ເຊີນຊີມ ແລະ ຊື້ອາຫານໃນງານເທສະການອາຫານລາວປະຈຳປີ 2021

    ເພື່ອເປັນການປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງ ກ່ຽວກັບມາດຕະການປ້ອງກັນໂຄວິດ-19 ສະນັ້ນ ໃນງານເທສະການອາຫານລາວປະຈຳປີ 2021 ນີ້ ຈຶ່ງໄດ້ຄັດຈ້ອນຮ້ານຂາຍເຄື່ອງຈາກ 200 ຮ້ານ ໃຫ້ເຫຼືອພຽງແຕ່ 120 ຮ້ານເທົ່ານັ້ນ ໃນນັ້ນ ຮ້ານ๗ລາວ ແລະ ຮ້ານຂາຍເຄື່ອງທີ່ລະນຶກຈາກບັນດາສະຖານທູດໃນກຸ່ມປະເທດອາຊຽນປະຈຳລາວ ມີ 104 ຮ້ານ ຮ້ານຂາຍເຄື່ອງກະສິກຳ ແລະ ຫັດຖະກຳມີ 16 ຮ້ານ ເຊິ່ງງານດັ່ງກ່າວຈະເລີ່ມແຕ່ວັນທີ 23-27 ກຸມພານີ້ ພາຍໃນງານຈະມີກິດຈະກຳຫຼາຍຢ່າງ ເປັນຕົ້ນ ການນຸ່ງຖືແບບລາວເດີມຂອງຜູ້ຂາຍ ເຄື່ອງ ສາທິດການປຸງແຕ່ງອາຫານ ການສານກະຕ່າໄມ້ ການແຂ່ງຂັນຕົບແຕ່ງຮ້ານແບບລາວໆ ແລະ ອື່ນໆ ເຊິ່ງປີນີ້ ມີຄວາມແຕກຕ່າງຈາກປີຜ່ານມາ ເປັນຕົ້ນແມ່ນການຕົບແຕ່ງຮ້ານໃຫ້ເປັນເອກະລັກຂອງວັດທະນະທຳລາວ. 

    ພິທີເປີດງານດັ່ງກ່າວ ຈັດຂຶ້ນວັນທີ 23 ກຸມພາ 2021 ທີ່ສວນເຈົ້າອານຸວົງ (ແຄມຂອງ) ມີທ່ານນາງ ອິນລາວັນ ແກ້ວບຸນພັນ ປະທານສູນກາງສະຫະພັນແມ່ຍິງລາວ ທ່ານນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງ ປະທານຄະນະກຳມະການຈັດງານເທສະການອາຫານລາວ ພ້ອມດ້ວຍພັນລະຍາການນຳຂັ້ນສູງ ລັດຖະມົນຕີ ຮອງລັດຖະມົນຕີ ພັນລະຍາທູດ ຕານຸທູດ ນັກທຸລະກິດ ຜູ້ປະກອບການ ຜູ້ໃຫ້ການສະໜັບສະໜູນແລະ ແຂກຖືກເຊີນເຂົ້າຮ່ວມ ຈັດໂດຍສະມາຄົມນັກທຸລະກິດແມ່ຍິງ ຮ່ວມກັບສູນກາງສະຫະພັນແມ່ຍິງລາວ.

error: Content is protected !!