໃນ ໄດ້ໃຫ້ຄວາມສຳຄັນຕໍ່ກັບວຽກງານສຳເນົາເອກະສານ ເພາະເປັນວຽກງານທີ່ມີຄວາມສຳຄັນຫຼາຍ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງພະນັກງານ ໃນການເປັນເສນາທິການໃຫ້ແກ່ການນຳຂອງກະຊວງ ໂດຍສະເພາະ ວຽກງານສຳເນົາເອກະສານເປັນວຽກໜຶ່ງທີ່ມີຄວາມສຳຄັນ ແລະ ຈໍາເປັນຫຼາຍ ໃນການປົກປັກຮັກສາເອກະສານທາງການໄວ້ເປັນລະບົບ ແລະ ເປັນບ່ອນອີງທາງດ້ານນິຕິກຳໃນໄລຍະຍາວ ເອກະສານປະຫວັດສາດ ບໍລິຫານ ວິຊາການ ແລະ ບັນດາເອກະສານນິຕິກຳຕ່າງໆ ເຊິ່ງບັນດາເອກະສານສໍາຄັນເຫຼົ່ານັ້ນ ນອກຈາກຕ້ອງເກັບສຳນວນເອກະສານໄວ້ນຳກົມກ່ຽວຂ້ອງແລ້ວ ຕ້ອງມີລະບົບສຳເນົາລວມສູນໄວ້ນຳກະຊວງ ເພື່ອສະດວກໃນການຄຸ້ມຄອງ ແລະ ນໍາໃຊ້ໃນໄລຍະຍາວ.

                # ຂ່າວ & ພາບ: ຊິລິການດາ

error: Content is protected !!